ໃນແຕ່ລະນາທີ ມີແມ່ຍິງຜູ້ນຶ່ງເສຍຊີວິດ ໃນລະຫວ່າງຖືພາມານ (ເບິ່ງວີດີໂອລາວ/ອັງກິດ)

  • Vidushi Sinha

ພວກຜູ້ຍິງຖືພາ ເບິ່ງໂທລະພາບຂະນະທີ່ນັ່ງຢູ່ຫ້ອງລໍຖ້າອອກລູກ ທີ່ໂຮງໝໍສໍາລັບແມ່ Princess Christian ທີ່ເມືອງຫລວງ Freetown, ປະເທດ Sierra Leone, ໃນພາກຕາເວັນຕົກຂອງທະວີບອາຟຣິກາ, ເດືອນກັນຍາ 2010.

ອົງການອະນາໄມໂລກ ຫລື WHO ປະ​ເມີນວ່າ ໃນແຕ່ລະນາທີ ມີແມ່ຍິງຜູ້ນຶ່ງເສຍຊີວິດ ໃນລະຫວ່າງຖືພາມານ ແລະແມ່ຍິງອີກຫລາຍລ້ານຄົນຕ້ອງ​ເຈັບ​ປ່ວຍຍ້ອນການຕິດເຊື້ອໂຣ​ກ ແລະ​ໂຣຄາພະຍາດທີ່ກ່ຽວພັນກັບການຖືພາ. ເພື່ອຕໍ່ສູ້ກັບໂສກນາດຕະກໍາຂອງໂລກອັນນີ້, ພວກນັກວິຊາການດ້ານສຸຂະພາບຂອງແມ່ ຈາກທຸກມຸມໂລກ ໄດ້ໄປພົບປະກັນ ​ເມື່ອ​ຕົ້ນ​ເດືອນ​ແລ້ວນີ້ ຢູ່ທີ່ກອງປະຊຸມປຶກສາຫາລືກັນທີ່ນະຄອນຫລວງວໍຊິງຕັນ ເພື່ອສະແດງຍຸດ ທະສາດຂອງ​ພວກ​ເຂົາ​ເຈົ້​າໃນການຊ່ວຍຊີວິດຂອງແມ່ຍິງຖືພາໄວ້. ນາງ Vidushi Sinha ຜູ້ສື່ຂ່າວວີໂອເອ ມີລາຍງານກ່ຽວກັບການແຂ່ງຂັນ ວິທີຊ່ວຍຊີວິດຄົນໄວ້ໃນເວລາເກີດລູກ ຂອງກອງປະຊຸມດັ່ງກ່າວ ຊຶ່ງວັນນະສອນຈະນໍາມາສະເໜີທ່ານ.

ຄລິກບ່ອນນີ້ ເພື່ອເບິ່ງວີດິໂອພາສາລາວ

ລາງວັນທີນຶ່ງຂອງການແຂ່ງຂັນ ຊ່ວຍຊີວິດຄົນໄວ້ໃນຍາມເກີດລູກ ກໍຄືວິທີການທີ່ດີທີ່ສຸດ
ໃນຈໍານວນ 600 ລາຍການທີ່ສົ່ງເຂົ້າແຂ່ງຂັນ ຈາກ​ນາໆ​ຊາດນັ້ນ ແມ່ນຕົກເປັນຂອງ
ດຣ. ມີແຊລ ແມັກອິນທັອສ (Michelle McIntosh) ແລະເພື່ອນຮ່ວມງານຂອງທ່ານນາງ
ທີ່ມະຫາວິທະຍາໄລ ໂມນາສ (Monash University) ປະເທດອອສເຕຣເລຍ. ພວກເຂົາ
ເຈົ້າໄດ້ ພັດທະນາສະເປ ທີ່ສູດ​ເອົາອາຍໄດ້ ທີ່ບັນຈຸຢາຮໍໂມນ oxytocin ທີ່ຫລຸດຜ່ອນອາ ການຕົກເລືອດຫລັງຄອດລູກ ຍ້ອນວ່າເລືອດໄຫລອອກຢ່າງຫລວງຫລາຍໃນລະຫວ່າງການ
ເກີດລູກ ຊຶ່ງເປັນສາເຫດການຕາຍ​ເຖິງ 25% ຂອງການຕາຍທັງໝົດຂອງແມ່ຍິງ ຫລັງເກີດ
ລູກ ຢູ່ໃນທົ່ວໂລກ.

ດຣ. ມີແຊລ ແມັກອິນທັອສ ກ່າວວ່າ:

ພວກເຮົາຈະຜະລິດຜົງແຫ້ງ ທີ່ບັນຈຸຮໍໂມນ oxytocin ທີ່ແມ່ສາມາດສູດດົມ
ເຂົ້າໄປໃນປອດຂອງຕົນໄດ້ ແລ້ວຈາກນັ້ນ ມັນກໍຈະຖືກຊຶມຊັບເຂົ້າໄປໃນລະບົບ
ໝູນວຽນຂອງກະແສເລືອດ.

ອົງການອະນາໄມໂລກ ເວົ້າວ່າ ການຕິດເຊື້ອ​ໂຣກ, ການເອົາລູກອອກທີ່ບໍ່ປອດໄພ ແລະ
ອາການ​ແຊກ​ຊ້ອນອື່ນໆ ແມ່ນກວາມເອົາ 70% ຂອງການເສຍຊີວິດຂອງແມ່ຍິງຫລັງ​ຄອດ​
ລູກ. ດ້ວຍເຫດນີ້ ດຣ. ຈອຍ ລອນ (Joy Lawn) ຈາກອົງການ​ເອກະ​ຊົນຊ່ວຍເດັກນ້ອຍ
ຫລື Save the Children ຈຶ່ງເວົ້າວ່າ ການມີພະນັກງານແພດທີ່ຊໍານິຊໍານານຄອຍຊ່ວຍ
ເຫລືອໃນເວລາເກີດລູກ ແມ່ນມີຄວາມສໍາຄັນຍິ່ງ. ດຣ. ຈອຍ ລອນ ກ່າວ​ຕໍ່​ໄປວ່າ:

ສະນັ້ນ ການລົງທຶນໃນລະດັບໂລກທີ່ສໍາຄັນທີ່ສຸດ ກໍຄືໃຫ້ການດູແລ ໃນເວລາ
ທີ່ເກີດລູກ
ໂດຍ​ໃຫ້ມີຜູ້ທີ່ເໝາະສົມ ທີ່ມີເຄື່ອງມືເໝາະສົມ ແລະໃຫ້ການອູ້ມຊູ
ຊ່ວຍເຫລືອທີ່ຖືກຕ້ອງ. ແລະນັ້ນກໍຄືສິ່ງທີ່ສໍາຄັນທີ່ສຸດ ທີ່ຊ່ວຍເຫລືອຊີວິດຂອງ
ແມ່ໄວ້ໄດ້.

ດຣ. ໂອເວິນ ມອນ​ກາວເມີຣີ (Owen Montgomery) ແຫ່ງມະຫາວິ ທະຍາໄລ ​ເດຣັກ
ເຊິ​ລ (Drexel) ທີ່​ນະຄອນຟີລາແດລເຟຍ ລັດ​ເພັນ​ຊິ​ລ​ເວ​ເນຍ ໄດ້ເຮັດວຽກກ່ຽວກັບສຸຂະ
ພາບຂອງແມ່ ໃນປະເທດຕັນຊາເນຍ, ໂມຊໍາບິກ, ແລະກາມເບຍ. ​ຍຸດທະສາດທີ່​ທ່ານ​ສົ່ງ​
ເຂົ້າແຂ່ງຂັນ ແມ່ນເວົ້າເຖິງຢ່າງລະອຽດກ່ຽວ​ກັບການຝຶກອົບຮົມພວກນາງຜະດຸງຄັນທີ່ມີ
ປະສົບປະການ​ແລ້ວ​ ໃຫ້​ຮູ້ຈັກ​ວ່າ ຄວນ​ຈະຕັດສິນໃຈ​ແນວ​ໃດ​ໃນ​ກໍລະນີທີ່ຮ້າຍ​ແຮງ​ຂັ້ນເປັນ
ຂັ້ນຕາຍ.
ດຣ. ມອນກາວເມີຣີ ອະທິບາຍວ່າ:

ນາງ Aminata Sisay, ອາຍຸ 15 ປີ, ນອນຢູ່ ຕຽງຜ່າຕັດ ເພື່ອເອົາລູກອອກທີ່ໂຮງໝໍສໍາລັບແມ່ Princess Christian ທີ່ Freetown, ປະເທດ Sierra Leone.

ເພື່ອຊ່ວຍໃຫ້ນາງຜະດຸງຄັນ
ສາມາດຕັດສິນໃຈ
ໄດ້ວ່າ
ເວລາໃດທີ່ຄໍາຕອບ
ທີ່ດີທີ່
ສຸດ
ແມ່ນການຜ່າຕັດເອົາ
ລູກອອກແບບສຸກເສີນ ຊຶ່ງ​
ນີ້​ແມ່ນ​ຈໍາ​ເປັນ​ຕ້ອງ​ມີການ
ຝຶກອົບຮົມຢ່າງລົງ​ເລິກ
ກ່ຽວ​ກັບຮ່າງກາຍຂອງ
ພວກຜູ້ຍິງ ສໍາລັບນາງຜະ
ດຸງຄັນທີ່ມີປະສົບປະການ
ມາແລ້ວ ແລະຈາກນັ້ນ ກໍ
ແມ່ນ​ຝຶກ​ອົບຮົມ​ພວກ​ເຂົາ
ເຈົ້າ ກ່ຽວ​ກັບວິທີຜ່າຕັດ
ເພື່ອເອົາລູກອອກ ໂດຍ
ໃຊ້ຮຸ່ນຄົນທີ່ທັນສະໄໝ.

ທ່ານ ວິສວາຈິດ ກູມາ (Vishwajeet Kumar) ທີ່ຊີ້ນໍາສູນກາງ ສຸຂະພາບແມ່ ແລະ ​ເດັກນ້ອຍເກີດ​ໃໝ່ ທີ່ເມືອງຊິບກາ (Shivgarh) ແຄວ້ນ ອັດຕາປະ​ແດ​ສ (Uttar Pradesh) ໃນອິນເດຍ ຊຶ່ງເປັນປະເທດນຶ່ງທີ່ມີອັດຕາການຕາຍຂອງແມ່ແລະເດັກສູງທີ່ສຸດ ກ່າວວ່າ ຍຸດທະສາດໃນດ້ານສຸຂະພາບແມ່ ທີ່ໄດ້ນໍາໄປສະແດງໃນກອງປະຊຸມນັ້ນ ສາມາດເປັນວິທີທີ່ມີປະສິດທິພາບດີ.

"ຄວາມ ຄິດປະດິດສ້າງເກືອບໝົດທຸກອັນ ແມ່ນມີຄວາມສາມາດບົ່ມ​ຊ້ອນສູງ
ທີ່ສາມາດນໍາ​ໄປໃຊ້ຮ່ວມກັບປະຊາຄົມ​ໄດ້ ມັນສາມາດເປັນການປ່ຽນເກມ​ໄດ້.
ແຕ່ຖ້າຂາດປະຊາຄົມໄປ ມັນກໍອາດຈະໄດ້ຮັບຜົນຢ່າງຈໍາກັດ.
"

ອົງການອະນາໄມໂລກເວົ້າວ່າ ຕົນ​ຍັງມຸ້ງໝັ້ນທີ່ຈະ​ໃຫ້ບັນລຸຜົນ​ໃນນຶ່ງໃນຫລາຍໆເປົ້າໝາຍ
ທີ່​ເອີ້ນ​ກັນ​ວ່າ ເປົ້າໝາຍສະຫັດສະວັດດ້ານການພັດທະນາ ຂອງອົງການສະຫະປະຊາຊາດ
ແລະນັ້ນກໍ​ຄື ຫລຸດຜ່ອນການເສຍຊີວິດຂອງແມ່ ລົງໃຫ້ໄດ້ 3 ສ່ວນສີ່ຂອງການຕາຍທັງໝົດ
ໃນແຕ່ລະປີ ຊຶ່ງພວກນັກຊ່ຽວຊານການແພດທັງຫລາຍຕ່າງກໍເວົ້າວ່າ ມັນ​ເປັນເປົ້າໝາຍທີ່
ສາມາດບັນລຸໄດ້.

ເບິ່ງວີດີໂອພາສາອັງກິດ: