ພວກປະທ້ວງ ເພື່ອປະຊາທິປະໄຕ 12 ຄົນ ຖືກຕຳຫລວດຮົງກົງ ຈັບກຸມໄວ້

ພວກເຈົ້າໜ້າທີ່ຕຳຫລວດ ພະຍາຍາມ ຈະຢຸດຢັ້ງ ພວກປະທ້ວງຕໍ່ຕ້ານປັກກິ່ງ ທີ່ແກວ່ງລູກປຸມເປົ້າທີ່ມີຮູບພາບ ຂອງນັກເຄື່ອນໄຫວເພື່ອສິດທິມະນຸດ ທ່ານ Liu Xiaoboຜູ້ທີ່ຖືກທາງການຈີນຈັບຂັງຄຸກ ໃນລະຫວ່າງ ການເຕົ້າໂຮມ ຊຸມນຸມປະທ້ວງ ນອກຫ້ອງການ ປະສານງານຂອງຈີນ ໃນຮົງກົງ ເມື່ອວັນພະຫັດ ທີ 25 ທັນວາ 2014.

ເຈົ້າໜ້າ​ທີ່ຕຳຫລວດຮົງ​ກົງ ​ໄດ້​ຈັບ​ກຸມ ພວກ​ປະ​ທ້ວງ​ຈຳນວນ
12 ຄົນ ​ໃນ​ຂະນະ​ທີ່​ການ​ເດີນ​ຂະ​ບວນປະ​ທ້ວງ ​ເພື່ອ​ປະຊາ
ທິປະໄຕ ​ໄດ້​ກັບ​ຄືນ​ມາ​ອີກ ​ໃນ​ບໍລິ​ເວນຄຸ້ມ Mong Kok ທີ່
ເຄີຍຖືກ​ຍຶດຄອງ​ມາ​ແລ້ວ​ ຫຼາຍ ກວ່າ​ສອງ​ເດືອນ​ນັ້ນ.

ຕຳຫລວດກ່າວ​ໃນ​ວັນ​ພະຫັດ​ມື້​ນີ້ ວ່າ ພວກ​ເຂົາ​ເຈົ້າ ​ໄດ້​ໃຊ້​
ສະ​ເປໝາກເພັດ ​ແລະ ​ໄມ້ຄ້ອນ ​ໃນ​ການ​ປະກັນ​ຂ້າມ​ຄືນ ​
ແລະ​ໄດ້​ຈັບ​ກຸມ ​ພວກ​ເດີນ​ຂະ​ບວນປະ​ທ້ວງຈຳນວນ​ໜຶ່ງ ​ໃນ​
ຂໍ້​ກ່າວຫາຕ່າງໆ ທີ່ມີທັງຈາກການ​ທຳຮ້າຍ​ຮ່າງກາຍ ​ເຈົ້າໜ້າ​ທີ່
​ຕຳຫລວດ ຫາ ການ​ທີ່​ບໍ່​ມີ​ບັດປະຈຳ​ໂຕ​ມາຢັ້ງຢື້​ນຕົນ​ເອງ.

​ມັນ​ເປັນຄັ້ງທຳ​ອິດ​ທີ່​ມີ​ການ​ເຕົ້າ​ໂຮ​ມຊຸມນຸມ​ກັນ​ທີ່​ໃຫຍ່​ພໍ​ສົມຄວນ ນັບ​ຕັ້ງ​ແຕ່ ຄ້າຍ​ປະທ້ວງ ​ໄດ້​ຖືກ​ຍົກຍ້າຍ​ອອກ​ໄປ​ເທື່ອ​ສຸດ​ທ້າຍ ​ເມື່ອ​ວັນ​ທີ 15 ທັນວາ​ນັ້ນ.

ຢູ່​ຈຸດ​ສຸດ​ຍອດ​ຂອງ​ການ​ປະ​ທ້ວງ ທີ່​ເອີ້ນ​ກັນ​ວ່າ ​ຂະບວນການ​ເຄື່ອນ​ໄຫວ​ປະ​ທ້ວງເພື່ອ
ເຂົ້າຍຶດຄອງ ​ໄດ້​ດຶງ​ດູດ​ເອົາ​ພວກເດີນ​ຂະ​ບວນປະ​ທ້ວງຫຼາຍ ພັນ​ຄົນ ຊຶ່ງ​ກາຍ​ເປັນຄວາມ​
ທ້າ​ທາຍ ​ຕໍ່ ການ​ປົກຄອງ​ ຂອງ​ປັກ​ກິ່ງ ​ໃນ​ຮົງ​ກົງ​ທີ່​ບໍ່​ເຄີຍ​ມີ​ມາກ່ອນ.

ພວກ​ປະ​ທ້ວງ​ຢາກ​ໃຫ້​ປັກ​ກິ່ງ ອະນຸຍາດ​ໃຫ້​ມີ​ການ​ເລືອກ​ຕັ້ງ ​ເອົາ​ຜູ້ນຳ​ຮົງ​ກົງ ​ຢ່າງ​ເປັນ​
ປະຊາທິປະ​ໄຕທີ່​ຄົບ​ຖ້ວນ​ ໃນ​ປີ 2017. ຈີນ ​ໄດ້​ກ່າວ​ວ່າ ບັນດາ​ຜູ້​ສະມັກ​ເປັນ​ຜູ້​ບໍລິຫານ
​ຮົງ​ກົງ​ນັ້ນ ຕ້ອງ​ໄດ້​ຜ່ານຂະ​ບວນ​ການກວດ​ສອບ​ເສຍ​ກ່ອນ.

ຮົງ​ກົງ​ເຄີຍ​ເປັນ​ອານາ​ນິຄົມ​ຂອງ​ອັງກິດ​ໃນ​ເມື່ອ​ກ່ອນ ​ໄດ້​ຖືກ​ສົ່ງ​ຄືນ​ໃຫ້​ຈີນ ​ໃນ​ປີ 1997.
ໃນຖານະທີ່ເປັນເຂດເຄິ່ງປົກຄອງຕົນເອງ​ຂອງ​ຈີນ ນັ້ນ ​ພົນລະ​ເມືອງ​ຂອງ​ຮົງ​ກົງ ຍັງ​ຄົງ​ມີ​
ສິດເສລີພາບຫຼາຍໆ​ຢ່າງ ທີ່​ບໍ່​ອະນຸຍາດ​ໃຫ້​ ຢູ່​ຈີນ​ແຜ່ນ​ດິນ​ໃຫຍ່.