ຕຳຫຼວດໃນຮ່ອງກົງ ຈັບກຸມພວກປະທ້ວງ ຈຳນວນຫຼາຍກວ່າ
500 ຄົນທີ່ພາກັນນັ່ງປະທ້ວງໃນຄືນຜ່ານມາຈົນຮອດເຊົ້າວັນ
ພຸດມື້ນີ້ ທີ່ມີຂຶ້ນຫຼັງຈາກການໂຮມຊຸມນຸມ ເພື່ອປະຊາທິປະໄຕ
ຄັ້ງໃຫຍ່.
ພວກປະທ້ວງໄດ້ຖືກກ່າວຫາ ຖານທຳການໂຮມຊຸມນຸມທີ່ຜິດ
ກົດໝາຍ ແລະຂັດຂວາງຕຳຫຼວດ ຫຼັງຈາກທຳການປະຕິຍານ
ວ່າຈະພາກັນນັ່ງປະທ້ວງໃນເຂດການເງິນຂອງຮ່ອງກົງ ຈົນຮອດ
8:00 ໂມງເຊົ້າວັນພຸດມື້ນີ້.
ພວກປະທ້ວງສ່ວນຫຼາຍບໍ່ໄດ້ທຳການຕໍ້ສູ້ໃດໆກັບຕຳຫຼວດ ແຕ່ມີພວກອື່ນໆຕ້ອງຖືກລາກໂຕໜີ ໂດຍພາກັນເຕະຖີບ ແລະຮ້ອງໂຮຕ່າງໆຈາກສະຖານທີ່ປະທ້ວງ ທີ່ຖະໜົນ Chater
ນັ້ນ.
ທ່ານນາງ Mabel Au ຈາກອົງການນິລະໂທດກຳສາກົນ ເອີ້ນການຈັບກຸມຜູ້ຄົນຢ່າງຂະ
ໜານໃຫຍ່ນີ້ວ່າ “ລົບກວນ” ໂດຍກ່າວຕໍ່ວີໂອເອວ່າ ພວກປະທ້ວງບໍ່ໄດ້ກະທຳສິ່ງໃດ
ຜິດກົດໝາຍ.
ທ່ານນາງ Mabel Au ກ່າວວ່າ “ພວກເຮົາບໍ່ໄດ້ເຫັນຄວາມຮຸນແຮງໃດໆຫຼືການ
ກໍ່ການຈະລາຈົນໃດໆ ຫຼືສິ່ງໃດໆເກີດຂຶ້ນ. ມັນເປັນການໂຮມຊຸມນຸມທີ່ດຳເນີນໄປຢ່າງສັນຕິຫຼາຍ. ພວກເຮົາບໍ່ເຫັນດີນຳຕຳຫຼວດທີ່ວ່າມັນເປັນການໂຮມຊຸມ
ນຸມທີ່ຜິດກົດໝາຍນັ້ນ.”
ນອກນັ້ນທ່ານນາງ Mabel Au ຍັງກ່າວເຊັ່ນກັນວ່າ “ມັນທີ່ຮັບເອົາບໍ່ໄດ້” ທີ່ວ່າຫຼາຍ
ຄົນທີ່ຖືກຈັບກຸມ ບໍ່ໄດ້ຮັບອະນຸຍາດໃຫ້ພົບກັບທະນາຍຄວາມຂອງເຂົາເຈົ້າ.
ບັນດາຜູ້ຈັດການຊຸມນຸມປະທ້ວງ ກ່າວວ່າ ມີປະຊາຊົນຈຳນວນ 510 ພັນຄົນເຂົ້າປະ
ກອບສ່ວນໃນການປະທ້ວງ ໃນວັນຄົບຮອບ 17 ປີ ທີ່ອະດີດອະນານິຄົມອັງກິດແຫ່ງນີ້ ໄດ້ຖືກໂອນກັບຄືນໄປຢູ່ພາຍໃຕ້ການປົກຄອງຂອງຈີນ.
ຕຳຫຼວດເວົ້າວ່າ ຈຳນວນປະຊາຊົນໄປຮ່ວມການຊຸມນຸມນັ້ນ ມີບໍ່ຮອດ 1 ແສນຄົນ.
ການປະທ້ວງປະຈຳປີ ແມ່ນເພີ້ມຄວາມໝາຍຫຼາຍຂຶ້ນໃນປີນີ້ ທ່າມກາງການປຸກລະ
ດົມເພື່ອກົດດັນລັດຖະບານປັກກິ່ງ ອະນຸມັດໃຫ້ປະຊາຊົນໃນຮ່ອງກົງ ເລືອກເອົາຜູ້ນຳ
ຂອງເຂົາເຈົ້າເອງ.
ພວກປະທ້ວງຫຼາຍຄົນ ພາກັນຮ້ອງໂຮຄຳຂວັນຕໍ່ຕ້ານຈີນ ແລະຖືປ້າຍຕ່າງໆຮຽກຮ້ອງ
ເອົາ “ປະຊາທິປະໄຕແທ້” ໃນຂະນະທີ່ພວກເຂົາເຈົ້າເດີນຂະບວນຈາກສວນສາທາລະ
ນະ Victoria ໄປຫາເຂດການເງິນນັ້ນ.
Your browser doesn’t support HTML5