ອະດີດຜູ້ສະໝັກປະທານາທິບໍດີສະຫະລັດ ທ່ານນາງ Hillary Clinton ກ່າວວ່າ
ທ່ານນາງພ້ອມແລ້ວ ທີ່ຈະເຂົ້າຮ່ວມໃນການສົນທະນາຢ່າງເປີດເຜີຍ ກ່ຽວກັບການ
ການປ່ຽນແປງໃນບັນຍາກາດທາງການເມືອງຂອງປະເທດ ນັບແຕ່ການເລືອກຕັ້ງ
ປະທານາທິບໍດີໃນເດືອນພະຈິກທີ່ຜ່ານມາ.
ທ່ານນາງໄດ້ກ່າວໃນວັນສຸກວານນີ້ ໃນງານຮັບປະທານອາຫານຄ່ຳຂອງສະມາຄົມ
ແມ່ຍິງຊາວໄອຣິສ ເພື່ອສະຫລອງວັນ Saint Patrick ປະຈຳປີຄັ້ງທີ 19 ທີ່ເມືອງ
Scranton ລັດ Pennsylvania.
ເຖິງຢ່າງໃດກໍດີ ທ່ານນາງ Clinton ໄດ້ກ່າວເພີ້ມວ່າ “ຂ້າພະເຈົ້າບໍ່ເຊື່ອວ່າ ພວກ
ເຮົາສາມາດປ່ອຍໃຫ້ການແບ່ງແຍກການເມືອງໜັກເຂົ້າຈົນກາຍເປັນການແບ່ງແຍກ
ດ້ານສ່ວນໂຕ. ພວກເຮົາບໍ່ສາມາດພຽງແຕ່ຈະບໍ່ຫົວຊາ ຫລືເຮັດບໍ່ຮູ້ບໍ່ເຫັນ ເພາະວ່າ
ພວກເຮົາບໍ່ເຫັນພ້ອມນຳທາງການເມືອງ. ພວກເຮົາຕ້ອງຟັງ ກັນແລະກັນ ແລະຮຽນ
ຮູ້ຈາກກັນແລະກັນ.”
ທ່ານນາງ Clinton ກ່າວວ່າ “ຂ້າພະເຈົ້າຕຽມພ້ອມແລ້ວ ທີ່ຈະອອກມາຈາກປ່າດົງ
ເພື່ອເຮັດໃຫ້ມີແສງສະຫວ່າງໃນອັນທີ່ກຳລັງເກີດຂຶ້ນຢູ່ອ້ອມແອ້ມໂຕະກິນເຂົ້າແລງ
ຂອງພວກເຮົາ ເພື່ອຊ່ວຍເສີມກຳລັງໃຫ້ແກ່ທຸກຄົນກ້າວໄປໜ້າ.”
ທ່ານນາງ Clinton ມີຄົນເຫັນຍ່າງຢູ່ໃນປ່າ ໃກ້ກັບເຮືອນຂອງທ່ານ ໃນເມືອງ
Chappaqua ທີ່ລັດ New York ບໍ່ດົນຫຼັງຈາກທ່ານເສຍໄຊແບບບໍ່ໜ້າເຊື່ອ ໃນ
ການເລືອກຕັ້ງປະທານາທິບໍດີ. ທ່ານນາງໄດ້ໄປປາກົດໂຕຢູ່ໃນສາທາລະນະພຽງ
ແຕ່ສອງສາມເທື່ອຕັ້ງແຕ່ນັ້ນມາ.
ມີຂ່າວລືວ່າ ທ່ານນາງກຳລັງຈະພິຈາລະນາ ທີ່ຈະສະໝັກເປັນເຈົ້າຄອງນະຄອນ
New York ແຕ່ຜູ້ຊ່ວຍຂອງທ່ານນາງ ບໍ່ໄດ້ໃຫ້ຄວາມສຳຄັນກ່ຽວກັບເລື່ອງນີ້.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
US Hillary Clinton