ແກນນຳພວກປະທ້ວງ ຢູ່ຮົງກົງ ຍົກເລີກ ການ​ລົງປະຊາມະຕິ

ຕູບຜ້າໃບ ຖືກຕັ້ງຂຶ້ນ ຢ່າງຫລວງຫຼາຍ ໂດຍພວກປະທ້ວງ ເພື່ອປະຊາທິປະໄຕ ຢູ່ໃນບໍລິເວນທີ່ເຂົາເຈົ້າເຂົ້າຄອບຄອງ ນອກ ສຳນັກງານໃຫຍ່ ຂອງລັດຖະບານຮົງກົງ ໃນຄຸ້ມ Admiralty ຂອງຮົງກົງ, ວັນທີ 26 ຕຸລາ 2014.

ພວກ​ຈັດ​ແຈງ​ການ​ປະ​ທ້ວງ​ເພື່ອ​ປະຊາທິປະ​ໄຕ​ຂອງ​ຮົງ​ກົງ ​ໄດ້
​ຍົກ​ເລີກ​ການ​ອອກສຽງ​ກ່ຽວ​ກັບວ່າ ຄວນ​ຈະເອົາບາດກ້າວ​ແນວ​
ໃດ​ຕໍ່​ໄປ ​ໃນການ​ເຂົ້າຄອບ​ຄອງ​ຖະໜົນ ເປັນ​ເວລາ​ໜຶ່ງ​ເດືອນ
​ຂອງ​ເຂົາ​ເຈົ້ານັ້ນ. ​ແຜນການ​ອອກສຽງ ໄດ້ຖືກ​ຍົກ​ເລີກ​ພຽງບໍ່
​ເທົ່າ​ໃດ​ຊົ່ວ​ໂມງ​ ກ່ອນກຳນົດ​ ຈະ​ເລີ້ມ​ຂຶ້ນ.

ຫຼັງຈາກ​ການ​ເຈລະຈາ​ກັນ ອັນ​ເປັນ​ຂີດ​ໝາຍຄວາມ​ກ້າວໜ້າ​ທີ່​ໄດ້
​ມີ​ຂຶ້ນ​ໃນ​ວັນ​ອັງຄານ​ຜ່ານ​ມາ ​ບັນດາເຈົ້າໜ້າ​ທີ່​ຮົງກົງ ​ໄດ້​ສະ​ເໜີ​
ຈະ​ສົ່ງ​ສານ​ ​ໄປ​ຍັງ​ຄະນະ​ລັດຖະບານ​ຈີນ ເພື່ອ​ຖ່າຍ​ທອດ​ຄວາມບໍ່
ພໍ​ໃຈຂອງ​ພວກ​ປະ​ທ້ວງ ນຳ​ການ​ຕັດສິນ​ໃຈ​ຂອງ​ປັກ​ກິ່ງ ​ທີ່ວ່າ ​ຜູ້​ສະມັກ​ເປັນຫົວໜ້າ​ບໍລິຫານຮົງ​ກົງ ສຳ​ຫລັບການ​ເລືອກ​ຕັ້ງ​ໃນປີ 2017 ຈະ​ຕ້ອງ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ລ່ວງ​ໜ້າ​ ຈາກ​ປັກ​ກິ່ງ​ເສຍ​ກ່ອນນັ້ນ.

ລັດຖະບານ​ຍັງໄດ້ສະ​ເໜີ ທີ່​ຈະເຈລະຈາ​ກັບ​ພວກ​ປະ​ທ້ວງເປັນ​ປະຈຳ ກ່ຽວ​ກັບ​ການ​ປະຕິ​ຮູບ ໃຫ້​ເປັນ​ປະຊາທິປະ​ໄຕ ​ແຕ່ມີເງື່ອນໄຂວ່າ​ພວກ​ເຂົາ​ເຈົ້າ ​ຕ້ອງ​ຢຸດຕິ​ການ​ປະ​ທ້ວງ ​ທີ່ໄດ້
ຕັນການ​ສັນຈອນອັນ​ໜາ​ແໜ້ນ​ ຕາມ​ຖະໜົນ​ຫົນທາງຫລາຍສາຍ​ນັ້ນ.

​ແກນນຳພວກ​ປະ​ທ້ວງ ​ໄດ້ປະຕິ​ເສດ​ຂໍ້​ສະ​ເໜີເຫລົ່າ​ນັ້ນ ວ່າບໍ່ເປັນ​ການ ພຽງພໍ ​ແຕ່​ຜູ້​ອືນໆ​ກ່າວ​ວ່າ ການລົງ​ປະຊາ​ມະຕິ ​ແມ່ນ​ມີ​ຄວາມ​ສຳຄັນ ​ທີ່​ຈະ​ໄດ້​ຮັບ​ການ​ເຫັນ​ດີ​ເຫັນ​ພ້ອມຫລາຍຂຶ້ນ ຈາກ​ພົນລະ​ເມືອງ.

ບໍ່ເປັນ​ທີ່ຈະແຈ້ງວ່າ ຈະ​ມີ​ການວາງກຳນົດ ສຳ​ຫລັບການ​ອອກສຽງຄັ້ງ​ໃໝ່ ເມື່ອ​ໃດ.

ວີດີໂອ: ພວກປະທ້ວງຍັງສືບຕໍ່ ຄອບຄອງເຂດ Mong Kok

Your browser doesn’t support HTML5

Hong Kong Protesters Focused on Holding Ground in Volatile Mong Kok

ລຳດັບເຫດການ ກ່ຽວກັບຮົງກົງ: