ພວກປະທ້ວງ ຢູ່ຮົງກົງ ຂົ່ມຂູ່ ຈະຍຶດເອົາ ໂຮງການ ຂອງ ລັດຖະບານ

Your browser doesn’t support HTML5

ພວກປະທ້ວງທີ່ຮົງກົງ ຂົ່ມຂູ່ ຈະຍຶດເອົາອາຄານລັດຖະບານ

ພວກປະທ້ວງນິຍົມປະຊາທິປະໄຕໃນຮົງກົງ ກຳລັງຂົ່ມຂູ່ຈະຍຶດ
ເອົາອາຄານລັດຖະບານຫລາຍຫລັງ ຖ້າຫົວໜ້າບໍລິຫານຮົງກົງ
ທີ່ເປັນມິດກັບປັກກິ່ງ ບໍ່ຍອມລາອອກຈາກໜ້າທີ່ ໃນວັນພະຫັດ
ມື້ນີ້.

ພວກນັກສຶກສາປະທ້ວງ ໃຫ້ເວລາແກ່ທ່ານ Leung Chun-
ying ຮອດທ່ຽງຄືນຕາມເວລາທ້ອງຖິ່ນ ເພື່ອໃຫ້ລາອອກຈາກ
ຕຳແໜ່ງ ແລະພວກເຂົາເຈົ້າໄດ້ເລີ້ມພາກັນຕັ້ງຄ້າຍ ຢູ່ຂ້າງ
ນອກຫ້ອງການຂອງທ່ານ ໃນຮົງກົງ ຊຶ່ງເປັນເຂດປົກຄອງຕົນ
ເອງເຄິ່ງນຶ່ງນັ້ນແລ້ວ.

ພວກນັກສຶກສາ ສືບຕໍ່ ປະທ້ວງ ຢູ່ຮົງກົງ

ການຄອບຄອງພວກຕຶກອາຄານຂອງລັດຖະບານຈະເປັນການເພີ້ມທະວີການປະເຊີນໜ້າ
ທີ່ສຳຄັນສຳລັບພວກປະທ້ວງ ຊຶ່ງຫລາຍໝື່ນຄົນໃນນັ້ນໄດ້ພາກັນພັກນອນຄ້າງຄືນຢູ່ຕາມ
ຖະຫນົນຫລວງສາຍຕ່າງໆມາຕັ້ງແຕ່ວັນສຸກຜ່ານມາ.

ໃນຂະນະທີ່ເສັ້ນຕາຍຂອງພວກປະທ້ວງຫຍັບໃກ້ເຂົ້າມານັ້ນ ໂຄສົກຄົນນຶ່ງຂອງຕຳຫຼວດ
ເຕືອນວ່າ ຈະມີການຕອບໂຕ້ຢ່າງແຂງຂັນຖ້າພວກປະທ້ວງບຸກເຂົ້າໄປຫລືພະຍາຍາມ
ປິດລ້ອມຕຶກອາຄານຂອງລັດຖະບານ.

ພວກປະທ້ວງ ຢູ່ວໍຊິງຕັນ ສະໜັບສະໜຸນ ການປະທ້ວງ ທີ່ຮົງກົງ

ທ່ານ Leung ບໍ່ໄດ້ໃຫ້ຮ່ອງຮອຍໃດໆ ທີ່ທ່ານຈະລາອອກ ໂດຍບໍ່ຍອມພົບປະກັບພວກ
ປະທ້ວງທີ່ໂມໂຫໂທໂສກ່ຽວກັບເລື້ອງປັກກິ່ງບໍ່ຍອມອະນຸມັດໃຫ້ມີການເລືອກຕັ້ງຢ່າງເສ
ລີໃນປີ 2017 ນັ້ນ.

ພັກຄອມມີວນິດ ຍັງໄດ້ໃຫ້ສັນຍານວ່າ ຕົນຍັງບໍ່ທັນຕຽມພ້ອມ ທີ່ຈະທຳການປະນີປະນອມ
ໃດໆ. ໃນບົດບັນນາທິການໃນໜ້າປົກຂອງໜັງສືພິມປະຊາຊົນລາຍວັນຊຶ່ງເປັນປາກກະ
ບອກສຽງຂອງພັກ ກ່າວວ່າ ລັດຖະບານກາງຂອງຈີນມີຄວາມພໍໃຈຫຼາຍກັບທ່ານ Leung ທີ່ກຳລັງປະເຊີນກັບບັນຫາຢູ່ໃນເວລານີ້.

Your browser doesn’t support HTML5

hongkongprotests2octber14