ພາຍຸຝົນ ທີ່ຕົກລົງມາຢ່າງແຮງ ໃນເຮຕີ ເຮັດໃຫ້ການປະຕິບັດງານ ຂອງໜ່ວຍກູ້ໄພ ຕ້ອງໄດ້ຢຸດຕິລົງຊົ່ວຄາວ

ຜູ້ທີ່ໄດ້ຮັບບາດເຈັບນັ່ງໃນລົດໂຮງໝໍ ທີ່ຍ້າຍພວກເຂົາເຈົ້າຈາກເມືອງອື່ນ ໄປຍັງໂຮງໝໍ ອິມາຄູເລ ຄອນເຊັບຊັ່ນ (Imaculee Conception) ໃນເມືອງ ເລ ຄາເຢສ, ປະເທດເຮຕີ, ວັນອັງຄານ ທີ 17 ສິງຫາ, ປີ 2021.

ບໍ່ເທົ່າໃດມື້ຫລັງຈາກໄດ້ເກີດເຫດການແຜ່ນດິນໄຫວທີ່ຮ້າຍແຮງໃນເຮຕີ, ຝົນຕົກໜັກໄດ້ເຮັດໃຫ້ໜ່ວຍກູ້ໄພ ຕ້ອງໄດ້ຢຸດຕິຊົ່ວຄາວ ແລະໃຫ້ການຊ່ວຍເຫລືອທີ່ຫລ້າຊ້າ, ເຊິ່ງໜ່ວຍງານຄຸ້ມຄອງພົນລະເຮືອນຂອງເຮຕີ ໄດ້ລາຍງາຍຈໍານວນ ຂອງຜູ້ເສຍຊີວິດ ເປັນເກືອບ 2,000 ຄົນແລ້ວ, ໃນນັ້ນ ມີຜູ້ທີ່ໄດ້ຮັບບາດເຈັບເກືອບເຖິງ 10,000 ຄົນ.

ແຜ່ນດິນໄຫວ ເຊິ່ງມີຄວາມແຮງຂະໜາດ 7.2 ໄດ້ເຮັດໃຫ້ເກີດຄວາມເສຍຫາຍ ຫລືທໍາລາຍເຮືອນໄປປະມານ 12,000 ຫລັງ, ພ້ອມດ້ວຍບັນດາໂຮງໝໍ, ໂຮງ ຮຽນແລະບັນດາໂບດຕ່າງໆ, ອີງຕາມຄຳເວົ້າຂອງເຈົ້າໜ້າທີ່ ແລະມີຫລາຍກວ່າ 30,000 ຄອບຄົວຂາດທີ່ພັກອາໄສ.

ຕະຫລອດວັນອັງຄານ, ພາຍຸເຂດຮ້ອນເກຣສມີການທຳນາຍວ່າຈະມີຝົນຕົກລົງມາຫລາຍເຖິງ 38 ຊັງຕີແມັດ ທາງພາກໃຕ້ຂອງປະເທດເຮຕີ ອັນຈະເຮັດໃຫ້ເກີດໄພນໍ້າຖ້ວມ ແລະດິນຖະຫລົ່ມ, ອີງຕາມສູນກາງພາຍຸເຮີຣິເຄນແຫ່ງຊາດຂອງສະຫະລັດ ທີ່ໄດ້ກ່າວໃນລາຍງານ.

“ຄອບຄົວປະຊາຊົນຊາວເຮຕີຈໍານວນຫລາຍທີ່ນັບບໍ່ໄດ້, ຜູ້ທີ່ສູນເສຍທຸກສິ່ງທຸກຢ່າງຈາກເຫດການແຜ່ນດິນໄຫວ ຕອນນີ້ກໍາລັງມີຊີວິດທີ່ແທ້ຈິງໂດຍຕີນທີ່ແຊ່ຢູ່ໃນນໍ້າອັນເນື່ອງມາຈາກນໍ້າຖ້ວມ,” ທ່ານບຣູໂນ ແມສ (Bruno Maes) ຜູ້ຕາງໜ້າຂອງອົງການຢູນີເຊຟ UNICEF ໃນເຮຕີ ກ່າວຕໍ່ອົງການຂ່າວຣອຍເຕີ.

ການຊອກຄົ້ນຫາ ແລະກູ້ໄພ ຊຶ່ງໄດ້ຖືກລະງັບລົງໃນລະຫວ່າງທີ່ເກີດພາຍຸ, ໄດ້ກັບມາດໍາເນີນການອີກຄັ້ງໃນວັນອັງຄານວານນີ້ ໂດຍສ່ວນໃຫຍ່ແມ່ນປະຊາຊົນທີ່ຢູ່ໃນເຂດນັ້ນ ແລະບັນດາອາສາສະໝັກ, ເຊິ່ງມັກພົບກັບບັນຫາທີ່ອຸປະກອນບໍ່ທັນສະໄໝ.

“ສິ່ງທີ່ພວກເຮົາມີທັງໝົດກໍ່ແມ່ນຄ້ອນຕີຂະໜາດໃຫຍ່ແລະກໍ່ມື. ນັ້ນຄືແຜນການ,” ນັກອາສາສະໝັກຊາວຄານາດາທ່ານ ແຣນດີ ລອດເດີ (Randy Lodder) ຜູ້ອໍານວຍການ ໂຮງຮຽນຄຣິສຕຽນໃນເຮຕີ ໄດ້ບອກກັບອົງການຂ່າວ AP.

ອົງການພັດທະນາລະຫວ່າງປະເທດຂອງສະຫະລັດ ໄດ້ສົ່ງເຈົ້າໜ້າທີ່ໄປເຖິງເຮຕີແລ້ວ ແລະກອງບັນຊາການພາກໃຕ້ຂອງສະຫະລັດກ່າວວ່າ ກໍາລັງສົ່ງເຮືອບິນເຮີລີຄັອບເຕີ 8 ລໍາຈາກຮອນດູຣາສ ແລະເຮືອຍາມຝັ່ງຂອງສະຫະລັດ 7 ລໍາເພື່ອໄປສະໜັບສະໜຸນທີມງານຢູເສດ (USAID). ເຮືອຍາມຝັ່ງ 2 ລໍາຂອງສະ ຫະລັດ ໄດ້ໄປເຖິງແລ້ວ, ພ້ອມດ້ວຍເຮີລີຄັອບເຕີ ຂອງໜ່ວຍຍາມຝັ່ງ 2 ລໍາ ແລະເຮືອບິນ P-8 ໂພເຊດອນ (U.S. Navy P-8 Poseidon) ຂອງກອງ ທັບເຮືອສະຫະລັດ ທີ່ກໍາລັງຖ່າຍພາບຂອງພື້ນທີ່ ທີ່ໄດ້ຮັບຄວາມເສຍຫາຍ, ອີງ
ຕາມລາຍງານຈາກອົງການຂ່າວ AP.

ອ່ານຂ່າວນີ້ເປັນພາສາອັງກິດ