ຕໍາ ຫຼວດຮົງກົງ ກ່າວວ່າ ທ່ານ Kevin Lau ແມ່ນກໍາ ລັງຍ່າງ
ໄປຫາລົດຂອງລາວ ໃນຕອນເຊົ້າວັນພຸດມື້ນີ້ ທີ່ຄຸ້ມ Sai
Wan Ho ໃນຕອນທີ່ລາວຖືກໂຈມຕີໂດຍຄົນຮ້າຍກຸ່ມນຶ່ງ
ທີ່ພາກັນຫລົບໜີໄປດ້ວຍລົດຈັກ. ປະຈຸບັນນີ້ ທ່ານ Lau
ກໍາລັງຢູ່ໃນອາການສາຫັດ.
ທ່ານ Lau ໄດ້ຖືກປົດໃນເດືອນແລ້ວນີ້ ອອກຈາກຕຳແໜ່ງບັນນາທິການຂອງໜັງສື
ພິມ Ming Pao ຊຶ່ງເປັນໜັງສືພິມທີ່ມີຊື່ສຽງທາງດ້ານການສືບສວນສອບສວນຕ່າງໆ
ແລະການເກັບກໍາ ເລື່ອງການເມືອງຂອງຈີນຢ່າງມີປະສິດທິຜົນນັ້ນ. ຫລັງຈາກທ່ານ
ຖືກປົດແລ້ວ ກໍໄດ້ ມີການແຕ່ງຕັ້ງໃຫ້ບັນນາທິການທີ່ນິຍົມຈີນເຂົ້າຮັບໜ້າທີ່ແທນ.
ການປົດທ່ານ Lau ອອກຈາກຕຳແໜ່ງ ແລະອີກຫຼາຍກໍລະນີທີ່ຄ້າຍຄືກັນນີ້ ໄດ້ສ້າງ
ຄວາມເປັນຫ່ວງຄັ້ງໃໝ່ ກ່ຽວກັບສິດເສລີພາບດ້ານການຂ່າວທີ່ພວມຊຸດໂຊມລົງ
ແລະການມີອິດທິພົນເພີ້ມຂຶ້ນຂອງຈີນແຜ່ນດິນໃຫຍ່ໃນຮົງກົງ ຊຶ່ງເປັນເຂດເຄິ່ງປົກ
ຄອງຕົນເອງນັ້ນ.
ສະມາຄົມນັກຂ່າວຂອງຮົງກົງໄດ້ກ່າວປະນາມການໂຈມຕີຕໍ່ທ່ານ Lau ນັ້ນວ່າ ດ້ວຍ
ຄຳເວົ້າ ທີ່ແຮງສຸດແລະຮຽກຮ້ອງໃຫ້ເຈົ້າໜ້າທີ່ນໍາ ເອົາພວກຄົນຮ້າຍທີ່ໂຈມຕີນັ້ນມາລົງ
ໂທດໂດຍໄວ ເທົ່າທີ່ຈະໄວໄດ້ ເພື່ອບັນເທົາຄວາມຢ້ານກົວຂອງປະຊາຊົນ.