ພວກຜູ້ນຳ ນັກສຶກສາ ໃນຮົງກົງ ຖືກພົບວ່າ ມີຄວາມຜິດ ຍ້ອນເຂົ້າຮ່ວມ ການປະທ້ວງ

ຜູ້ນຳພາການປະທ້ວງ ທ້າວ Joshua Wong ຮ້ອງໂຮ ຄຳຂວັນ ຢູ່ນອກ ສານຂອງຜູ້ພິພາກສາ ໃນຮົງກົງ, ວັນພະຫັດ ທີ 21 ກໍລະກົດ 2016.

ຜູ້ນຳນັກສຶກສາ Hong Kong 3 ຄົນ ໄດ້ຖືກພົບ​ເຫັນ​ວ່າ ມີ​ຄວາມຜິດ ຍ້ອນ​ເຂົ້າຮ່ວມ ໃນການປະທ້ວງ ທີ່ນຳໄປສູ່ການເດີນຂະບວນຄັ້ງ​ໃຫຍ່ເພື່ອປະຊາທິປະໄຕ ​ເມື່ອເກືອບ ສອງປີຜ່ານມາ​ແລ້ວນັ້ນ.

ທ້າວ Joshua Wong ແລະ ທ້າວ Alex Chow ໄດ້ຖືກພົບເຫັນວ່າມີ​ຄວາມຜິດ ໃນວັນ ພະຫັດມື້ນີ້ ຖານ​ເຂົ້າຮ່ວມໃນການໂຮມຊຸມນຸມທີ່ຜິດກົດໝາຍ ໃນຂະນະດຽວກັນ ທ້າວ Nathan Law ໄດ້ຖືກພົບເຫັນວ່າມີ​ຄວາມ​ຜິດຜິດ ຖານຍຸຍົງໃຫ້ຜູ້ອື່ນ ເຂົ້າຮ່ວມນຳ. ທັງສາມຄົນມີກຳນົດຈະກັບຄືນມາສານ ໃນວັນທີ 15 ສິງຫາ ​ເພື່ອການຕັດສິນລົງໂທດ.

ບຸກຄົນທັງສາມ ໄດ້ປີນຮົ້ວ ຕຶກ​ໂຮງການລັດຖະບານ Hong Kong ເມື່ອວັນທີ 26 ກັນຍາ ປີ 2014 ແລະ ໄດ້ຈັດການປະທ້ວງ ຢູ່ທີ່ເດີ່ນສະໜາມ ຈະຕຸລັດຂອງພົນລະເຮືອນ ເພື່ອ ຮຽກຮ້ອງ ໃຫ້ມີການເລືອກຕັ້ງທີ່ເສລີ ແລະ ຄົບຖ້ວນ ສຳລັບ ເຂດ​ເຄິ່ງປົກຄອງຕົນເອງ ຮົງກົງ ຂອງຈີນ.

ການ​ເຄື່ອນ​ໄຫວ​ດັ່ງກ່າວ ​ແມ່ນການນັ່ງປະ​ທ້ວງຢູ່ຕາມຖະໜົນຫົນທາງທີ່ສຳຄັນໆ ຂອງ Hong Kong ທີ່ໄດ້ເຮັດໃຫ້ຂົງເຂດນັ້ນ ຕົກ​ຢູ່​ໃນ​ສະ ພາບ​ບໍ່​ໄປ​ບໍ່​ມາ ເປັນເວລາ 79 ມື້.

ພວກນິຍົມປະຊາທິປະໄຕ ຢູ່ໃນ Hong Kong ແມ່ນກຳລັງມີຄວາມຮູ້ສຶກເປັນຫ່ວງ ຫຼາຍຂຶ້ນ ທີ່ປັກກິງກຳລັງເຄື່ອນໄຫວ ​ເພື່ອຈະຕັດ​ຮອນສິດເສລີພາບຂອງພົນລະເຮືອນ ໃນຂົງເຂດ ທີ່ມີຢູ່ແລ້ວນັ້ນ ນັບແຕ່ອັງກິດໄດ້ມອບ​ໂອນການຄວບຄຸມ Hong Kong ຄືນໃຫ້ແກ່ຈີນ ໃນປີ 1997.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Your browser doesn’t support HTML5

Hong Kong Protest Verdict