ເລບານອນ ເລີ້ມກວດລ້າງ ກຸ່ມລັດອິສລາມ ຢູ່ຕາມເຂດ ຊາຍແດນ

ນາຍພົນຈັດຕະວາ Ali Qanso ຫົວໜ້າໂຄສົກກອງທັບ ກ່າວ ທີ່ກະຊວງປ້ອງກັນປະເທດເລບານອນ ໃນເມືອງ Yarzeh ໃກ້ກັບນະຄອນ Beirut ປະເທດ Lebanon.

ທະຫານ​ເລ​ບາ​ນອນ​ກ່າວໃນ​ວັນ​ເສົາ​ມື້ນີ້​ວ່າ ຕົນ​ໄດ້​ເລີ້ມ​ການປະຕິບັດ​ງານທາງ​ທະຫານ
​ເພື່ອກວດ​ລ້າງ​ພວກ​ຫົວ​ຮຸ​ນ​ແຮງລັດ​ອິສລາມອອກຈາກເຂດຊາຍ​ແດນ​ທາງພາກ​ຕາ​ເວັນ
​ອອກສຽງ​ເໜືອ​ຂອງ​ປະເທດ ທີ່​ຕິດ​ກັບຊີ​ເຣຍ.

ກຸ່ມ Hezbollah ຂອງ​ເລ​ບາ​ນອນ ​ແລະ​ທະຫານ​ຊີ​ເຣຍ ກໍ​ໄດ້​ກ່າວ​ໃນ​ວັນ​ເສົາ​ມື້​ນີ້​ວ່າ ​ພວກ
​ຕົນ​ກໍ​ເລີ້ມ​ຂັບ​ໄລ່ກຸ່ມ​ລັດ​ອິສລາມ ຫລື IS ອອກ​ຈາກ​ເຂດ​ຊາຍ​ແດນເບື້ອງ​ຊີ​ເຣຍ.

ຕໍ່​ມາ ​ໃນກອງ​ປະຊຸມ​ຖະ​ແຫຼງທາງ​ໂທລະພາບ ​ໂຄສົກຂອງ​ກອງທັບ​ເລ​ບາ​ນອນ ​ໄດ້​ກ່າວ​
ຢ່າງຈະ​ແຈ້ງ​ວ່າ ​ເລ​ບາ​ນອນ​ບໍ່​ໄດ້​ປະສານ​ງານ​ ການ​ປະຕິບັດ​ງານດັ່ງກ່າວ​ ກັບ​ກຸ່ມ Hez-
bollah ຫລື​ທະຫານ​ຊີ​ເຣຍ ​ແຕ່​ຢ່າງ​ໃດ.

ທະຫານ​ເລ​ບາ​ນອນ ​ໄດ້ເພີ້​ມການ​ປະຕິບັດ​ງານ​ເພື່ອ​ກວດ​ລ້າງ ​ຢູ່ໃນ​ເຂດຊາຍ​ແດນ​ທີ່​ຕິດ
ກັບ​ຊີ​ເຣຍ ​ໃນ​ຂະນະ​ທີ​ຊີ​ເຣ​ຍພວມ​ດິ້ນລົນຕໍ່ສູ້​ກັບ​ສົງຄາມ​ກາງ​ເມືອງ​ທີ່ໂຫດຮ້າຍ​ຢູ່​ນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Your browser doesn’t support HTML5

Lebanon