85 ຄົນ ບາດເຈັບ ຍ້ອນ ອຸບັດຕິເຫດ ເຮືອຂ້າມຟາກ ຢູ່ ຮົງກົງ (ວີດີໂອ)

Your browser doesn’t support HTML5

ເຈົ້າໜ້າທີ່ການເດີນເຮືອທາງທະເລຂອງຮົງກົງກ່າວວ່າ ມີ 85 ຄົນ
ໄດ້ຮັບບາດເຈັບ ເວລາເຮືອຂ້າມຟາກລຳນຶ່ງທີ່ເດີນທາງແຕ່ຮົງກົງ
ໄປມາກາວ ຕຳກັນກັບວັດຖຸຊະນິດນຶ່ງ ທີ່ຍັງບໍ່ຊາບວ່າແມ່ນຫຍັງ.

ພະແນກຮັບຜິດຊອບການເດີນເຮືອທາງທະເລຂອງຮົງກົງເວົ້າວ່າ
ເຮືອຂ້າມຟາກຄວາມໄວສູງ hydrofoil ທີ່ບັນທຸກຜູ້ໂດຍສານ 105
ຄົນພ້ອມດ້ວຍພະນັກງານອີກ 10 ຄົນ ໄດ້ເກີດອຸບັດຕິເຫດຕຳກັບ
ວັດຖຸດັ່ງກ່າວ ໃນເວລາປະມານ 1 ໂມງ 20 ໃນຕອນເຊົ້າມື້ນີ້ຕາມ
ເວລາທ້ອງຖິ່ນໃນເສັ້ນທາງຂອງພວກນັກທ່ອງທ່ຽວໃກ້ໆເກາະທີ່ຢູ່
ຫ່າງໄກເກາະນຶ່ງ.

ເຮືອຂ້າມຟາກລຳນີ້ ສາມາດຫາທາງແລ່ນກັບຄືນໄປຍັງຮົງກົງໄດ້ ຫຼັງຈາກໄດ້ຕຳກັບວັດຖຸດັ່ງກ່າວນັ້ນແລ້ວ.

ອຸບັດຕິເຫດທີ່ວ່ານີ້ແນ່ນອນແມ່ນຈະກໍ່ໃຫ້ເກີດຄວາມວິຕົກກັງວົນ
ຂອງປະຊາຊົນກ່ຽວກັບເລື່ອງຄວາມປອດໄພໃນການຂົນສົ່ງທາງ ທະເລຢູ່ໃນບໍລິເວນອ່າວຮົງກົງ ຊຶ່ງເປັນນຶ່ງໃນບັນດາອ່າວ ທີ່ມີການເດີນເຮືອໄປມາຫລາຍທີ່
ສຸດໃນໂລກນັ້ນ.