ອີແມລ ທີ່ເປັນບັນຫາໂຕ້ແຍ້ງ ຂອງທ່ານນາງ Clinton ປາກົດໂຕອີກ ກ່ອນການໂຕ້ວາທີ

ຮູບພາບວັນເມື່ອທີ 18 ຕຸລາປີ 2011 ຊຶ່ງເວລານັ້ນ ທ່ານນາງ Hillary Clinton ເປັນລັດຖະມົນຕີຕ່າງປະເທດສະຫະລັດ.

ອະດີດ​ຫົວໜ້າພະນັກງານ ຂອງ​ຜູ້​ຖືກ​ສະ​ເໜີຊື່​ໃຫ້​ເປັນ​ຜູ້​ສະໝັກປະທານາທິບໍດີ ​ພັກ​ເດ​ໂມ​ແຄຣັດ ທ່ານ​ນາງ Hillary Clinton ​ໄດ້​ຮັບການ​ຍົກເວັ້ນຈາກ​ການຖືກ​ລົງ​ໂທດ ​ຍ້ອນ​ໃຫ້​ຄວາມ​ຮ່ວມ​ມືກັບ​ການ​ສືບສວນ ​ຂອງ​ອົງການ​ສັນຕິ​ບານ​ກາງ ຫລື FBI​ ຂອງ​ສະຫະລັດ ກ່ຽວ​ກັບການ​ໃຊ້ບໍລິການ​ອີ​ແມ​ລ ​ເອກ​ກະ​ຊົນ​ຂອງ​ທ່ານ​ນາງ Clinton ໃນທຸລະ​ກິດ​ຂອງ ລັດຖະບານ​ໃນ​ຂະນະ​ທີ່​ທ່າ​ນາງ​ເປັນ​ລັດຖະມົນ ຕີ​ຕ່າງ​ປະ​ເທດ​ສະຫະລັດ.

ທ່ານ Jason Chaffetz ປະທານ​ຄະນະ​ກຳມະການຂອງ​ສະພາ​ຕໍ່າທີ່​ກຳກັບ​ນຳການປະ ຮູບລັດຖະບານ ກ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ທ່ານ​ນາງ Cheryl Mills ​ໄດ້​ຮັບ​ການຍົກ​ເວັ້ນ​ໂທດ​ ຫລັງ​ຈາກ​ໄດ້​ອະນຸຍາດໃຫ້​ບັນດາ​ຜູ້​ສືບສວນ​ເຂົ້າ​ໄປ​ກວດ​ເບິ່ງ​ຄອມ​ພິວ​ເຕີ​ແລັບ​ທັອບ​ຂອງ​ທ່ານ​ນາງ Clinton ​ໂດຍ​ມີ​ຂໍ້​ຍົກ​ເວັ້ນວ່າ ການ​ພົບ​ເຫັນໃດໆ​ກໍ​ຕາມ ຈະ​ບໍ່​ສາ ມາດ​ນຳ​ມາ​ໃຊ້ເ​ພື່ອ​ເອົາ​ຄວາມ​ຜິດ​ຕໍ່​ທ່ານ​ນາງໄດ້.

​ພະນັກງານຂອງ​ທ່ານ​ນາງ Clinton ອີກສອງ​ຄົນ ​ກໍ​ໄດ້​ຮັບ​ການຍົກເວັ້ນ​ໂທດ​ເຊັ່ນ​ກັນ ​ຊຶ່ງໄດ້​ສ້າງ​ຄວາມ​ບໍ່ພໍໃຈໃຫ້​ແກ່ສະມາຊິກ​ສ​ະພາ​ຕໍ່າ Chaffetz ຜູ້​ທີ່​ກ່າວ​ວ່າ ທ່ານ​ໄດ້ “ຕຶ່ນຕົກ​ໃຈ​ທີ່​ສຸດ” ທີ່ອົງການ FBI ​ຈະບັນລຸ​ການຕົກລົງ​ກັບຜູ້​ໃດ​ຜູ້​ນຶ່ງ​ທີ່​ໃກ້ຊິດ​ກັບ​ການ​ສື​ບສວນ​ດ່ັງ​ທ່ານນາງ Mills.

ທ່ານ​ກ່າວ​ວ່າ “ສົມ​ພໍ​ວ່າ ​ເຂົາ​ເຈົ້າຈຶ່ງ​ບໍ່​ສາມາດ​ຈັບ​ກຸມ​ໃນ​ຄະ​ດີ​ດັ່ງກ່າວ. ​ເຂົາ​ເຈົ້າ​ໄດ້​ແຈກ​ຢາຍ​ການ​ຍົກ​ເວັ້ນຄື​ດັ່ງ​ຢາຍ​ເຂົ້າໜົມ.”

ທ່ານນາງ Cheryl Mills ກ່າວຕໍ່ບັນດານັກຂ່າວ.

ອົງການ FBI ​ໄດ້​ປິດ​ການ​ດຳ​ເນີນຄະ​ດີ​ທີ່​ມີ​ມາ​ໄດ້​ນຶ່ງ​ປີ ​ໃນ​ເດືອນ​ກໍລະກົດ ຫຼັງ​ຈາກ​ຫົວ ໜ້າ ທ່ານ James Comey ​ໄດ້​ກ່າວ​ວ່າ ພວກ​ສືບສວນ​ບໍ່​ໄດ້​ພົບ​ເຫັນ​ຫລັກ​ຖານ​ທີ່​ສະໜັບ ສະໜູນ​ການກ່າວ​ຫາໃນ​ການ​ກະທຳ​ຄວາ​ມຜິດ ຫລື​ຫລັກ​ຖານ​ທີ່​ວ່າ ​ເຄື່ອງ​ບໍລິການອີ​ແມ​ລ​ຂອງ​ທ່ານ​ນາງ Clinton ​ໄດ້​ຖືກເຈາະ​ເຂົ້າ​ໄປ.

ຂໍ້​ມູນ​ກ່ຽວ​ກັບ​ການ​ຍົກເວັ້ນດັ່ງກ່າວ ​ໄດ້​ຖື​ກເປີດ​ເຜີຍ​ໂດຍອົງການ FBI ​ໃນ​ວັນ​ສຸກ​ວານ​ນີ້ ​ໃຫ້​ແກ່ທ່ານ Chaffetz ​ແລະ​ບັນດາ​ສະມາຊິກ​ຄະນະ​ກຳມະການ​ທີ່ ​ກຳກັບ​ນຳ​ເລື້ອງ​ດັ່ງ ກ່າວ ທ່ານ Jim Jordan.

ການ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ​ນາງ Clinton ​ຢືນຢັນວ່າ ການ​ເປີດ​ເຜີຍ​ນີ້​ໄດ້​ມີເຈດ​ຕະ ນາ ​ໃຫ້​ມີ​ຂຶ້ນ​ສາມ​ມື້​ກ່ອນການ​ໂຕ້​ວາ​ທີ ລະຫວ່າງ​ທ່ານ​ນາງ Clinton ​ແລະຄູ່ແຂ່ງ ທ່ານ Donald Trump.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ