ເກີດການປະທະກັນຄັ້ງໃໝ່ ທີ່ຮົງກົງ ລະຫວ່າງ ພວກປະທ້ວງ ກັບຕຳຫຼວດ

ຊາຍຄົນນຶ່ງສະແດງທັດສະນະຄັດຄ້ານຂອງຕົນ ກັບພວກນັກ ສຶກສາປະທ້ວງ ນິຍົມປະຊາທິປະໄຕ ທີ່ເຂດ Mong Kok ຮົງກົງ ວັນທີ 18 ຕຸລາ 2014.

ຕຳຫຼວດ​ຮົງ​ກົງ​ປະ​ທະ​ກັບ​ພວກ​ປະ​ທ້ວງ​ໃນ​ເຊົ້າ​ວັນ​ອາທິດ​ມື້​ນີ້
​ເຮັດ​ໃຫ້ສະພາບ​ການ​ບໍ່​ໄປ​ບໍ່​ມາ ​ຍິ່ງ​ເລິກ​ລົງ​ໄປ​ອີກ ລະຫວ່າງ​
ລັດຖະບານ​ແລະ​ຂະ​ບວນການ​ນິຍົມ​ປະຊາທິປະ​ໄຕ.

ຕຳຫຼວດຫຼາຍ​ສິບ​ຄົນ ທີ່​ຖືໂລ່ປ້ອງ​ກັນ​ແລະ​ໃສ່​ໝວກ​ເຫຼັກ ​ບຸກ
​ເຂົ້າ​ໄປ​ໃນ​ຝູງ​ຊົນປະ​ທ້ວງ​ທີ່​ໂຮມ​ຊຸມນຸມ​ກັນຢູ່​ໃກ້​ສິ່ງ​ກີດຂວາງ
​ໃນ​ເຂດ Mong Kok. ອົງການ​ຂ່າວ AP ກ່າວ​ວ່າ ມີ 20 ຄົນ​
ໄດ້​ຮັບ​ບາດ​ເຈັບໃນ​ການປະ​ທະ​ກັນ.

ການ​ຕໍ່ສູ້​ກັນ​ນີ້ ມີ​ຂຶ້ນ​ໃນ​ເວລາ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫຼັງ​ຈາກ​ລັດຖະ
ບານ​ຮົງ​ກົງ ກ່າວ​ວ່າ ​ຕົນຄື​ຈະ​ເລີ້ມ​ການ​ໂອ້​ລົມ​ສົນທະນາ​ກັບ
​ພວກ​ນັກ​ສຶກສາ​ໃນ​ວັນ​ອັງຄານ​ອາທິດ​ນີ້ ຊຶ່ງ​ຄຳ​ຖະແຫຼງນີ້​ມີ​ຂຶ້ນ​ຫຼັງ​ຈາກ​ມີ​ການ​ປະ​ທະ​ກັນ​
ມາ​ຫຼາຍ​ຄືນ ລະຫວ່າງຕຳຫຼວດ​ກັບ​ພວກ​ປະ​ທ້ວງ​ນິຍົມ​ປະຊາທິປະ​ໄຕທີ່ ​ເຮັດ​ໃຫ້​ຫຼາຍ​ເຂດ
ຂອງ​ຮົງ​ກົງ ​ຕົກ​ຢູ່​ໃນ​ສະພາບ​ເປັນ​ເປ້ຍ​ລ່ອຍ.

ທ່ານ​ນາງ Carrie Lam ຫົວໜ້າ​ຫ້ອງການ​ລັດຖະບານ​ຮົງ​ກົງ ກ່າວ​ວ່າ ວັນ​ອັງຄານ​ເປັນມື້​
ທີ່​ໄວ​ທີ່​ສຸດ ​ໃນ​ຈຳນວນ​ສາມ​ມື້ ທີ່​ທາງ​ລັດຖະບານ​ໄດ້​ສະ​ເໜີ​ໃຫ້​ ສະຫະພັນ​ນັກ​ສຶກສາຮົງ​
ກົງ ສຳຫຼັບ​ທຳການເຈລະຈາ​ກັນນັ້ນ. ທ່ານ​ນາງ​ກ່າວ​ຕໍ່​ໄປ​ວ່າ ​ໄດ້​ມີ​ຄວາມ​ຄືບ​ໜ້າ​ທີ່​ດີ​ ໃນ
ການ​ກະກຽມ​ສຳ​ຫຼັບການ​ໂອ້​ລົມ​ສົນທະນາ​ກັນ​ນີ້.

ຕຳຫຼວດປະທະກັບ ພວກປະທ້ວງ ຢູ່ຮົງກົງ - ວັນທີ 19 ຕຸລາ 2014

ທ່ານ Leung Chun-ying ຫົວໜ້າ​ບໍລິຫານ​ຮົງ​ກົງ ​ໄດ້​ກ່າວ​ຫວ່າງ​ໄວໆ​ມາ​ນີ້​ວ່າ ທ່ານ​ກຳລັງ​ພະຍາຍາມ​ຊອກ​ຫາ​ທາງ ​ເພື່ອຮື້​ຟື້ນ​ການ​ໂອ້​ລົມ​ສົນທະນາ​ກັນ​ຄືນ ​ກັບ​ບັນດາ​ຜູ້ນຳ​ຂອງ​ພວກ​ປະ​ທ້ວງ ທີ່​ໄດ້​ຢຸດ​ສະ​ງັກລົງໃນ​ຕົ້ນ​ເດືອນ​ນີ້ ຫຼັງ​ຈາກ​ລັດຖະບານ​ຖອນ​ໂຕ.

​ໃນ​ວັນ​ເສົາ​ວານ​ນີ້ ຕໍາ ຫຼວດ​ປາບ​ຈາ​ລາ​ຈົນ ​ໄດ້​ໃຊ້​ບັ້ງ​ສີດ​ໝາກ​ເຜັດ ​ແລະ​ໄມ້ຄ້ອນ ​ປະ​ທະ​
ກັບ​ພວກ​ປະ​ທ້ວງ​ນິຍົມ​ປະຊາທິປະ​ໄຕ​ຫຼາຍ​ສິບ​ຄົນ

ທີ່​ໃຊ້​ຄັນ​ຮົ່ມ​ເປັນ​ເຄື່ອງ​ປ້ອງ​ກັນ​ໂຕ ຂະນະ​ທີ່​ພວກ​ປະ​ທ້ວງ​ສືບ​ຕໍ່​ຄອບ​ຄອງທີ່​ພັກ​ຊົ່ວຄາວ​ຂອງ​ພວກ​ເຂົາ​ເຈົ້າ​ ໃນ​ເຂດ Mong Kok ຂອງ​ຮົງກົງ​ນັ້ນ.

Your browser doesn’t support HTML5

hongkong19october14