ມີການກວດພົບ ໄວຣັສໄຂ້ຫວັດໝູອາຟຣິກາ ຢູ່ໃນໝູໂຕນຶ່ງ ທີ່ໂຮງຂ້າສັດ ໃນຮົງກົງ. ຍ້ອນເຫດຜົນດັ່ງກ່າວນີ້ ຫົວໜ້າພະແນກອາຫານແລະສາທາລະນະສຸກຂອງຮົງກົງກ່າວວ່າ ໝູທັງໝົດ 6,000 ໂຕ ຢູ່ບ່ອນລ້ຽງໝູຂອງໂຮງຂ້າສັດ ຈະຖືກຂ້າຖິ້ມ.
ທ່ານນາງໂຊເຟຍ ຈັນ ກ່າວໃນຕອນແລງວັນສຸກວານນີ້ວ່າ “ເພື່ອຈະຄວບຄຸມຄວາມສ່ຽງໃນການແຜ່ລະບາດຂອງເຊື້ອໄວຣັສໄຂ້ຫວັດໝູອາຟຣິກາ ຫຼື ASF ໃຫ້ຢູ່ໃນລະດັບຕ່ຳສຸດ ອອກໄປຈາກບໍລິເວນໂຮງຂ້າສັດນັ້ນ ໝູທັງໝົດທີ່ຢູ່ໃນ ບ່ອນລ້ຽງໝູຂອງໂຮງຂ້າສັດ Sheung Shui ຈະຕ້ອງຖືກຂ້າຖິ້ມເພື່ອຈະສາມາດທຳຄວາມສະອາດແລະຂ້າເຊື້ອຢູ່ສະຖານທີ່ດັ່ງກ່າວຢ່າງມີປະສິດທິຜົນ.
ທ່ານນາງຈັນ ກ່າວວ່າ ໝູທີ່ຕິດເຊື້ອໄວຣັສ ASF ແມ່ນນຳມາຈາກບ່ອນລ້ຽງໝູຢູ່ແຂວງກວາງຕຸ້ງ ຈີນແຜ່ນດິນໃຫຍ່ ບ່ອນທີ່ເຊື້ອໄວຣັສດັ່ງກ່າວໄດ້ແຜ່ລະບາດຢ່າງຮ້າຍແຮງໃນພວກໝູທີ່ນັ້ນ.
ເຊື້ອໄວຣັສ ASF ບໍ່ “ໄດ້ເປັນໄພຂົ່ມຂູ່ ຕໍ່ສຸຂະພາບຂອງມວນມະນຸດ ແລະກໍບໍ່ສາມາດທີ່ຈະລະບາດແຕ່ໝູມາໃສ່ມະນຸດໄດ້” ອີງຕາມເຈົ້າໜ້າທີ່ກະຊວງກະເສດຂອງສະຫະລັດ. ນອກນັ້ນແລ້ວ ກະຊວງດັ່ງກ່າວ ຍັງເວົ້າວ່າ ເຊື້ອໄວຣັສ ASF ບໍ່ “ໄດ້ເປັນບັນຫາເລື້ອງຄວາມປອດໄພຂອງອາຫານ.”
ແຕ່ແນວໃດກໍຕາມ ອີງຕາມ ກະຊວງກະເສດຂອງສະຫະລັດແລ້ວ ເຊື້ອໄວຣັສດັ່ງກ່າວ “ສາມາດຕິດຕໍ່ໄດ້ຢ່າງວ່ອງໄວ ແລະຮ້າຍແຮງ ທີ່ມີຜົນກະທົບຕໍ່ທັງໝູບ້ານແລະໝູປ່າ ທຸກໆກຸ່ມອາຍຸ.”
ການລະບາດຂອງເຊື້ອໄວຣັສ ASF ຢູ່ຈີນ ພາໃຫ້ອົງການຈັດງານວາງສະແດງ ການສົ່ງອອກຊີ້ນໝູຂອງໂລກ ທີ່ກຳນົດຈະມີຂຶ້ນຢູ່ລັດໄອໂອວາໃນເດືອນມິຖຸນາ ນັ້ນຍົກເລີກແຜນການນີ້. ອົງການດັ່ງກ່າວ ກ່າວຢູ່ໃນຖະແຫຼງການສະບັບນຶ່ງວ່າ ການວາງສະແດງໄດ້ຖືກຍົກເລີກ “ຍ້ອນມີຄວາມລະມັດລະວັງ ໃນຂະນະທີ່ເຊື້ອໄວຣັສໄຂ້ຫວັດໝູ ຫຼື ASF ຍັງສືບຕໍ່ແຜ່ລະບາດຢູ່ໃນຈີນ ແລະແຫ່ງອື່ນໆຂອງເອເຊຍ.”