ເຊີນຊົມ ວີດີໂອ ພວກຕຸ່ນບໍ່ມີຂົນ ອາດມີເຂັດລັບ ໃນການຕໍ່ສູ້ຕ້ານ ໂຣກມະເຮັງໄດ້
Your browser doesn’t support HTML5
ໂຕຕຸ່ນບໍ່ມີຂົນ ເປັນສັດທີ່ມີລັກສະນະພິເສດ ແລະຄົນສ່ວນຫລາຍເຫັນວ່າ ມັນເປັນສິ່ງທີ່ມີຊີວິດທີ່ຂີ້ຮ້າຍຊະນິດນຶ່ງ. ສັດປະເພດໜູເຫລົ່ານີ້ ແມ່ນດໍາລົງຊີວິດສ່ວນໃຫຍ່ຢູ່ພື້ນດິນ ແລະມີຕາທີ່ເກືອບວ່າບໍ່ເຫັນຮຸ່ງຫຍັງໝົດ. ແຕ່ວ່າ ສິ່ງທີ່ ດຶງດູດຄວາມສົນໃຈຂອງພວກນັກວິທະຍາສາດແທ້ໆ ນັ້ນ ກໍຄືພວກມັນຢູ່ຢ່າງປາດສະຈາກການເປັນໂຣກມະເຮັງ. Kevin Enochs ນັກຂ່າວ VOA ມີລາຍງານກ່ຽວກັບເລື່ອງນີ້ ຊຶ່ງ ພຸດທະສອນ ຈະນໍາມາສະເໜີທ່ານ ເປັນພາສາລາວ ໃນອັນດັບຕໍ່ໄປ.