ການພົບປະກັນ 2 ຊົ່ວໂມງໃນຮົງກົງໃນວັນອັງຄານວານນີ້ ລະ
ຫວ່າງ ພວກສົ່ງເສີມການປະຕິຮູບດ້ານການເມືອງ ແລະບັນ
ດາເຈົ້າໜ້າທີ່ລັດຖະບານໄດ້ຍຸດຕິລົງໂດຍບໍ່ໄດ້ຮັບຄວາມຄືບ
ໜ້າໃດໆ ພາໃຫ້ພວກນັກສຶກສາປະທ້ວງ ຕັ້ງຄຳຖາມຂຶ້ນມາ
ວ່າ ພວກເຂົາເຈົ້າຈະສືບຕໍ່ທຳການໂອ້ລົມເຈລະຈາກັນຕໍ່ໄປ
ຫຼືບໍ?
ການໂອ້ລົມສົນທະນາກັນທີ່ຖ່າຍທອດທາງໂທລະພາບ ໄດ້
ເປັນນະໂຍບາຍຂອງພວກທີ່ຈັດແຈງການປະທ້ວງ ເພື່ອໃຫ້
ຄວາມຄິດຄວາມເຫັນວ່າ ເປັນຫຍັງພວກເຂົາເຈົ້າຈຶ່ງທຳການ
ປະທ້ວງມາໄດ້ດົນກວ່າ 3 ສັບປະດາຢູ່ຕາມຖະໜົນຫົນທາງ
ສາຍຕ່າງໆໃນຮົງກົງ ໂດຍສົ່ງເສີມໃຫ້ມີການປົກຄອງຕົນເອງທາງດ້ານການເມືອງຫຼາຍຂຶ້ນຈາກປັກກິ່ງນັ້ນ.
Your browser doesn’t support HTML5
Hong Kong Student Activists Trying to Keep Up With Studies
ບັນດາເຈົ້າໜ້າທີ່ຮົງກົງຕອບໂຕ້ວ່າ ຄຳຮຽກຮ້ອງຂອງພວກນັກສຶກສາ ເປັນໄປບໍ່ໄດ້ທາງດ້ານກົດໝາຍ.
ທ່ານ Lester Shum ຫົວໜ້າສະຫະພັນນັກສຶກສາຮົງກົງໄດ້ສະແດງ ຄວາມແປກໃຈ
ອອກມາໃນເຊົ້າວັນອັງຄານວານນີ້ທີ່ລັດຖະບານຍັງຮຽກຮ້ອງໃຫ້ພວກເຂົາເຈົ້າຮັບເອົາ
ໂຄງຮ່າງຂອງປັກກິ່ງສຳລັບການເລືອກ ຕັ້ງໃນປີ 2017 ນັ້ນ.
ເຈົ້າໜ້າທີ່ຮົງກົງ ກັບພວກປະທ້ວງ ພົບປະກັນ - ວັນທີ 21 ຕຸລາ
ທ່ານ Lester Shum ກ່າວວ່າ “ຂ້າພະເຈົ້າບໍ່ສາມາດເຊື່ອວ່າ ລັດຖະ ບານຍັງຢືນຢັດໃຫ້ພວກເຮົາຮັບເອົາໂຄງຮ່າງນີ້ກ່ອນ ຍັງຮຽກຮ້ອງໃຫ້ພວກເຮົາປະຕິບັດຕາມໂຄງລ່າງການເລືອກຕັ້ງ ຂອງຄະນະກຳມະການ ຖາວອນຂອງສະພາປະຊາຊົນແຫ່ງຊາດນັ້ນ. ລັດຖະບານບໍ່ໄດ້ສະແດງ ຄວາມກ້າຫານແລະຄວາມເອົາຈິງເອົາຈັງໃດໆ ເພື່ອແກ້ໄຂບັນຫາການເມືອງນີ້.”
ການພົບປະກັນໃນວັນອັງຄານວານນີ້ ໄດ້ອອກອາກາດສົດທາງໂທລະພາບ ອັນເປັນຄຳ
ຮຽກຮ້ອງທີ່ສຳຄັນອັນນຶ່ງ ຂອງພວກປະທ້ວງ. ໄດ້ມີ ການຖ່າຍທອດລາຍການນີ້ ຢູ່ຕາມ
ສະຖານທີ່ການປະທ້ວງແຫ່ງຕ່າງໆ ໃນຮົງກົງ ຊຶ່ງເປັນເຂດເຄິ່ງປົກຄອງຕົນເອງຂອງຈີນ
ນັ້ນ.
Your browser doesn’t support HTML5
hongkong22october14