ຊາກ​ກະ​ດູກໄດ​ໂນ​ເສົາໂຕ​ທຳ​ອິດ​ຂອງ ຮົງ​ກົງ ຖືກ​ນຳ​ອອກວາງ​ສະ​ແດງ​ໃຫ້​ປະ​ຊາ​ຊົນ​ເຂົ້າ​ຊົມ

ຜູ້​ຊາຍ​ຄົນ​ນຶ່ງ​ກຳ​ລັງ​ເບິ່ງ​ຊາກ​ກະ​ດູກ​ໄດ​ໂນ​ເສົາ ທີ່​ຖືກ​ພົບ​ຢູ່​ເກາະ​ທ່າ​ເຮືອ ໃນ​ຮົງ​ກົງ, 25 ຕຸ​ລາ 2024.(AP Photo/Chan Long Hei)

ຊ​າກ​ກະ​ດູກສັດ​ດຶກ​ດຳ​ບັນ ຫຼື ໄດ​ໂນ​ເສົາ​ໂຕ​ທຳ​ອິດ​ທີ່​ຖືກ​ພົບ​ເຫັນ​ໃນ​ເກາະ ຮົງ​ກົງ, ທີ່ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ​ຈະ​ເປັນ​ໄດ​ໂນ​ເສົາ​ຂະ​ໜາດ​ໃຫຍ່ນັ້ນ, ໄດ້​ຖືກ​ນຳ​ມາ​ວາງ​ສະ​ແດງ​ໃນ​ວັນ​ສຸກມື້ນີ້ ຫຼັງ​ຈາກ​ມັນ​ຖືກ​ພົບ​ເຫັນ​ຢູ່​ເກາະ​ຂະ​ໜາດ​ນ້ອຍ​ທີ່ບໍ່​ມີ​ຄົນ​ອາ​ໄສ​ຢູ່, ເຊິ່ງ​ມັນ​ໄດ້​ສະ​ໜອງຫຼັກ​ຖານ​ໃໝ່​ສຳ​ລັບ​ການ​ຄົ້ນ​ຄວ້າ ກ່ຽວ​ກັບ ນິ​ເວດ​ວິ​ທະ​ຍາ​ຂອງ​ຊາກ​ສັດ​ ແລະ ພືດ​ດຶກ​ດຳ​ບັນຢູ່​ໃນ​ສູນ​ກາງ​ດ້ານ​ການ​ເງິນ​ດັ່ງ​ກ່າວ.

ຊາກ​ກະ​ດູກ​ທີ່​ວ່າ​ນັ້ນ, ເຊິ່ງ​ຖືກ​ຢືນ​ຢັນ​ວ່າ​ມີ​ອາ​ຍຸ​ຢ້ອນ​ກັບ​ຄືນ​ໄປ​ຫາ​ຍຸກ​ສັດ​ເລືອ​ຄານ​ຂະ​ໜາດ​ໃຫຍ່ ປະ​ມານ 145 ລ້ານ​ປີ ຫາ 66 ລ້ານ​ປີ​ທີ່​ຜ່ານ​ມາ, ຕ້ອງ​ໄດ້​ຮັບ​ການ​ສຶກ​ສາ​ເພີ່ມ​ເຕີມ ເພື່ອ​ຢືນ​ຢັນ​ສາຍ​ພັນ​ຂອງ​ໄດ​ໂຮ​ເສົາ​, ອີງ​ຕາມ​ການ​ກ່າວ​ຂອງ​ບັນ​ດາ​ເຈົ້າ​ໜ້າ​ທີ່, ແຕ່​ມັນ​ເຫັນ​ໄດ້​ຊັດ​ວ່າ​ເປັນ​ສັດ​ທີ່​ມີ​ກະ​ດູ​ກ​ສັນຫຼັງ​ໃຫຍ່.

ມັນ​ຖືກ​ພົບ​ເຫັນ​ຢູ່​ເກາະ​ທ່າ​ເຮືອ, ຕັ້ງ​ຢູ່​ທາງ​ພາກ​ຕ​າ​ເວັນ​ອອກ​ສຽງ​ເໜືອ​ຂອງ​ເກາະ ຮົງ​ກົງ ແລະ ເປັນ​ທີ່​ຮູ້​ຈັກ​ສຳ​ລັບ​ໂຄງ​ກ້ອນ​ຫີນ​ສີ​ແດງ.

ພະ​ແນກ​ກະ​ສິ​ກຳ​, ການ​ປະ​ມົງ ແລະ ອະ​ນຸ​ລັກ​ສັດ​ປ່າ​ຂອງ​ເມືອງ​ໄດ້​ກ່າວ​ໃນ​ເດືອນ​ມີ​ນາ​ທີ່​ຜ່ານ​ມາ​ວ່າ ກ້ອນ​ຫີນ​ທີ່​ມີ​ລັກ​ສະ​ນະ​ເປັນ​ຕະ​ກອນ ຢູ່​ເກາະ​ທ່າ​ເຮືອ ອາດ​ປະ​ກອບ​ມີ​ຊາກ​ກະ​ດູກຂອງ​ສັດ​ດຶກ​ດຳ​ບັນ.

ສະ​ຖາ​ບັນ​ກະ​ດູກ​ສັນຫຼັງ​ສັດ​ດຶດ​ດຳ​ບັນ ແລະ ການ​ສຶກ​ສາ​ວິ​ວັດ​ທະ​ນາ​ການ​ມະ​ນຸດ​ຂອງ ຈີນ ໃນ​ອາ​ທິດນີ້​ໄດ້​ເຊັນ​ຂໍ້​ຕົກ​ລົງ​ເພື່ອ​ດຳ​ເນີນ​ການ​ຄົ້ນ​ຄວ້າ​ເພີ່ມ​ເຕີມ.

ນອກ​ຈາກ​ປະ​ເທດ ອາ​ເຈັນ​ຕີ​ນາ, ກາ​ນາ​ດາ ແລະ ສະ​ຫະ​ລັດ ແລ້ວ, ຈີນ ກໍ​ແມ່ນ​ນຶ່ງ​ໃນ​ສີ່​ປະ​ເທດຫຼັກ​ຢູ່​ໃນ​ໂລກ​ສຳ​ລັບ​ການ​ຊອກ​ຫາ ແລະ ຄົ້ນ​ຄວ້າ ກ່ຽວ​ກັບ ຊາກ​ກະ​ດູກ​ຂອງ​ໄດ​ໂນ​ເສົາ, ອີງ​ຕາມ​ການ​ກ່າວ​ຂອງ​ທ່ານ ໄມ​ເກິ​ລ ພິດ​ແມນ, ຮອງ​ສາ​ສະ​ດາ​ຈານ​ຢູ່​ໂຮງ​ຮຽນ​ວິ​ທະ​ຍາ​ສາດ​ຊີ​ວິດ ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ ຈີນ ແຫ່ງ ຮົງ​ກົງ.

ທ່ານ ພິດ​ແມນ ກ່າວ​ວ່າ “ການຄົ້ນ​ພົບ​ທີ່​ໜ້າ​ຕື່ມ​ເຕັ້ນ​ເປັນຢ່າງ​ຍິ່ງນີ້ ໄດ້​ເພີ່ມ​ຊາກ​ກະ​ດູກ​ໄດ​ໂນ​ເສົາ​ໃນ​ທ້ອງ​ຖິ່ນ​ເຂົ້າ​ໃນການ​ຕິດ​ຕາມ​ປະ​ຫວັດ​ ຂອງ​ການ​ຄົ້ນ​ຄວ້າ ກ່ຽວ​ກັບ ໄດ​ໂນ​ເສົາ​ທີ່​ມີ​ຢູ່​ແລ້ວ​ຂອງ ຮົງ​ກົງ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ມັນ​ຈະ​ເປັນ​ແຮງ​ບັນ​ດານ​ໃຈ​ຕໍ່​ຄວາມ​ສົນ​ໃຈ​ທີ່​ໃຫຍ່ຫຼວງ​ໃນ​ວິ​ທະ​ຍາ​ສາດ ແລະ ທຳ​ມະ​ຊາດ​ໃນ​ຊຸ​ມ​ຊົນ​ຂອງ​ພວກ​ເຮົາ ແລະ ຈະ​ນຳ​ໄປ​ສູ່​ການ​ໄດ້​ຜົນ​ອອກ​ມາ​ທາງວິ​ທະ​ຍາ​ສາດ​ທີ່​ມີ​ຊື່​ສຽງ.”

ຢູ່​ສູນ​ການ​ຄົ້ນ​ພົບມໍ​ລະ​ດົກ​ໃນ​ສວນ​ອຸດ​ທະ​ຍານ ຄາວ​ລູນ ຂອງ ຮົງ​ກົງ, ປະ​ຊາ​ຊົນ​ທີ່​ມີ​ຄວາມ​ກະ​ຕື​ລື​ລົ້ນ​ໄດ້​ເຕົ້​າ​ໂຮມ​ກັນ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ສຸກມື້ນີ້ ເພື່ອ​ໄປ​ເບິ່ງ​ຊາກ​ກະ​ດູກ​ສັດ​ດຶກ​ດຳ​ບັນ​ດັ່ງ​ກ່າວ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

The first dinosaur fossils found in Hong Kong, likely from a large dinosaur, were put on display on Friday after they were found on a small, uninhabited outlying island, providing new evidence for research on palaeoecology in the financial hub.

The fossils, confirmed to be dated to the Cretaceous period some 145 million to 66 million years ago, need further study to confirm the dinosaur species, authorities said, but it was clear they were large vertebrate animals.

They were found on Port Island, located in the northeast of Hong Kong and known for its red rock formations.

The city's Agriculture, Fisheries and Conservation Department said in March the sedimentary rock on Port Island may contain fossils.

China's Institute of Vertebrate Paleontology and Paleoanthropology (IVPP) this week signed an agreement to conduct further research.

In addition to Argentina, Canada and the United States, China is one of the four main countries in the world for both finding and researching dinosaur fossils, said Michael Pittman, an assistant professor in the School of Life Sciences at the Chinese University of Hong Kong.

“This extremely exciting discovery now adds local dinosaur fossils to Hong Kong’s strong existing track record of dinosaur research. I hope it inspires greater interest in science and nature in our community and will lead to notable scientific outcomes,” Pittman said.

At the Heritage Discovery Centre inside Hong Kong's Kowloon Park, eager fans gathered early on Friday to catch a glimpse of the fossils.