ຕຳຫຼວດ ຮົງກົງ ຈັບພວກນັກສຶກສາ ທີ່ປະທ້ວງ ຫຼາຍສິບຄົນ

ຜູ້ປະທ້ວງຄົນນຶ່ງ ຍົກປ້າຍທີ່ຂຽນວ່າ ສູນກາງຄວບຄຸມ (ຂວາ) ແລະການຂັດຂືນຄຳສັ່ງ ຢູ່ຕໍ່ໜ້າແຖວຕຳຫຼວດປາບຈະລາຈົນ ນອກສຳນັກງານໃຫຍ່ ໂຮງການລັດຖະບານ ຮົງກົງ (27 ກັນຍາ 2014)

ຕຳຫຼວດປາບຈະລາຈົນໃນຮົງກົງ ໄດ້ຈັບພວກນັກສຶກສາປະທ້ວງ
ຫລາຍສິບຄົນ ທີ່ພາກັນບຸກເຂົ້າໄປ ໃນສຳນັກງານໃຫຍ່ໂຮງການ
ລັດຖະບານເມື່ອຄືນແລ້ວນີ້.

ຕຳຫຼວດໄດ້ປະທະກັນຫຼາຍໆຄັ້ງຕະຫລອດຄືນກັບພວກປະທ້ວງ
ທີ່ພາກັນບຸກຜ່ານປະຕູຮັກສາຄວາມປອດໄພຫລືປີນຂ້າມຮົ້ວສູງ ເຂົ້າໄປໃນບໍລິເວນຈະຕຸລັດຂອງຕຶກສຳນັກງານໂຮງການລັດຖະ
ບານ.

ໃນຕອນເຊົ້າວັນເສົາມື້ນີ້ພວກເຈົ້າໜ້າທີ່ຕຳຫຼວດໄດ້ສີດນ້ຳໝາກ
ເຜັດເຂົ້າໃສ່ພວກປະທ້ວງ ແລະກໍລາກເອົາໂຕ ພວກທີ່ປະຕິເສດ
ບໍ່ຍອມໜີຈາກຈະຕຸລັດອອກໄປ.

ຢູ່ບໍລິເວນທາງນອກຈະຕຸລັດ ພວກນັກສຶກສາຂະໜາດໃຫຍ່ກຸ່ມນຶ່ງໄດ້ກັນຮ້ອງຄຳຂວັນຕໍ່ ຕ້ານຕຳຫຼວດ ແລະທ້ວງໃຫ້ເຂົາເຈົ້າປ່ອຍພວກເພື່ອນນັກສຶກສາທີ່ຖືກຈັບ.

ວັນເສົາມື້ນີ້ ແມ່ນມື້ສຸດທ້າຍໃນການນັດບໍ່ເຂົ້າຮຽນແລະປະທ້ວງ ເພື່ອຮຽກຮ້ອງໃຫ້ປັກກິ່ງ ອະນຸຍາດໃຫ້ມີການເລືອກຕັ້ງແບບປະຊາທິປະໄຕໂດຍເຕັມ ໃນປີ 2017.

ພວກນັກເຄື່ອນໄຫວເພື່ອປະຊາທິປະໄຕໄດ້ພາກັນໂກດແຄ້ນຫລັງຈາກຈີນໄດ້ປະກາດໃນ ເດືອນແລ້ວນີ້ວ່າ ຜູ້ສະໝັກທັງໝົດ ໃນການເລືອກຕັ້ງ ປີ 2017 ຈະຕ້ອງໄດ້ຮັບການອະນຸ ມັດຈາກຄະນະກຳມະການ ທີ່ນິຍົມປັກກິ່ງເສຍກ່ອນ.

Your browser doesn’t support HTML5

HONG KONG PROTESTS VO