ໂທລະສັບມືຖື ສາມາດໃຊ້ ຕິດຕາມເບິ່ງ ການແຜ່ຜາຍ ຂອງໄຂ້ມາເລເຣຍ (ວີດິໂອຮຽນພາສາອັງກິດ)

ນັກວິທະຍາສາດ ຄົ້ນພົບວ່າ ໂທລະສັບມືຖື ສາມາດໃຊ້ ຕິດຕາມເບິ່ງ ວິທີການແຜ່ຜາຍຂອງພະຍາດໄຂ້ປ່າມາເລເຣຍ ຢູ່ໃນບັນດາປະເທດ ທີ່ມີການລະບາດຂອງພະຍາດນີ້.

ພວກນັກວິທະຍາສາດ ກຳລັງດໍາເນີນສຶກສາເບິ່ງການໃຊ້ໂທລະ
ສັບມືຖື ເພື່ອຕິດຕາມເບິ່ງວິທີການແຜ່ຜາຍຂອງພະຍາດໄຂ້ປ່າ
ມາເລເຣຍ ຢູ່ໃນບັນດາປະເທດ ທີ່ມີການລະບາດຂອງພະຍາດນີ້.
ການສຶກສາຄົ້ນຄວ້າ ດັ່ງກ່າວ ແມ່ນເປັນພາກສ່ວນນຶ່ງ ຂອງການ ດໍາເນີນຄວາມພະຍາຍາມຂອງຫລາຍປະເທດເພື່ອຄວບຄຸມ ແລະ ກໍາຈັດພະຍາດທີ່ແຜ່ເຊື້ອໂດຍຍຸງ ຊະນິດນີ້. ຜູ້ສື່ຂ່າວວີໂອເອ
ນາງ Jessica Berman ມີລາຍລະອຽດເລື້ອງນີ້ຢູ່ໃນລາຍງານ
ຫຍໍ້ດ້ານສຸຂະພາບ.

ລໍາພັງແຕ່ໂຕຂອງພວກມັນເອງແລ້ວ ຍຸງທີ່ນໍາເຊື້ອໄຂ້ປ່າມາເລ
ເຣຍຫລື ໄຂ້ຍຸງນັ້ນ ແມ່ນໄປບໍ່ໄດ້ໄກຫລາຍປານໃດ. ແຕ່ວ່າ
ແມງໄມ້ທີ່ເຮັດໃຫ້ຄົນ ຢູ່ໃນໂລກເສຍຊີວິດເກືອບຮອດ 1 ລ້ານ
ຄົນ ໃນແຕ່ລະປີຊະນິດນີ້ ແມ່ນສາມາດລີ້, ແລະຕິດໄປນໍາ
ເຄື່ອງຂອງ ຂອງຄົນທີ່ເດີນທາງໄປມາ.

ພະຍາດໄຂ້ມາເລເຣຍຍັງສາມາດຕິດຕໍ່ໃສ່ຜູ້ທີ່ມີສຸຂະພາບແຂງແຮງດີ ໂດຍຜູ້ທີ່ມີອາການ ໄຂ້ຢູ່ແລ້ວ ເດີນທາງຜະຈົນໄພຈາກເຂດທີ່ມີຄົນເປັນພະຍາດນີ້ ໄປຫາເຂດອື່ນ ເຊັ່ນວ່າ ໄປຫາຕົວເມືອງ ບ່ອນທີ່ພວກຊາວເມືອງບໍ່ຄ່ອຍໄດ້ຖືກສໍາພັດກັບພວກຍຸງທີ່ມີເຊື້ອໄຂ້ ມະເລເຣຍ. ດັ່ງທີ່ເຫັນ ຢູ່ໃນກໍລະນີຂອງປະເທດເຄັນຢາທີ່ມີພົນລະເມືອງ 43 ລ້ານຄົນ ນັ້ນບ່ອນ ທີ່ພວກນັກຄົ້ນຄວ້າໄດ້ພົບເຫັນວ່າ ພະຍາດດັ່ງກ່າວໂດຍຕົ້ນຕໍແລ້ວແມ່ນ ແຜ່ ກະຈາຍຈາກບັນດາປະເທດ ທີ່ຕັ້ງຢູ່ຕິດທະເລສາບ Vitoria ໄປຍັງເຂດພາກຕາເວັນ ອອກຂອງອາຟຣິກາ ໄປຫານະຄອນ Nairobi ໂດຍການຕິດໄປນໍາຜູ້ຄົນທີ່ເດີນທາງໄປ ຫານະຄອນຫລວງຂອງເຄັນຢາ.

ເດັກນ້ອຍຄົນນຶ່ງນອນຢູ່ໂຮງໝໍ Siaya ທາງພາກຕາເວັນຕົກຂອງເຄນຢາ ເປັນໄຂ້ມາເລເຣຍ ໃນຂະນະທີ່ແມ່ຂອງລາວ ກໍເປັນໄຂ້ນີ້ເຊັ່ນກັນ


ການຄົ້ນພົບດັ່ງກ່າວ ແມ່ນອີງໃສ່ການວິໄຈຂໍ້ມູນໃນໂທລະສັບ
ມືຖືຂອງຜູ້ຈອງໂທລະສັບຊາວເຄັນຢາ 15 ລ້ານຄົນ ທີ່ດໍາ
ເນີນການໂດຍພວກນັກຄົ້ນຄວ້າ ທີ່ໂຮງຮຽນແພດສາດຂອງ
ມະຫາວິທະຍາໄລ Harvard ໃນນະຄອນ Boston ລັດ Massachusetts.

ທ່ານນາງ Caroline Buckee ເວົ້າວ່າຫລາຍປະເທດກໍາ
ລັງດໍາເນີນຄວາມພະຍາຍາມເພື່ອກໍາຈັດຍຸງຢ່າງຂຸ້ນຂ້ຽວ.
ຂັ້ນຕອນນຶ່ງໃນບາດກ້າວທໍາອິດ ໃນການປຸກລະດົມນັ້ນ
ແມ່ນການພະຍາຍາມຊອກຮູ້ແບບແຜນການເດີນທາງຂອງ ຄົນເຮົາສາມາດມີສ່ວນໃນການແຜ່ຜາຍຂອງພະຍາດນີ້ໄດ້ແນວໃດ. ທ່ານນາງ Burkee ຊຶ່ງເປັນຮອງສາດສະດາຈານສອນທີ່ໂຮງຮຽນແພດສາດໃນມະຫາວິທະຍາໄລ Harvard ເວົ້າວ່າ ໃນເມື່ອກ່ອນ ການຕິດຕາມເບິ່ງການເຄື່ອນຍ້າຍຂອງຄົນເປັນຈໍານວນຫລວງ ຫລາຍແມ່ນຫຍຸ້ງຍາກ. ວິທີການດັ້ງເດີມ ໂດຍການໃຊ້ຂໍ້ມູນສໍາຫລວດປະຊາກອນ ແລະເຄືອ ຂ່າຍຂອງຖະໜົນຫົນທາງ ແມ່ນໃຊ້ຜົນບໍ່ໄດ້ດີປານໃດ. ທ່ານນາງ ອະທິບາຍ ດັ່ງນີ້:

ເບິ່ງວີດິໂອລາຍງານນີ້ ແລະຮຽນຟັງພາສາອັງກິດໄປພ້ອມ:
http://www.youtube.com/embed/mWisy-gVXGM?feature=player_detailpage


“ແຕ່ວ່າ ໂທລະສັບມືຖື ແມ່ນໃຫ້ວິທີການທີ່ຊ່ວຍໃຫ້ພວກເຮົາເຂົ້າໃຈເຖິງຮູບ ການທີ່ຜູ້ຄົນທັງຫລາຍເຄື່ອນໄຫວໄປມາ ຢູ່ໃນລະດັບທີ່ຄາດບໍ່ເຖິງໄດ້ ແບບ ທີ່ພິເສດອີ່ຫລີ.”

ແຜນທີ່ປະເທດເຄັນຢາ ທີ່ມີພະຍາດໄຂ້ມາເລເຣຍແຜ່ລະບາດຫລາຍນັ້ນ.


ທ່ານນາງ Burkee ອະທິບາຍອີກວ່າ ຢູ່ໃນປະເທດເຄັນຢານັ້ນ
ພວກນັກຄົ້ນຄວ້າ ໄດ້ຄິດໄລ່ຈຸດໝາຍປາຍທາງ ແລະໄລຍະ
ເວລາເດີນທາງຂອງຜູ້ໃຊ້ມືຖື ຈາກບ່ອນຢູ່ຕົ້ນຕໍຂອງຕົນໄປ
ໂດຍອີງໃສ່ການສົ່ງສັນຍານໄປມາຂອງໂທລະສັບມືຖື ຈາກ
ເສົາສົ່ງສັນຍານຂອງບໍລິສັດມືຖື 12 ພັນຫລັກ.

ຈາກນັ້ນ ໂດຍການວາດແຜນທີ່ຂອງຂໍ້ມູນການມີພະຍາດມາ
ເລເຣຍ ຢູ່ທົ່ວໄປຢູ່ໃນເຂດຕ່າງໆ ຂອງປະເທດລົງພວກນັກຄົນ
ຄວ້າໄດ້ຄິດໄລ່ຄວາມເປັນໄປໄດ້ຂອງການທີ່ຈະຖືກຕິດເຊື້ອ
ຢູ່ໃນເຂດໃດເຂດນຶ່ງເປັນການສະເພາະ ພ້ອມທັງຄວາມອາດເປັນໄປໄດ້ວ່າ ຜູ້ເດີນທາງ ຄົນນຶ່ງໄປຍັງທີ່ນັ້ນ ອາດຈະຕິດເຊື້ອພະຍາດນັ້ນ ກໍເປັນໄດ້.

ຜົນໄດ້ຮັບໄດ້ແມ່ນແບບແຜນ ທີ່ສະແດງໃຫ້ເຫັນເສັ້ນທາງການແຜ່ຜາຍຂອງໄຂ້ມາເລ ເຣຍ ທີ່ກະຈາຍອອກໄປຈາກທະເລສາບ Victoria. ທ່ານນາງ Burkee ເວົ້າວ່າ ການ ມີຂໍ້ມູນແບບນັ້ນສາມາດມີອິດທິພົນຕໍ່ ການດໍາເນີນຄວາມພະຍາຍາມ ໃນການຄວບຄຸມ ພະຍາດມາເລເຣຍ ໂດຍສະເພາະແມ່ນຢູ່ໃນຂົງເຂດທີ່ບໍ່ມີການແຜ່ລະບາດ. ທ່ານນາງ Burkee ກ່າວມ້ວນທ້າຍດັ່ງນີ້:

“ມີສິ່ງດຽວທີ່ທ່ານສາມາດພິຈາລະນາໄດ້ ແມ່ນການສົ່ງຂໍ້ຄວາມໃຫ້ຜູ້ຄົນ ທີ່ມາ ຫາເສົາສົ່ງສັນຍານໂທລະສັບ ທີ່ມີຄວາມສ່ຽງສູງ ເຊັ່ນວ່າ ເຕືອນພວກເຂົາເຈົ້າ ໃຫ້ໃຊ້ມຸ້ງກາງນອນ. ແລະຂ້າພະເຈົ້າຄິດວ່າ ວິທີການແບບນັ້ນ ແມ່ນງ່າຍດາຍ ແຕ່ວ່າ ພວກເຂົາເຈົ້າມີຄວາມຫວັງວ່າ ຈະແນເປົ້າໃສ່ຄົນທີ່ມີອາການຢູ່ແລ້ວ ແລະບໍ່ຮູ້ສຶກຕົວວ່າຕົນເອງ ກໍາລັງນໍາເອົາພະຍາດກາຝາກໄປນໍາ, ໂດຍເຕືອນ ໃຫ້ພວກເຂົາເຈົ້າຮູ້ວ່າ ພວກເຂົາເຈົ້າ ຍັງສາມາດຊ່ອຍປະກອບສ່ວນໃຫ້ມີ ພະຍາດມາເລເຣຍ ຢູ່ ໃນຂົງເຂດນັ້ນນຳດ້ວຍ.”

ທ່ານນາງ Burkee ເວົ້າວ່າ ພວກນັກຄົ້ນຄວ້າກໍາລັງສຶກສາເບິ່ງບັນທຶກຂອງການໃຊ້ໂທ ລະສັບມືຖືຢູ່ໃນປະເທດອື່ນ ເພື່ອຊ່ວຍໃນການຊອກຫາເສັ້ນທາງການແຜ່ຜາຍຂອງໄຂ້ ມາເລເຣຍ ບ່ອນທີ່ການປະກົດຕົວຂອງພະຍາດມີໜ້ອຍກວ່າໃນເຄັນຢາ.

ບົດຂຽນສະບັບນຶ່ງກ່ຽວກັບວິທິຕິດຕາມແບບແຜນແຜ່ຜາຍຂອງພະຍາດໄຂ້ມາເລເຣຍນີ້ ແມ່ນພິມເຜີຍແຜ່ຢູ່ໃນວາລະສານ ດ້ານວິທະຍາສາດ ຫລື journal of Science.