ທ່ານນາງ Castro ຂໍໃຫ້ ພວກສະໜັບສະໜູນ ປະທ້ວງ ຜົນການເລືອກຕັ້ງ

ທ່ານນາງ Xiomara Castro ຜູ້ສະມັກ ທີ່ເສຍໄຊ ໃນການເລືອກຕັ້ງ ປະທານາທິບໍດີ ຮອນດູຣາສ (24 ພະຈິກ 2013)

ຜູ້​ສະມັກເປັນປະທານາທິບໍດີ ຈາກ​ພັກຝ່າ​ຍຊ້າຍ ​ທີ່ປະ​ເທດ
Honduras ​ໄດ້​ຮຽກຮ້ອງ​ໃຫ້​ພວກ​ສະໜັບສະໜູນທ່ານ​ນາງທຳ
​ການປະ​ທ້ວງ​ຜົນ​ການ​ເລືອກ​ຕັ້ງ​ໃນ​ວັນ​ອາທິດ​ແລ້ວ​ນີ້ ທີ່​ສານ
​ເລືອກ​ຕັ້ງ​ກ່າວ​ວ່າ ຜູ້​ສະມັກ​ຈາກ​ພັກລັດຖະບານ​ທີ່​ນິຍົມ​ແນວ
ທາງເດີມ ​ໄດ້ຮັບໄຊຊະນະນັ້ນ.

ທ່ານນາງ Xiomara Castro ​ໄດ້ຮຽກຮ້ອງ​ໃຫ້ ນັບບັດ​ຄະ​ແນນ
​ສຽງ​ຄືນໃໝ່ ​ແລະ​ກ່າວ​ຫາວ່າ ມີ​ການ​ສໍ້​ໂກງຄະ​ແນນ​ ​ໃນ​ການ
​ປ່ອນ​ບັດ ທີ່​ຊະນະໂດຍທ່ານ Juan Orlando Hernandez.

ທ່ານ​ນາງ Castro ພັນ​ລະ​ຍາ​ຂອງປະທານາທິບໍດີ​ຄົນ​ກ່ອນທີ່​ຖືກ
​ໂຄ່ນ​ລົ້ມ ຄື ທ່ານManuel Zelaya ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ​ວ່າ ​ຈະພິ
ສູດ​ໃຫ້​ເຫັນ ​ໃນອັນ​ທີ່​ນາງ​ບັນ​ລະ​ຍາຍ​ວ່າ “​ເປັນຄວາມ​ຂີ້ດຽດ ​ຄວາມ
​ໂຫດຮ້າຍ” ທີ່​ໄດ້​ປຸ້ນເອົາການເປັນປະທານາທິບໍດີຂອງທ່ານ.

​ເກືອບ 90 ​ເປີ​ເຊັນ ​ຂອງ​ບັດຄະ​ແນນ​ສຽງ​ທີ່​ນັບ​ໄປ​ແລ້ວ ສານ​ກ່າວວ່າ
ທ່ານ Hernandez ໄດ້​ຮັບ​ຄະ​ແນນ 36 ເປີ​ເຊັນເຄິ່ງ ຂອງ​ບັດທັງ​ໝົດ ແລະທ່ານ​ນາງCastro ​ໄດ້ຮັບ​ເກືອບ 29 ​ເປີ​ເຊັນ. ສ່ວນ​ບັດ​ຄະ​ແນນ​ສຽງ​ທີ່​ເຫລືອນັ້ນ ແມ່ນແບ່ງ​ກັນ​ລະຫວ່າງຜູ້​ສະມັກ​ເປັນ​ປະທານາທິບໍດີ ຫົກ​ທ່ານ. ຜູ້​ສະມັກ ບໍ່​ມີ​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ຄະ​ແນນ​ສຽງ​ກາຍ 50 ​ເປີ​ເຊັນ​ຫຼືສຽງ​ສ່ວນ​ຫຼາຍຈຶ່ງ​ຈະ​ຊະນະ.

ບັນດາ​ຜູ້​ສັງ​ເກ​ດການ​ນາໆ​ຊາດກທີ່​ຕິດຕາມ​ເບິ່ງ​ການເລືອກ​ຕັ້ງ​ກ່າວ​ວ່າ ຂັ້ນຕອນ ການປ່ອນ​
ບັດ ​ໄດ້ດຳ​ເນີີນ​ໄປ​ໂດຍ​ປາດ​ສະ​ຈາກ​ການ​ເຮັດ​ຜິດ​ກົດ​ລະບຽບ​ໃດໆ.