ທ່ານ Hollande ເນັ້ນຍໍ້າ ຄວາມສໍາຄັນຂອງ ສິດທະມະນຸດ ໃນຄອງໂກ

ປະທານາທິບໍດີ Francois Hollande (ຂວາ) ແລະ ທ່ານ Joseph Kabila ປະທານາທິບໍດີຄອງໂກ, ຢູ່ກອງປະຊຸມ ກຸ່ມປະເທດປາກພາສາຝຣັ່ງ, ວັນທີ 13 ຕຸລາ 2012.

ປະທານາທິບໍດີ​ຝຣັ່ງ ທ່ານ Francois Hollande ​ໄດ້​ເນັ້ນ​ຍໍ້າ​ເຖິງ​ຄວາມ​ສໍາຄັນ​ ຂອງ​ການ​ຍຶດຖື ສິດທິ​ມະນຸດ ​ແລະ​ບັນລຸ​ສັນຕິ​ພາ​ບ ຢູ່​ໃນ​ຂົງ​ເຂດ​ທີ່ເດືອດຮ້ອນ​ຕ່າງໆ​ຂອງ ປະ​ເທດສາທາລະນະ​]afປະຊາທິປະ​ໄຕ​ຄອງ​ໂກ ​ໃນ​ຕອນ​ໄຂ​ກອງ​ປະຊຸມ​ສຸດຍອດ Francophone ຫລື​ກຸ່ມ​ປະ​ເທດ​ທີ່​ປາກ​ພາສາ​ຝຣັ່ງ ທີ່​ເມືອງຫຼວງ Kinshasa ຂອງ​ຄອງ​ໂກ ວັນ​ເສົາ​ວານ​ນີ້.

ຜ່ານ​ມາ ທ່ານ Hollande ​ເຄີຍ​ໄດ້​ຕໍາ​ໜິຕິຕຽນ​ສະຖານະ​ການ​ດ້ານ​ສິດ​ທິ ມະນຸດ​ໃນ​ເຂດ​ພາກ​ຕາ​ເວັນ​ອອກ​ຂອງ​ຄອງ​ໂກ ບ່ອນ​ທີ່​ມີ​ການ​ກໍ່​ກະບົດຂຶ້ນ​ຢູ່​ທີ່​ນັ້ນ ຊຶ່ງ​ທ່ານ Hollande ​ເອີ້ນ​ສະຖານະ​ການ​ນັ້ນ​ວ່າ ຮັບ​ເອົາ​ບໍ່​ໄດ້.

ທ່ານ Joseph Kabila ປະ​ທາ​ນາ​ທິບໍດີ​ສາທາລະນະ​ລັດ​ປະ​ຊາ​ທິປະ​ໄຕ ຄອງ​ໂກ ​ໄດ້​ພົບ​ປະ​ກັບ​ທ່ານ Hollande ​ໃນ​ຕອນ​ເຊົ້າວັນ​ເສົາ​ວານ​ນີ້. ​ໃນ ການ​ກ່າວໄຂ​ກອງ​ປະຊຸມ ທ່ານ Kabila ​ໄດ້ເອີ້ນການ​ກະບົດຢູ່​ໃນ​ເຂດ​ນັ້ນ​ວ່າ ​ເປັນສົງຄາມ​ທີ່​ບໍ່​ຍຸຕິ​ທໍາ ທີ່ເຮັດ​ໃຫ້​ມີ​ຂຶ້ນ​ໂດຍ​ກໍາລັງ​ຢູ່​ນອກ​ປະ​ເທດ. ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ກ່າວ​ຫາ ປະ​ເທດຣາວັນ​ດາ ວ່າໃຫ້ການ ສະໜັບສະໜຸນ​ການ​ເຄື່ອນ​ໄຫວ​ຂອງພວກ​ກະບົດ ຊຶ່ງຣາວັນ​ດາ​ປະຕິ​ເສດ.

ພ້ອມ​ກັບບັນຫາ​ການກະບົດຢູ່​ໃນຄອງ​ໂກນັ້ນ ສະຖານະ​ການ​ໃນ​ປະ​ເທດ ມາລີ ກໍ​ຄາດ​ວ່າ​ຈະ​ເປັນ​ຫົວ​ຂໍ້​ຄອບ​ງໍາ​ ກອງ​ປະຊຸມ​ສຸດ​ຍອດ​ດັ່ງກ່າວ​ ຊຶ່ງ ຈະ​ສິ້ນ​ສຸດ​ລົງ​ໃນ​ວັນ​ອາທິດ​ມື້​ນີ້. ​ເມື່ອ​ວັນ​ສຸ​ກຜ່ານ​ມາ​ນີ້ ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ຮັບ​ຜ່ານ​ມະຕິ​ສະບັບ​ນຶ່ງ ​ທີ່​ແຜ້ວ​ທາງ​ໃຫ້​ມີ​ການ​ສົ່ງ​ກໍາລັງ ທະຫານຕ່າງປະ​ເທດ​ໄປ​ຊ່ວຍ​ລັດຖະບານ​ໄລຍະ​ຂ້າມ​ຜ່ານ​ຂອງ​ມາລີ ເພື່ອ ຮັບ​ມື​ກັບ​ກຸ່ມ​ຫົວ​ຮຸນ​ແຮງ​ອິສລາມ ກຸ່ມທີ່​ໄດ້​ເຂົ້າ​ຄວບ​ຄຸມ​ທາງ​ພາກ​ເໜືອ​ຂອງ​ປະ​ເທດມາລີ​ນັ້ນ.