ທ່ານນາງ ຄລິນຕັນ ກ່າວວ່າ ຄວາມສ່ຽງ ບາງຢ່າງ ແມ່ນຫຼີກລ່ຽງບໍ່ໄດ້

Your browser doesn’t support HTML5

ອະດີດລັດຖະມົນຕີຕ່າງປະເທດສະຫະລັດ ທ່ານນາງ Hillary
Clinton ກ່າວຕໍ່ຄະນະກຳມະການລັດຖະສະພາພາຍໃຕ້ການ
ນຳພາຂອງພັກຣີພັບບລີກັນວ່າ “ທ່ານນາງບໍ່ໄດ້ຫລັບໄດ້ນອນ
ຫລາຍກວ່າເວລາ ທີ່ພວກທ່ານບໍ່ໄດ້ຫຼັບໄດ້ນອນ ຮວມກັນທັງ
ໝົດ” ກ່ຽວກັບການໂຈມຕີຮ້າຍແຮງເມື່ອປີ 2012 ທີ່ກົງສຸນສະ
ຫະລັດຢູ່ເມືອງ Benghazi ໃນປະເທດລີເບຍ.

ທ່ານນາງ Clinton ແມ່ນພະຍານພຽງແຕ່ຜູ້ດຽວທີ່ໃຫ້ການດົນ
ເຖິງ 11 ຊົ່ວໂມງ ໃນວັນພະຫັດວານນີ້ ຊຶ່ງເປັນການໃຫ້ການຕໍ່
ສະພາເທື່ອທີສີ່ ກ່ຽວກັບການໂຈມຕີທີ່ເຮັດໃຫ້ຊາວອາເມຣິກັນ
4 ຄົນ ເສຍຊີວິດ ຮວມທັງເອກອັກຄະລັດຖະທູດສະຫະລັດປະ
ຈຳລີເບຍ ທ່ານ Christopher Stevens.

ສະມາຊິກພັກຣີພັບບລີກັນໄດ້ກ່າວຫາວ່າ ມີຫຼາຍໆເລື້ອງບໍ່ສອດຄ່ອງກັນໃນການໃຫ້ການ
ຂອງທ່ານນາງ Clinton ກ່ຽວກັບສິ່ງທີ່ໄດ້ເກີດຂຶ້ນແລະສິ່ງທີ່ສາມາດເຮັດໄດ້ເພື່ອປ້ອງກັນ
ເຫດຮ້າຍດັ່ງກ່າວ. ນອກນັ້ນພວກທ່ານຍັງກ່າວວ່າ ການສືບສວນກ່ອນໜ້ານີ້ ບໍ່ລະອຽດພໍ.

ໂດຍສະເພາະແລ້ວ ສະມາຊິກພັກຣີພັບບລີກັນຢາກຮູ້ຈັກວ່າ ການໂຈມຕີກົງສຸນເປັນແຜນ
ການໂຈມຕີຂອງພວກກໍ່ການຮ້າຍທີ່ອາດສາມາດປ້ອງກັນບໍ່ໃຫ້ເກີດຂຶ້ນໄດ້ດ້ວຍການເອົາ
ມາດຕະການທາງດ້ານຄວາມປອດໄພ ທີ່ເໝາະສົມ ຫຼືວ່າເປັນສ່ວນນຶ່ງຂອງການປະທ້ວງ ໃນຂອບເຂດທີ່ກວ້າງຂວາງທາງສາສະໜາ ເພື່ອຕໍ່ຕ້ານວີດີໂອທີ່ເຍາະເຍີ້ຍສາສະໜາອິສ ລາມ.

ໃນລະຫວ່າງການໃຫ້ການເປັນເວລາ 11 ຊົ່ວໂມງນັ້ນ ທ່ານ Clinton ໃນບາງໂອກາດກໍຮູ້
ສຶກມີຄວາມລຳຄານແລະໝົດຄວາມອົດທົນ ແຕ່ກໍໄດ້ຕອບຄຳຖາມແບບໃຈເຢັນໂດຍເວົ້າ
ວ່າ ມັນເປັນການຍາກຫຼາຍທີ່ຈະມີການຮັກສາຄວາມປອດໄພແບບບໍ່ມີການຕ້ອງຕິໄດ້.

ທ່ານນາງ Clinton ກ່າວວ່າ “ອາເມຣິກາຕ້ອງເປັນຜູ້ນຳພາ ຢູ່ໃນໂລກ ທີ່ເຕັມໄປດ້ວຍອັນ ຕະລາຍ ແລະພວກນັກການທູດຂອງພວກເຮົາ ຕ້ອງສືບຕໍ່ຕາງໜ້າໃຫ້ແກ່ພວກເຮົາ ຢູ່ໃນ ບ່ອນຕ່າງໆທີ່ເປັນອັນຕະລາຍ. ພວກເຮົາຕ້ອງຍອມຮັບຢ່າງຫຼີກລ່ຽງບໍ່ໄດ້ວ່າລະດັບຂອງ ຄວາມສ່ຽງ ໃນການປົກປ້ອງຄຸ້ມຄອງປະເທດຂອງພວກເຮົາແລະສ້າງຄວາມກ້າວໜ້າໃຫ້ ແກ່ຜົນປະໂຫຍດແລະຫລັກຄຸນຄ່າຂອງພວກເຮົາ.”

ໃນຂະນະທີ່ສະມາຊິກຂອງພັກກຣີພັບບລີກັນບາງຄົນ ກ່າວວ່າທ່ານນາງ Clinton ໄດ້ປະ ຕິເສດ ຕໍ່ການຮ້ອງຂໍ ຂອງເອກອັກຄະລັດຖະທູດ Stevens ທີ່ຢາກໃຫ້ເພີ້ມ ການຮັກສາ ຄວາມປອດໄພຢູ່ Benghazi ນັ້ນ ທ່ານນາງເວົ້າວ່າ ການຮ້ອງຂໍເຫຼົ່ານັ້ນ ບໍ່ເຄີຍໄປຮອດ ໂຕະທ່ານນາງແລະໄດ້ຖືກສົ່ງໄປຫາພວກນັກຊ່ຽວຊານໃນການຮັກສາຄວາມປອດໄພ.

Your browser doesn’t support HTML5

Clinton: Some Risks Inevitable for US to Lead in Dangerous World