ພັກຝ່າຍ ທີ່ສະນັບສະໜູນປະຊາທິປະໄຕ ໃນຮົງກົງ ແມ່ນຫວັງທີ່ຈະແຊກຊຶມ ເຂົ້າໄປ
ສະຖາບັນທີ່ມີຄວາມຄຸມເຄືອ ແຕ່ກໍມີອິດທິພົນທີ່ສຸດ ນັ້ນກໍຄືຄະນະກຳມະການການປົກ
ຄອງເຂດຊົນນະບົດ ໂດຍທີ່ມີຜູ້ລົງສະໝັກ 4 ຄົນ ໃນການເລືອກຕັ້ງ ລະດັບໝູ່ບ້ານ
ໃນຄັ້ງຕໍ່ໄປ ຊຶ່ງໄລຍະຂອງການສະເໜີຊື່ນັ້ນໄດ້ສິ້ນ ສຸດລົງໃນສັບປະດາແລ້ວນີ້.
ມີຕົວແທນຂອງຊາວບ້ານປະມານ 1,400 ບ່ອນນັ່ງ ທີ່ຈະຕ້ອງຖືກເລືອກຕັ້ງ ໃນການ
ປ່ອນບັດ ໃນສອງວັນທ້າຍສັບປະດາ 2 ໃນເດືອນມັງກອນ ທີ່ຈະຕັດສິນ ເປັນຜູ້ນຳ
ຂອງເຂດປົກຄອງໃໝ່, ຊຶ່ງເປັນແຫຼມໃນເຂດຊົນນະບົດ ແລະເກາະດອນນ້ອຍໆສິບ
ກວ່າເກາະ ທີ່ຮວມຕົວເປັນ 86 ເປີເຊັນ ຂອງດິນແດນດັ່ງກ່າວ.
ໃນຂະນະທີ່ບາງບ່ອນນັ່ງ ແມ່ນເປັນຕົວແທນຂອງບ້ານນ້ອຍໆ ແລະຫ່າງໄກສອກຫຼີກ
ບາງບ່ອນນັ່ງ ແມ່ນຖືອຳນາດທີ່ສຳຄັນ ທີ່ເປັນທີ່ໝາຍຕາໂດຍນັກພັດທະນາ ແລະລັດ
ຖະບານ ທີ່ພົບປະກັນ ຍ້ອນຄວາມຮຽກຮ້ອງຕ້ອງການຂອງການສ້າງບ້ານເຮືອນ ໃນ
ນຶ່ງຂອງຮົງກົງ ທີ່ມີບັນຫາກົດດັນທາງສັງຄົມນັ້ນ.
ນັກກົດໝາຍ ທ່ານແອດດີ ຈູ ທີ່ນິຍົມປະຊາທິປະໄຕ ຜູ້ຊຶ່ງຫາກໍຖືກເລືອກ ເຂົ້າຮັບສາບານຕົວ ເປັນສະມາຊິກສະພານິຕິບັນຍັດ ຂອງຮົງກົງ, 12 ຕຸລາ 2016.
ຕົວແທນຍັງໄດ້ປະກອບສ່ວນເຂົ້າໃນພື້ນຖານ ຂອງການມີລະບົບອຳນາດທີ່ຍິ່ງ
ໃຫຍ່ກວ່າໃນຕອນທີ່ພວກເຂົາເຈົ້າເຂົ້ານັ່ງໃນສະພາຄະນະກຳມະການທີ່ພົວພັນກັບ
ເຂດຊົນນະບົດນັ້ນ. ປະທານຂອງສະພາດັ່ງກ່າວ ຈະໄດ້ບ່ອນນັ່ງ ໃນ Heung Yee
Kuk, ຊຶ່ງແມ່ນສະພາ ທີ່ປຶກສາ ທີ່ເກົ່າແກ່ມາເປັນສັດຕະວັດແລ້ວນັ້ນ ທີ່ມີຫູກັບພວກ
ຜູ້ນຳລະດັບສູງຂອງຮົງກົງ.
ໃນຂະນະທີ່ຈຳນວນແມ່ນໜ້ອຍ ນັກກົດໝາຍ ທ່ານແອດດີ ຈູ ທີ່ນິຍົມປະຊາທິປະໄຕ
ທີ່ເປັນຕົວແທນຂົງເຂດໃໝ່ ທາງພາກຕາເວັນຕົກ ໃນສະພານິຕິບັນຍັດ ຂອງເມືອງ
ກ່າວວ່າ ມັນເປັນບາດກ້າວທຳອິດໃນການປ່ຽນແປງລະບົບທີ່ເຂົ້າໄປພົວພັນຢູ່ເລື້ອຍໆ
ກັບບັນດາບໍລິສັດ ແລະພວກຍາດແຍ່ງທີ່ດິນ ໃນສື່ມວນຊົນ ທ້ອງຖິ່ນ ຫຼາຍກວ່າ ເປັນ
ພວກຮາກຫຍ້າເພື່ອປະຊາທິປະໄຕນັ້ນ.