ເຈົ້າໜ້າທີ່ສາທາລະນະສຸກ ກ່າວວ່າ ການໂຈມຕີທາງອາກາດ ໃນເຂດກາຊາ ເຮັດໃຫ້ມີຜູ້ເສຍຊີວິດ 70 ຄົນ

  • ວີໂອເອ

ຜູ້ໄວ້ອາໄລ ສະແດງທ່າທີ່ຕໍ່ສົບຂອງຊາວປາແລັສໄຕນ໌ ທີ່ຖືກສັັງຫານໃນການໂຈມຕີຂອງອິສຣາແອລ ຢູ່ທີ່ໂຮງໝໍແຫ່ງນຶ່ງ ທາງພາກກາງຂອງເຂດກາຊາ, ວັນທີ 25 ທັນວາ 2023.

ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ​ໃນ​ເຂດ​ກາຊາ​ທີ່ບໍລິຫານໂດຍກຸ່ມຮາມາສ ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ​ອິ​ສ​ຣາ​ແອ​ລ​ ໃສ່​ສູນ​ອົບ​ພະ​ຍົບ​ໃນ​ພາກ​ກາງ​ຂອງ​ເຂດ​ກາ​ຊາ ໃນ​ຕອນ​ແລງ​ວັນ​ອາ​ທິດ​ວານນີ້ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ​ຢ່າງ​ໜ້ອຍ 70 ຄົນ.

ກອງທັບອິສຣາແອລກ່າວວ່າ ຕົນກຳລັງທົບທວນຄືນລາຍງານການໂຈມຕີໃນເມືອງ ມາກາຊີ (Maghazi) ໃນຂະນະທີ່ກ່າວຢ້ຳເຖິງຄວາມມຸ່ງໝັ້ນຂອງຕົນ ທີ່ຈະຫຼຸດຜ່ອນຄວາມເສຍຫາຍຕໍ່ພົນລະເຮືອນໃນສົງຄາມ ເພື່ອກໍາຈັດກຸ່ມຫົວຮຸນແຮງ ຮາມາສ.

ອິສຣາແອລຍັງໄດ້ລາຍງານການເສຍຊີວິດພາຍໃນທະຫານຂອງຕົນຕື່ມອີກ, ເຮັດໃຫ້ຈໍານວນຜູ້ເສຍຊີວິດນັບຕັ້ງແຕ່ວັນສຸກ ເປັນ 17 ຄົນ ແລະຈໍານວນທະຫານອິສຣາແອລທັງໝົດທີ່ເສຍຊີວິດ ນັບຕັ້ງແຕ່ເລີ້ມຕົ້ນປະຕິບັດການທາງພາກພື້ນດິນໃນເຂດ ກາຊາ ເປັນ 156 ຄົນແລ້ວ.

ການໂຈມຕີຂອງອິສຣາແອລ, ເຊິ່ງໄດ້ລວມເອົາການໂຈມຕີທາງອາກາດຫຼາຍພັນຄັ້ງ ນອກເຫນືອຈາກການປະຕິບັດການທາງພື້ນດິນ, ໄດ້ເຮັດໃຫ້ພື້ນທີ່ສ່ວນໃຫຍ່ຂອງເຂດກາຊາ ຕົກຢູ່ໃນຄວາມເສຍຫາຍ ແລະໄດ້ສັງຫານຊາວປາແລັສໄຕນ໌ 20,400 ຄົນ, ອີງຕາມກະຊວງສາທາລະນະສຸກຂອງເຂດກາຊາ.

ການສູ້ລົບ​ຍັງ​ໄດ້ເຮັດ​ໃຫ້​ປະ​ຊາ​ຊົນສ່ວນໃຫຍ່ໃນເຂດກາຊາ ຈຳນວນ 2 ລ້ານ 3 ແສນ​ຄົນ​ ຕ້ອງຍົກຍ້າຍຖິ່ນຖານ ໂດຍຫຼາຍຄົນ​ພະ​ຍາ​ຍາມ​ ​ຊອກ​ຫາ​ສະຖານທີ່ ທີ່​ປອດ​ໄພ​ ຢູ່​ໃນສູນ​ພັກ​ອາ​ໄສທີ່ແອອັດ ທີ່ດຳເນີນການໂດຍອົງການສະຫະ​ປະ​ຊາ​ຊາດ​ ຢູ່ທາງ​ພາກ​ໃຕ້​ຂອງ​ເຂດ​ກາ​ຊາ.

ນາຍົກລັດຖະມົນຕີອິສຣາແອລ ທ່ານ ເບັນຈາມິນ ເນຕັນຢາຮູ ໄດ້ໃຫ້ຄຳໝັ້ນສັນຍາ ໃນວັນອາທິດວານນີ້ ວ່າ ຈະສືບຕໍ່ດຳເນີນການໃນສິ່ງທີ່ທ່ານກ່າວວ່າ ຈະເປັນ "ສົງຄາມທີ່ຍາວນານ" ຕໍ່ໄປຈົນກວ່າກອງກຳລັງ ອິສຣາແອລ ຈະກໍາຈັດກຸ່ມ ຮາມາສ ແລະຟື້ນຟູຄວາມໝັ້ນຄົງໄດ້.

ອ່ານຂ່າວນີ້ເປັນພາສາອັງກິດ