ກຸ່ມ​ເຮັ​ສ​ໂບ​​ລລາ ປະ​ຕິ​ຍານ​ທີ່​ຈະ​ຕອບ​ໂຕ້ ຫຼັງ​ຈາກ​ການ​ລະ ​ເບີດ​ເຄື່ອງ​ວິ​ທະ​ຍຸ​ຕິດ​ຕາມ​ຕົວ​ໃນ ​ເລ​ບາ​ນອນ

ຜູ້​ບາດ​ເຈັບ​ຄົນ​ນຶ່ງ​ຖືກ​ຫາມ​ຢູ່ນອກ​ສູນ​ການ​ແພດ ເບ​ຣຸດ ມະ​ຫາ​ວິ​ທະ​ຍາ​ໄລ ອາ​ເມ​ຣິ​ກັນ, ລວມ​ທັງ​ນັກ​ລົບ​ເຮັ​ສ​ໂບ​ລ​ລາ ແລະ ແພດ​ໝໍ, ຜູ້​ທີ່​ໄດ້​ຮັບ​ບາດ​ເຈັບ​ຈາກ​ການ​ລະ​ເບີດ​ເຄື່ອງວິ​ທະ​ຍຸ​ຕິດ​ຕາມ​ຕົວ​ໃນ​ນະ​ຄອນຫຼວງ ເບ​ຣຸດ, ປະ​ເທດ ເລ​ບາ​ນອນ.

ກຸ່ມ​ເຮັ​ສ​ໂບລລາ ແລະ ລັດ​ຖະ​ບານ ເລ​ບາ​ນອນ ໄດ້​ຖິ້ມ​ໂທດ​ໃສ່ ອິ​ສ​ຣາ​ແອ​ລ ສຳ​ລັບ​ການ​ລະ​ເບີດ​ເຄື່ອງວິ​ທະ​ຍຸ​ຕິດ​ຕາມ​ຕົວ ທີ່​ຖືກ​ໃຊ້​ໂດຍ​ສະ​ມາ​ຊິ​ກ​ກຸ່ມ​ເຮັ​ສ​ໂບ​ລ​ລາ, ເຊິ່ງ​ໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍ 9 ຄົນ​ເສຍ​ຊີ​ວິດ ແລະ ບາດ​ເຈັບ​ປະ​ມານ 2,800 ຄົນ​ໃນ​ວັນ​ອັງ​ຄານ​ວານນີ້.

ກຸ່ມ​ເຮັ​ສ​ໂບ​ລ​ລາ ກ່າວ​ໃນ​ວັນ​ພຸດ​ມື້ນີ້​ວ່າ​ພວກ​ເຂົາ​ຈະ​ສືບ​ຕໍ່​ການ​ຕໍ່​ສູ້​ຕ້ານ ອິ​ສ​ຣາ​ແອ​ລ ໃນ​ການ​ສະ​ໜັບ​ສະ​ໜູນ​ກຸ່ມ​ຫົວ​ຮຸນ​ແຮງ ຮາ​ມາສ ໃນ​ເຂດ​ກາ​ຊາ, ແລະ ວ່າ ອິ​ສ​ຣາ​ແອ​ລ ຄວນ​ລໍ​ຖ້າ “ການ​ລົງ​ໂທດ​ທີ່​ຮຸນ​ແຮງ.”

ອິ​ສ​ຣາ​ແອ​ລ ບໍ່​ໄດ້​ໃຫ້​ຄຳ​ເຫັນ​ຕໍ່​ເຫດ​ການ​ດັ່ງ​ກ່າວ, ເຊິ່ງ​ໄດ້​ເກີດ​ຂຶ້ນບໍ່​ເທົ່າ​ໃດ​ຊົ່ວ​ໂມງຫຼັງ​ຈາກ​ລັດ​ຖະ​ບານ ອິ​ສ​ຣາ​ແອ​ລ ໄດ້​ປະ​ກາດ​ເປົ້າ​ໝາຍ​ທີ່ກວ້າງ​ຂວາງ​ຂອງ​ເຂົາ​ເຈົ້າ​ໃນ​ສົງ​ຄາມ​ກັບ​ກຸ່ມ​ຫົວ​ຮຸນ​ແຮງ ຮາ​ມາ​ສ ໃນ​ເຂດ ກາ​ຊາ ທີ່​ລວມ​ມີ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ໃນ​ພາກ​ເໜືອ​ຂອງ ອິ​ສ​ຣາ​ແອ​ລ ທ່າມ​ກາງ​ຄວາມ​ຂັດ​ແຍ້ງ​ກັບ​ກຸ່ມ​ເຮັ​ສ​ໂບ​ລ​ລາ ຢູ່​ຕາມ​ເຂດ​ຊາຍ​ແດນ​ລະ​ຫວ່າງ ອິ​ສ​ຣາ​ແອ​ລ ກັບ ເລ​ບາ​ນອນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

Hezbollah and the Lebanese government are blaming Israel for the explosions of pagers used by Hezbollah members, which killed at least nine people and wounded about 2,800 others Tuesday.

Hezbollah said Wednesday it would continue its fight against Israel in support of Hamas militants in Gaza, and that Israel should await “harsh punishment.”

Israel did not comment on the incident, which came hours after the Israeli government announced a broadening of its goals in the war against Hamas militants in Gaza to include the securing of northern Israel amid the conflict with Hezbollah along the Israel-Lebanon border.