ໃນປີ 2004, ທ່ານສະຕີວ ຈອ໊ບສ໌ ໄດ້ປະກາດໃຫ້ຮູ້ວ່າ ທ່ານໄດ້ຮັບການ ຜ່າຕັດເພື່ອປົວ
ໂຣກມະເຮັງມ້າມ ຊະນິດນຶ່ງ ທີ່ມີຄວາມຮ້າຍແຮງລະດັບ ປານກາງ ແລະບໍ່ຄ່ອຍມີຄົນເປັນ
ກັນ ທີ່ເອີ້ນວ່າ ເນື້ອງອກເສັ້ນປະສາດຕ່ອມຂັບນໍ້າຍ່ອຍ ທີ່ເປັນແຊລນ້ອຍໆ.
ໂຣກມະເຮັງມ້າມຊະນິດນີ້ກວາມເອົາປະມານ 5% ຂອງໂຣກມະເຮັງມ້າມທັງໝົດ. ມັນມີ
ຜົນກະທົບຕໍ່ພວກແຊລ ທີ່ຜະລິດທາດຮໍໂມລ ທີ່ຄວບຄຸມ ລະດັບນໍ້າຕານໃນເລືອດ. ໂຣກ
ມະເຮັງມ້າມປະເພດທີ່ກັນດານກ່ວາ ແລະຄົນມັກເປັນກັນນັ້ນ ແມ່ນເປັນຢູ່ໃນແຊລຜີວຂອງ
ເນື້ອເຍື່ອຕ່ອມທີ່ຜະລິດນໍ້າຍ່ອຍອາຫານ.
ໂຣກມະເຮັງມ້າມ ແມ່ນຍາກທີ່ຈະປົວໄດ້ (ເບິ່ງວີດີໂອພາສາລາວ/ອັງກິດ)
ມ້າມແມ່ນອະໄວຍະວະຂັບຖ່າຍ
ທີ່ມີຄວາມຍາວ 15 ຊັງຕີແມັດ
ຕິດແໜບ ຢູ່ເບື້ອງຫລັງກະເພາະ
ອາຫານ ແລະຢູ່ລຸ່ມຕັບ. ໂຣກ
ມະເຮັງມ້າມ ແມ່ນຍາກທີ່ຈະວິນິ
ໄສໄດ້ ເພາະວ່າ ພະຍາດນີ້ ໃນ
ໄລຍະຕົ້ນໆນັ້ນ ແມ່ນຈະບໍ່ສະ
ແດງອາການທີ່ເບິ່ງອອກໄດ້ເລີຍ.
ດຣ. ຄາເລັດ ແອລ-ຊາມີ ຜູ້
ຊ່ຽວຊານໂຣກມະເຮັງ ແຫ່ງສູນກາງການແພດຂອງມະຫາວິທະຍາໄລ ຈັອດຈ໌ ວໍຊິງຕັນ
ຫລື George Washington University Medical Center ທີ່ນະຄອນຫລວງວໍຊິງຕັນ
ກ່າວວ່າ:
"ມັນບໍ່ມີການກວດແບບດຽວກັບ ການສ່ອງໄຟຟ້າເບິ່ງເຕົ້ານົມ ທີ່ເປັນເຄື່ອງມືທີ່ດີ
ຫລາຍ ສໍາລັບກວດຫາມະເຮັງເຕົ້ານົມນັ້ນ ຫລືກວດລະດັບເລືອດເພື່ອຊອກຫາ
ມະເຮັງຕ່ອມນໍ້າກາມນັ້ນ."
ຄລິກບ່ອນນີ້ ເພື່ອເບິ່ງວີດິໂອເປັນພາສາລາວ
ຫ້າປີພາຍຫລັງການຜ່າຕັດເພື່ອປົວໂຣກມະເຮັງມ້າມ ທ່ານຈອ໊ບສ໌ກໍໄດ້ຮັບການປ່ຽນຕັບ
ຊຶ່ງທ່ານບອກໃຫ້ຮູ້ວ່າ:
"ປະມານຫ້າເດືອນກ່ອນ ຂ້ອຍໄດ້ຮັບການຜ່າຕັດເພື່ອປ່ຽນຕັບ. ດຽວນີ້ ຂ້ອຍມີຕັບ
ຂອງຄົນທີ່ມີອາຍຸຊາວປາຍປີ."
ດຣ. ແອລ-ຊາມີ ເວົ້າວ່າ ມັນບໍ່ແມ່ນເລື່ອງທີ່ແປກປະຫລາດຫຍັງເລີຍ ເພາະວ່າໂຣກມະ
ເຮັງມ້າມສາມາດແຜ່ລາມໄດ້.
“ເນື້ອງອກເສັ້ນປະສາດຕ່ອມຂັບນໍ້າຍ່ອຍ ມັກຈະແຜ່ລາມຈາກມ້າມໄປຫາຕັບ ແລະ
ຕັບແມ່ນເປັນອະໄວຍະວະທີ່ສໍາຄັນ, ສະນັ້ນການຜ່າຕັດເອົາ ໂຣກມະເຮັງອອກຈາກ
ຕັບ ສາມາດພາໃຫ້ມີໂອກາດລອດຊີວິດໄດ້ຫລາຍຂຶ້ນ. ການປ່ຽນຕັບແມ່ນເປັນການ
ຜ່າຕັດເອົາມະເຮັງອອກແບບຕັດຮາກຖອນເຫງົ້າເລີຍ.”
ແຕ່ຢ່າງໃດກໍຕາມ ດອກເຕີ້ແອລ-ຊາມີ ເຕືອນວ່າ ການປ່ຽນອະໄວຍະວະບໍ່ແມ່ນ "ລູກປືນ
ວິເສດ" ຫລືວິທີປິ່ນປົວໃຫ້ຫາຍຂາດເລີຍ ຊຶ່ງທ່ານອະທິບາຍວ່າ:
“ມັນເປັນການຊັ່ງຊາກັນ ໃນລະຫວ່າງການຕັດເອົາໂຣກມະເຮັງກ້ອນໃຫຍ່ໃນຕັບອອກ ແລະຄວາມສ່ຽງຕໍ່ການມີລະບົບພູມຕ້ານທານຂອງຮ່າງກາຍອ່ອນແອລົງ ຊຶ່ງບໍ່ພຽງແຕ່
ສາມາດເຮັດໃຫ້ໂຣກມະເຮັງອັນເກົ່າ ກັບຄືນມາອີກໄດ້ເທົ່ານັ້ນ ແຕ່ຍັງສາມາດເຮັດໃຫ້
ໂຣກມະເຮັງແນວອື່ນອີກຫລາຍອັນ ໂຜ່ໂຕຂຶ້ນມາໄດ້ເຊ່ນກັນ.”
ການປ່ຽນອະໄວຍະວະແມ່ນພາໃຫ້ພູມຕ້ານທານຂອງຮ່າງກາຍຫລຸດລົງ ຊຶ່ງສາມາດເປີດປະຕູ ໃຫ້ມີບັນຫາໃໝ່ເກີດຂຶ້ນໄດ້.
ດຣ. ແມັດທິວ ວອລສ໌, (Dr. Matthew Walsh) ປະທານພະແນກ ຜ່າຕັດທົ່ວໄປຂອງ
ຄລີນິກ ຄລີວວະແລນດ໌ (General Surgery at Cleveland Clinic) ກ່າວກ່ຽວກັບໂຣກ
ມະເຮັງມ້າມວ່າ:
“ມັນຂ້ອນຂ້າງເປັນພະຍາດທີ່ກັບຄືນມາໄດ້ອີກ, ແຜ່ລາມອອກໄປ ແລະກໍເອົາຄວາມ
ແຂງແຮງຂອງທ່ານໜີໄປ ຄືມີອາການທຸກຢ່າງທີ່ກ່ຽວຂ້ອງກັບໂຣກມະເຮັງ ແລະຄົນກໍ
ຕາຍຍ້ອນພະຍາດມະເຮັງແນວນີ້ໄດ້ແທ້.”
ເຖິງແມ່ນ ດຣ. ວອລສ໌ ຍັງບໍ່ເຄີຍໄດ້ປິ່ນປົວທ່ານຈອ໊ບສ໌ຈັກເທື່ອ ແລະກໍບໍ່ຮູ້ລາຍລະອຽດ
ກ່ຽວກັບການເຈັບເປັນຂອງທ່ານຈອ໊ບສ໌ ແຕ່ທ່ານກໍ ເວົ້າວ່າ ການຜ່າຕັດຂອງທ່ານຈອ໊ບສ໌
ອາດສາມາດມີຜົນຕາມມາ ຢ່າງໃຫຍ່ຫລວງໄດ້ ຊຶ່ງທ່ານອະທິບາຍວ່າ:
"ເວົ້າໃນແງ່ຂອງທາດອາຫານບໍາລຸງຮ່າງກາຍແລ້ວ-ບາງທີໃນກໍລະນີທີ່ ເປັນໂຣກເບົາ
ຫວານ-ຖ້າຫາກຮ່າງກາຍຂອງທ່ານ ບໍ່ໄດ້ຮັບເອົານໍ້າຍ່ອຍ ຈາກມ້າມໂດຍທັງໝົດ
ທ່ານຈະມີນໍ້າໜັກຫລຸດລົງ ເພາະວ່າທ່ານບໍ່ໄດ້ ດູດຊຶມເອົາໄຂມັນທີ່ຈໍາເປັນທັງໝົດ
ແລະເພາະສະນັ້ນ ພາກສ່ວນນຶ່ງ ຂອງສິ່ງທີ່ທ່ານຈອ໊ບສ໌ກໍາລັງຜ່ານຜ່າຢູ່ເວລານີ້ ກໍ
ແມ່ນຜົນຕາມມາຂອງການຜ່າຕັດທີ່ບໍ່ດີອີກດ້ວຍ. ນອກນັ້ນແລ້ວໂດຍການຜ່າຕັດ
ປ່ຽນຕັບນັ້ນ ທ່ານຈອ໊ບສ໌ກໍຍັງມີບັນຫາອື່ນອີກ ໃນດ້ານການກົດດັນພູມຕ້ານທານ
ຂອງຮ່າງກາຍ ຊຶ່ງໃນພາກໂຕຈິງແລ້ວ ອາດສົ່ງຜົນໃຫ້ເນື້ອງອກເຕີບໂຕຄືນມາອີກ."
ສ່ວນດຣ. ແອລ-ຊາມີ ນັ້ນ ກ່າວສະຫລູບວ່າ ໂຣກມະເຮັງມ້າມບາງຊະນິດ ສາມາດແຜ່
ຜາຍທາງກໍາມະພັນໄປຫາກັນໄດ້ຢູ່ໃນຄອບຄົວ. ການສູບຢາແລະກິນເຫລົ້າ ກໍມີສ່ວນ
ພົວພັນກັບພະຍາດນີ້. ແຕ່ທ່ານກໍກ່າວວ່າ ຍັງບໍ່ຮູ້ສາເຫດຄັກແນ່ຂອງກໍລະນີສ່ວນໃຫຍ່
ຂອງໂຣກມະເຮັງມ້າມນັ້ນ.
ເບິ່ງວີດີໂອ ພາສາອັງກິດ: