ປະທານາທິບໍດີ ມີສຸຂະພາບດີທີ່ສຸດ ທີ່ບໍ່ມີມາກ່ອນ ແຕ່ການຕີລາຄາອອກມາໃໝ່ ບໍ່ໄດ້ເຮັດໃຫ້ທ່ານທຣໍາ ຢູ່ໃນຈຳນວນທີ່ມີ ສຸຂະພາບທີ່ດີເລີດ

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣໍາ ກ່າວກ່ຽວກັບ ການຍິງສັງຫານໝູ່ ຢູ່ໂຮງຮຽນມັດທະຍົມລັດຟລໍຣິດາ.

ອິງຕາມການຊັ່ງຊາຕີລາຄາເທື່ອໃໝ່ ທີ່ຫາກໍອອກມາ ກົງກັບວັນໃຫ້ກຽດປະທານາທິ
ບໍດີນັ້ນ ແມ່ນວ່າ ເຖິງ​ແມ່ນທ່ານໝໍສ່ວນຕົວ ຂອງທ່ານ ດໍໂນ​ລ ທຣໍາ ຈະໄດ້ຢັ້ງຢືນແລະ
ຢໍ້າຢ່າງເປັນທາງການ ​ວ່າ ສຸຂະພາບຮ່າງ​ກາ​ຍ ຂອງເພິ່ນຈະ “ປະເສີດກວ່າປະທານາ
ທິບໍດີຄົນໃດໆກໍຕາມ” ແຕ່ ຜູ້ກຳກັບຄົນປັດຈຸບັນຢູ່ໃນທຳນຽບຂາວກໍຈັດວ່າ ເພິ່ນເປັນ
ພຽງຄົນທີ 26 ເທົ່ານັ້ນ ໃນຈຳນວນປະທານາທິບໍດີທັງໝົດ 44 ທ່ານຂອງສະຫະລັດ.

ປະທານາທິບໍດີ ບາຣັກ ໂອບາມາ ນັ່ງຢູ່ເຮືອຫລຶ້ນກິລາແລ່ນວາວຢູ່ໜ້ານໍ້າ ທີ່ເກາະເວີຈີນ ທີ 7, 2017.

ສ່ວນຜູ້ທີ່ຖືກຈັດວ່າ ມີສຸຂະພາບ​ດີ​ທີ່ສຸດ ແມ່ນ Rutherford B. Hayes ປະທານາທິ
ບໍດີ​ຈາກ​ປີ 1877 ຫາ 1881 ຜູ້​ທີ່ “​ໄດ້​ຮັບປະທານ​ຫາ​ນຖືກອະນາ​ໄມ ບໍ່​ຕູ້ຍ ​ແລະ​ຫລີກ​
ເວັ້ນການ​ສູບຢາ ແລະບໍ່​ດື່ມ​ເຫ​ລົ້າ” ອີງ​ຕາມ​ລາຍ​ງານ​ທີ່​ໄດ້​ເຜີຍ​ແຜ່ຢູ່​ໜ້າ​ແວັບ​ໄຊ​ຕ໌ ທີ່
​ບອກ​ໃຫ້​ຜູ້​ບໍລິ​ໂພ​ກຮູ້​ ​ຂໍ້ມູນກ່ຽວກັບນະ​ໂຍບາຍ​ຊ່ວຍປະກັນ​ສຸຂະພາບ.

ທ່ານຣູເທີຝອດ ບ. ເຮສ໌ ປະທານາທິບຊດີຄົນທີ 19th ຂອງສະຫະລັດ.

ຄົນ​ຕໍ່​ມາ ​ແມ່ນຜູ້​ສຳ​ເລັດ​ໜ້າທີ່ກ່ອນທ່ານ​ທຣໍາ ຄື​
ທ່ານ​ບາ​ຣັກ ໂອ​ບາ​ມາ ຜູ້​ທີ່ໄດ້​ອອກ​ຈາກ​ຕຳ​ແໜ່​ງ
ທີ່​ຍັງ​ມີ​ອາຍຸ​ໜຸ່ມ​ແໜ້ນ 55 ປີ. ​ແຕ່​ວ່າ​ຄະ​ແນນ​ພື້ນ
ຖານ​ຂອງ​ທ່ານ​ໂອ​ບາມາ​ແມ່ນໄດ້​ຕໍ່າ​ກວ່າ​ທ່ານ​
ເຮ​ສ໌ ເພາ​ະວ່າ​ທ່ານ​ໂອ​ບາ​ມາ​”ສູບຢາ ​ແລະ​ມີ​ນິ​
ໄສ​ທີ່ນອນ​ບໍ່ປົກກະຕິ” ອີງ​ຕາມ​ຫ້ອງການຈັດ
ລະດັບ.

ທ່ານວິນລຽມ ຮາເວີດ ທັຟ ປະທານາທິບໍດີຄົນທີ 27 ສະຫະລັດ.

ມີ​ແຕ່ທ່ານ​ໂອ​ບາ​ມາ ​ກັບ​ທ່ານ​ທຣໍາ ​ເທົ່ານົ້ນ ທີ່
ເປັນປະທານາທິບໍດີ​ສອງ​ຄົນທີ່ “ບໍ່​ເສຍ​ແຕ້ມ
ຍ້ອນບັນຫາ​ສຸຂະພາບ” ​ແຕ່​ການ​ແຂ່ງຂັນ​ທີ່ໜັກ​
ໜ່ວງໄປກວ່ານັ້ນ ແມ່ນວ່າ ທ່ານທຣໍາອາດ ມີ
ຄວາມ​ຮູ້ສຶກ​ຜິດຫວັງ​ທີ່​ຮູ້​ວ່າ​ ຄະ​ແນນ​ຂອງ​ທ່ານ​
ໄດ້​ແຕ່ພຽງໂຕ​ “C” ປຽບທຽບໃສ່ກັບໂຕ “A”
ຂອງທ່ານ​ໂອບາ​ມາ​ ໃນດ້ານຄະ​ແນນ​
ສຸຂະພາບ.

ທ່ານ​ນາງສະ​ເຕຊີ ຄອກ​ເດີຣີ ອາຈານ​ສອນປະ
ຫວັດສາດ ​ຢູ່​ມະຫາວິທະຍາ​ໄລ ລັດ​ໄອ​ໂອວາ
ກ່າວ​ຕໍ່ ວີ​ໂອ​ເອ ວ່າ “ຂ້າພະ​ເຈົ້າ​ຄິດ​ວ່າທ່ານ​ອາດ
​ຄວນ​ຮັບ​ເອົາ​ອັນນັ້ນດ້ວຍຄວາມ​ພໍ​ໃຈ​.” ອະດີດ
​ປະທາ​ນາ​ມິ​ບໍດີ​ໂອ​ບາ​ມາ ​ໄດ້​ມີ​ຄວາມໜຸ່ມ​ແໜ້ນ​
ຫລາຍກ່ອນ​ປະທານາທິບໍດີ​ທຣໍາຕັ້ງຫຼາຍ ​ເວລາ
​ທ່ານ​ເຂົ້າ​ຮັບ​ຕໍາ​ແໜ່​ງ. ​ເຖິງ​ແມ່ນ​ວ່າ ປະທານາທິ
ບໍດີ​ໂອ​ບາ​ມາ ຈະສູບຢາເປັນ​ສ່ວນ​ໃຫຍ່ ​ໃນ​ຊີວິດ
​ຂອງ​ທ່ານ ​ແລະ ປະທານາທິບໍດີ​ທຣໍາບໍ່​ສູບ ແຕ່
ທ່ານໂອ​ບາ​ມາ ກໍແມ່ນມີ​ສຸຂະພາບ​ແຂງ​ແຮງ​
ແລະ​ວ່ອງ​ໄວກວ່າຕັ້ງຫຼາຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ