ເຈົ້າໜ້າທີ່ຕຳຫລວດຮົງກົງ ພວມມ້ຽນມັດສະຖານທີ່ປະທ້ວງແຫ່ງ
ສຸດທ້າຍ ໃນວັນຈັນມື້ນີ້ ໂດຍຍົກຍ້າຍອອກ ສິ່ງຂອງຕ່າງໆທີ່ໄດ້
ຕັນຖະໜົນຫຼາຍສາຍທົ່ວເມືອງ ເປັນເວລາຫຼາຍກວ່າ 10 ອາທິດ
ມາແລ້ວນັ້ນ.
ເຈົ້າໜ້າທີ່ຕຳຫລວດ ໄດ້ບອກໃຫ້ ພວກປະທ້ວງ ອອກໄປຈາກ
ຖະໜົນສາຍນຶ່ງ ໃນຄຸ້ມ Causeway Bay ໂດຍ “ທັນທີ.”
ບັນດາຜູ້ນຳການປະທ້ວງກຸ່ມນ້ອຍໆກຸ່ມໜຶ່ງ ຮ້ອງໂຮວ່າ “ພວກ
ເຮົາຈະກັບຄືນມາ” ແລະພ້ອມດຽວກັນ ກໍຮຽກຮ້ອງໃຫ້ຜູ້
ບໍລິຫານຮົງກົງ ທ່ານ Leung Chun-ying ລົງຈາກຕຳແໜ່ງ.
ຕຳຫລວດໄດ້ມ້າງສະຖານທີ່ປະທ້ວງແຫ່ງໃຫຍ່ສຸດ ໃນເຂດຄຸ້ມ Admiralty ໃນວັນພະຫັດ ຜ່ານມາ ຫຼັງຈາກທີ່ໄດ້ຈັບກຸມ ບັນດາຜູ້ນຳພວກນັກສຶກສາປະທ້ວງ ແລະຜູ້ແທນສະພາ
ຫົວນິຍົມປະຊາທິປະໄຕ ຈຳນວນໜຶ່ງ.
ພວກປະທ້ວງ ແມ່ນຮຽກຮ້ອງໄປຍັງປັກກິ່ງ ໃຫ້ອະນຸຍາດໃຫ້ມີການເລືອກຕັ້ງ ທີ່ເປັນປະຊາ ທິປະໄຕໂດຍເຕັມ ໃນຮົງກົງ ໃນປີ 2017. ທາງການຈີນໄດ້ກ່າວວ່າ ຜູ້ສະໝັກທັງໝົດ ຕ້ອງໄດ້ຜ່ານຂັ້ນຕອນການ ກວດສອບເສຍກ່ອນ ແລະ ໄດ້ປະຕິເສດຄຳຮຽກຮ້ອງຕ່າງໆ ຂອງພວກປະທ້ວງ.
ຮົງກົງ ຊຶ່ງເປັນອານານິຄົມຂອງອັງກິດໃນເມື່ອກ່ອນ ໄດ້ຖືກມອບສົ່ງຄືນໃຫ້ຈີນ ເມື່ອປີ 1997 ແລະບັດນີ້ ເປັນດິນແດນຂອງຈີນ ທີ່ມີສິດ ປົກຄອງຕົນເອງເຄິ່ງໜຶ່ງ ຊຶ່ງພົນລະເມືອງໄດ້ຊົມໃຊ້ສິດເສລີພາບຫລາຍໆຢ່າງ ທີ່ບໍ່ໄດ້ອະນຸຍາດໃຫ້ ຢູ່ໃນຈີນແຜ່ນດິນໃຫຍ່.
Your browser doesn’t support HTML5