ທີ່ໝັ້ນຂອງພວກກະບົດ ໃນຢູເຄຣນ ຖືກຖະຫລົ່ມ ດ້ວຍປືນໃຫຍ່ ຫຼັງການເລືອກຕັ້ງ

ຜູ້ຍິງຄົນນຶ່ງ ມ້ຽນມັດສວນ ຢູ່ອ້ອມເຮືອນຫຼັງນຶ່ງ ທີ່ຖືກທຳລາຍ ໂດຍປືນໃຫຍ່ ເມື່ອບໍ່ດົນຜ່ານມາ ໃນໝູ່ບ້ານ Semyonovka ໃກ້ໆກັບເມືອງ Slovyansk ທາງພາກຕາເວັນອອກຂອງ Ukraine, ວັນທີ 27 ຕຸລາ 2014.

ມີ​ການ​ຍິງ​ປືນ​ໃຫຍ່ຖະຫລົ່ມ​ ຢ່າງ​ສະໜັ່ນ​ຫວັ່ນ​ໄຫວ​ ໃສ່​ເຂດ​ຊານ
​ເມືອງ​ Donetsk ​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ອັນ​ເປັນ
ເຂ​ດທີ່​ໝັ້ນ ຂອງ​ພວກ​ກະບົດ​ນິຍົມຣັດ​ເຊຍ ໃນ​ວັນ​ຈັນ​ມື້​ນີ້ ພຽງມື້
ດຽວຫຼັງຈາກ​ປະ​ເທດ​ໄດ້​ມີ​ການ​ເລືອກ​ຕັ້ງ​ເອົາສະມາຊິກ​ສະພາ.

​ຫ້ອງ​ວ່າການເຈົ້າ​ເມືອງ​ໆ Donetsk ກ່າວ​ວ່າ “ໄດ້​ຍິນສຽງ ​
ຍິງປືນຫຼາຍນັດ ຈາກປືນ​ຂະ​ໜາດ​ໃຫຍ່ ອັນ​ມີ​ອະນຸ​ພາບ​ສູງ ​
ແລະ​ສຽງ​ລະ​ເບີດ​ແຕກ​ຕາມ​ມາ.”

ຄວາມ​ເຄັ່ງ​ຕຶງ​ຍັງຢູ່​ໃນ​ລະດັບ​ສູງ​ ​ໃນບໍລິ​ເວນ​ດັ່ງກ່າວ ​ເຖິງ​ແມ່ນ​ວ່າ
​ໄດ້​ມີ​ການ​ຕົກລົງ​ຢຸດຍິງ​ກັນ​ໃນ​ເດືອນກັນຍາ​ຜ່ານ​ມາ ລະຫວ່າງ
ກີ​ແອ​ຟ ​ແລະພວກ​ແບ່ງ​ແຍກ​ດິນ​ແດນ​ນິຍົມຣັດ​ເຊຍ.

​ຜູ້​ມີ​ສິດ​ອອກສຽງ ເກືອບ 3 ລ້ານ​ຄົນ​ ຢູ່ພາກຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ບໍ່​ສາມາດ​ປ່ອນ​ບັດ​ ເລືອກຕັ້ງເອົາສະ​ມາ​ຊິກ​ສະພາ ໃນ​ວັນ​ອາທິດ​ວານ​ນີ້.

ປະທານາທິບໍດີ​ຢູ​ເຄຣນ ທ່ານ Petro Poroshenko ກ່າວ​ວ່າ ​ຜົນ ການ​ຢັ່ງ​ສຽງພວກ​ທີ່ອອກ​ມາ​ຈາກ​ການປ່ອນ​ບັດ ​ໃນ​ວັນ​ອາທິດ​ວານ​ນີ້ ສະ​ແດງ​ໃຫ້​ເຫັນ​ການ​ສະໜັບ​ສະ​ໜຸນ​ຢ່າງ​ແຂງ​ແຮງ​ ຕໍ່ການ​ຊຸກຍູ້​ຂອງ​ທ່ານ ​ເພື່ອ​ໃຫ້​ມີການ​ປະຕິ​ຮູບປະຊາທິປະໄຕ ແລະ​ມີ​ສາ​ຍ​ພົວພັນ​ອັນໃກ້ຊິດຂຶ້ນ ກັບ​ສະຫະພາບ​ຢູ​ໂຣບນັ້ນ.

​ການ​ຢັ່ງ​ຫາງ​ສຽງ​ອີກສອງ​ບັ້ນ ​ສະ​ແດງ​ໃຫ້​ເຫັນ​ວ່າ ພັກຂອງທ່ານ Poro-shenko ​ແລະ
ພັກ​ອື່ນໆ​ທີ່​ນິຍົມ​ຢູ​ໂຣບ ​ໄດ້​ຄອບ​ງຳ​ການ​ເລືອກ​ຕັ້ງ. ທ່ານ Poroshenko ກ່າວ​ຂອບ​ອົກ​
ຂອບ​ໃຈ​ບັນດາ​ຜູ້ປ່ອນ​ບັດ​ສຳ​ຫລັບ ການ​ສະໜັບສະໜຸນ ຕໍ່ອັນ​ທີ່​ທ່ານ​ເອີ້ນ​ວ່າ “​ສຽງ
ສ່ວນໃຫຍ່​ທີ່ເປັນ​ປະຊາທິປະ​ໄຕ ​ຫົວປະຕິ​ຮູບ ​ ​ນິຍົມຢູ​ເຄຣນ ​ແລະນິຍົມ​ຢູ​ໂຣບ.”

ພາບຫລ້າສຸດ ຈາກຢູເຄຣນ, ວັນທີ 27 ຕຸລາ 2014

ຜົນການ​ຢັ່ງ​ສຽງພວກ​ທີ່ອອກ​ມາ​ຈາກ​ບ່ອນປ່ອນ​ບັດ ສະ​ແດງ​ວ່າ​ ຝ່າຍຂອງທ່ານ Poro-
shenko ​ໄດ້​ຮັບຄະແນນ​ສຽງ 23 ​ເປີ​ເຊັນ​ ຊຶ່ງລຸດ ຈຳນວນ​ສຽງ​ສ່ວນ​ໃຫຍ່ ຢ່າງຫລວງ
ຫລາຍ. ພັກ​ແນວໂຮມ​ມະຫາຊົນ ຫຼື Popular Front ​ຂອງນາຍົກລັດຖະມົນຕີ Arseniy
Yatsenyuk ຕິດຕາມ​ມາທີ​ສອງ ​ດ້ວຍຄະແນນ​ສຽງ 21 ​ເປີ​ເຊັນ​.

​ເຖິງ​ແມ່ນ​ວ່າ ຈະນຳ​ໜ້າ​ບັນ​ດາພັກ​ຝ່າຍ​ຄູ່​ແຂ່ງ​ກໍ່ຕາມ ທັງທ່ານ Poroshenko ກັບ ທ່ານ Yatsenyuk ຕ່າງ​ກໍ​ສະໜັບສະໜຸນ​ໃຫ້​ມີ​ສາຍ​ພົວພັນ​ທີ່​ໃກ້ຊິດຂຶ້ນ ກັບ​ສະຫະພາບ​ຢູ​ໂຣບ ​ແລະ​ໄດ້​ໂຄສະນາ​ຫາ​ສຽງ ບົນ​ຄຳ​ປະຕິຍານ​ວ່າ​ຈະ​ທຳ​ການ​ປະຕິ​ຮູບ​ ທີ່​ເຫັນ​ວ່າ​ມີ​ຄວາມ​ຈຳ​ເປັນເພື່ອ​ຈະ​ນຳ​ເອົາ​ປະ​ເທດ​ ​ຂຶ້ນມາ​ຈາກ​ວິ​ກິດ​ການລົ້ມຈົມນັ້ນ. ການ​ເຈລະຈາ​ເລື້ອງ​ການຈັດ​ຕັ້ງ​ລັດຖະບານ​ປະສົມນຳກັນ ກຳນົດ​ຈະມີ​ຂຶ້ນ​ໃນ​ວັນ​ຈັນ​ມື້​ນີ້.

ວີດີໂອ ທ່ານ Petro Poroshenko ຖະແຫລງ ໃນກອງປະຊຸມຜູ້ສື່ຂ່າວ

Your browser doesn’t support HTML5

UKRAINE SOTVO