ຮົງກົງ ຫ້າມບໍ່ໃຫ້ ຜູ້ສະໝັກ ຈາກພັກ ນິຍົມ ປະຊາທິປະໄຕ ລົງແຂ່ງຂັນ

ນັກເຄື່ອນໄຫວ ແອັກແນັສ ຈາວ ຢືນຖ່າຍຮູບ ກ່ອນການໂຄສະນາຫາສຽງ ເອົາບ່ອນນັ່ງ ໃນສະພານິຕິບັນຍັດ ທີ່ຈະມີການເລືອກຕັ້ງ ໃນເດືອນມີນາ ຈະມາເຖິງນີ້.

ຮົງກົງ ​ໄດ້​ຫ້າມບໍ່ໃຫ້​ນັກ​ເຄື່ອນ​ໄຫວ​ໜຸ່ມ​ນ້ອຍ​ຄົນ​ນຶ່ງ ລົງສະໝັກແຂ່ງຂັນໃນການ​ເລືອກ
​ຕັ້ງ​ ທີ່​ຈະ​ມີຂຶ້ນໃນໄວໆນີ້.

ນາງແອັກເນັສ ຈາວ (Agnes Chow) ທີ່​ມີ​ອາຍຸ 21 ປີ ​ເປັນ​ສະມາຊິກ​ ​ພັກ​ນິຍົມປະຊາ
ທິປະ​ໄຕ​ ເດ​ໂມ​ຊິ​ສ​ໂຕ.

ນາງ​ຫວັງ​ວ່າ ຈະ​ລົງສະໝັກ​ເປັນສະມາຊິກ​ສະພານິຕິບັນຍັດ​ໃນ​ການ​ເລືອກ​ຕັ້ງ​ຊຶ່ງຈະ
ມີຂຶ້ນໃນເດືອນ​ມີນາ​ຈະ​ມາ​ເຖິງ​ນີ້.

ລັດຖະບານຮົງກົງ ​ເຖິງ​ຢ່າງ​ໃດ​ກໍ​ດີ ​ໄດ້ນຳ​ເອົາ​ເລື້ອງນະໂຍບາຍຂອງພັກ​ເດ​ໂມ​ຊິ​ສ​ໂຕ
ຊຶ່ງ​ຮວມທັງ “ການ​ຊີ້ຊະຕາກຳຂອງ​ຕົນ​ເອງ” ຫລື​ການເປັນເອກກະລາດ ຂອງຮົງກົງ.

ລັດຖະບານຮົງກົງ ກ່າວ​ຢູ່​ໃນ​ຖະ​ແຫຼ​ງການ​ສະບັບນຶ່ງ​ວ່າ “ການຊີ້ຊະຕາກຳຂອງຕົນ​ເອງ
ຫລືປ່ຽນ​ແປງ​ລະບອບການ​ປົກຄອງ​ພິ​ເສດຂອງເຂດຮົງກົງ​ (HKSAR) ​ດ້ວຍ​ການ​ລົງ
​ປະຊາ​ມະຕິ ​ທີ່​ຮວມ​ທັງ ​ທາງ​ເລືອກ ​ໃນການເປັນ​ເອກ​ກະລາດນັ້ນ ບໍ່​ສອດຄ່ອງກັບ
​ລັດຖະທຳ​ມະນູນ ​ແລະ​ຖານະຕາມ​ກົດໝາຍ​ຂອງເຂດພິເສດຮົງກົງ.”

ນາງ​ຈາວກ່າວ​ວ່າ ການ​ຂາດຄຸນ​ນະ​ວຸດ​ທິຂອງ​ນາງ​ນັ້ນ ແມ່ນ “​ເປັນ​ການເລືອກເຟັ້ນ​ທາງ
​ການ​ເມືອງ.” ນາງ​ໄດ້​ກ່າວ​ເພີ້​ມວ່າ ການ​ຕັດສິນ “ທີ່​ເຮັດ​ໃຫ້​ນາງ​ບໍ່​ມີ​ຄຸນ​ນະ​ວຸດ​ທິເປັນຜູ້
​ສະໝັກ​ໄດ້ນັ້ນ ໝາຍຄວາມວ່າ ​ສິດທິ​ການ​ເມືອງ​ແມ່ນເປັນ ອຳມະພາດ.” ​

​ເດໂມຊິ​ສ​ໂຕ ກ່າວ​ຢູ່​ໃນ​ຖະ​ແຫລ​ງການ​ວ່າ “ຈຸດປະສົງຂອງລັດຖະບານ​ກໍ​ຄື​ລົບ​ລ້າງ
ຄວາມຫວັງ ຂອງພວກຊາ​ວໜຸ່ມຮົງກົງ ​ລຸ້ນ​ໃໝ່​ທັງ​ໝົດເລີຍ.”

​ເດ​ໂມ​ຊິ​ສ​ໂຕ ​ທີ່ໄດ້​ເປັນຮ່ວມ​ກໍ່​ຕັ້ງ​ ໂດຍ​ທ້າວຈາ​ຊົວ ວອງ ນຶ່ງ​ໃນບັນດາ​ຜູ້ນຳຂອງ “ຂະ
ບວນການ​ເຄື່ອນ​ໄຫວ​ຄັນຮົ່ມ” ທີ່​ໄດ້​ເລີ້ມ​ຂຶ້ນ ເວລາ​ພວກ​ນັກ​ສຶກສາ​ບຸກເຂົ້າໄປໃນເດີ່ນ
ໂຮງການລັດຖະບານ ​ໃນ​ເດືອນ​ກັນ​ຍາປີ 2014 ເພື່ອຮຽກ ຮ້ອງ​ໃຫ້​ມີ​ການ​ເລືອກ​ຕັ້ງ​ຢ່າງ
​ເສ​ລີ​ເຕັມທີ່ ຢູ່​ໃນເຂດເຄິ່ງປົກຄອງຕົນເອງຮົງກົງ.​

​ໃນ​ຖານະທີ່ເປັນ​ເຂດ​ປົກຄອງ​ພິ​ເສດ ຮົງກົງ​ໄດ້ຊົມໃຊ້​ສິດ​ເສລີພາບ​ຫລາຍ​ຢ່າງ ພາຍ​ໃຕ້
​ຂໍ້​ຕົກລົງ​ປີ 1997 ທີ່​ໄດ້​ໂອນຮົງກົງຄືນ​ໃຫ້ຈີນ ຈາກ​ການ​ປົກຄອງ​ຂອງ ອັງກິດ ຊຶ່ງສິດ
ເສລີພາບຫລາຍ​ຢ່າງ ​ແມ່ນບໍ່ໄດ້ມີການຊົມໃຊ້​ຢູ່ໃນຈີນ​ແຜ່ນດິນ​ໃຫຍ່​. ປັກ​ກິ່ງ​ໄດ້ເພີ້ມ
ການຄວບຄຸມຂອງຕົນຕື່ມຂຶ້ນຢູ່​ຮົງ​ກົງ​ໃນ​ໄລຍະຫຼາຍໆ​ປີ​ທີ່​ຜ່ານ​ມານີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ