ພວກຄົນໃຊ້ ຢູ່ຮົງກົງ ໄດ້ຮັບສິດ ຂໍຢູ່ຢ່າງຖາວອນ

  • ໄພສານ ວໍຣະຈັກ

Eman Villanueva (ກາງ) ຮອງປະທານສະຫະພັນຄົນງານຟີລິບປິນ ພ້ອມກັບພວກຜູ້ຕາງໜ້າກຸ່ມອື່ນໆຍົກມື ຂຶ້ນເປັນໂຕວີຫຼັງຈາກສານສູງຂອງຮົງກົງຕັດສິນວ່າ ມັນເປັນການຜິດລັດຖະທຳມະນູນທີ່ລັດຖະບານໄດ້ປະຕິເສດ ບໍ່ໃຫ້ພວກຄົນໃຊ້ຊາວຕ່າງປະເທດ ຂໍຢູ່ໃນຮົງກົງ ຢ່າງເປັນການຖາວອນໄດ້ (30 ກັນຍາ 2011)

ສານສູງຂອງຮົງກົງອະນຸມັດໃຫ້ຄົນໃຊ້ຜູ້ນຶ່ງຈາກຟີລິບປິນ ມີສິດຍື່ນຄຳຮ້ອງ ຂໍຢູ່ທີ່ຮົງກົງໄດ້
ຢ່າງເປັນການຖາວອນ ຊຶ່ງເປັນການຕັດສິນທີ່ສຳຄັນ ສຳລັບພວກຄົນຮັບໃຊ້ ພາຍໃນບ້ານ
ເຮືອນຢູ່ໃນເຂດປົກຄອງພິເສດຂອງຈີນ.

ສານສູງຂອງຮົງກົງຕັດສິນວ່າ ກົດໝາຍຄົນເຂົ້າເມືອງທີ່ຫ້າມບໍ່ໃຫ້ພວກຄົນໃຊ້ຊາວຕ່າງປະ
ເທດຍື່ນຄຳຮ້ອງຂໍຢູ່ຢ່າງເປັນການຖາວອນໄດ້ນັ້ນແມ່ນລະເມີດຕໍ່ລັດຖະທຳມະນູນນ້ອຍຂອງ
ຮົງກົງ ທີ່ເອີ້ນວ່າ ກົດໝາຍພື້ນຖານ. ທຸກໆຄົນສາມາດຍື່ນຄຳຮ້ອງຂໍຢູ່ທີ່ຮົງກົງໄດ້ຢ່າງເປັນ
ການຖາວອນຫຼັງຈາກໄດ້ອາໄສຢູ່ທີ່ນັ້ນເປັນເວລາ 7 ປີ.

ຮົງກົງ ຈ້າງພວກຄົນຮັບໃຊ້ຢູ່ໃນບ້ານເຮືອນຊາວຕ່າງປະເທດ ປະມານ 290,000 ຄົນຊຶ່ງ
ສ່ວນໃຫຍ່ແລ້ວແມ່ນມາຈາກອິນໂດເນເຊຍແລະຟີລິບປິນ.