ບໍລິສັດເທັກໂນໂລຈີຂອງອັງກິດແຫ່ງນຶ່ງກໍາລັງໃຊ້ເນື້ອເຍື່ອຂອງຫົວໃຈຄົນ ທີ່ໄດ້
ຮັບບໍລິຈາກນັ້ນ ມາຮຽນແບບການ “ເຕັ້ນ” ຂອງກ້ອນຊີ້ນຫົວໃຈ ເພື່ອຊ່ວຍໃນການ
ທົດລອງຢາໃໝ່ ກ່ອນຈະເອົາໄປໃຊ້ ໃນການປິ່ນປົວ. ເຟດແລປີດັສ (Faith
Lapidus) ນັກຂ່າວວີໂອເອມີລາຍງານກ່ຽວກັບເລື່ອງນີ້ ຊຶ່ງບົວສະຫວັນ ຈະນໍາລາຍ
ລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງລາຍງານເລື່ອງ ການເຕັ້ນຂອງແຊລຫົວໃຈ ສາມາດຊ່ວຍເຂົ້າໃນການຜະລິດຢາໄດ້
ແຜ່ນເນື້ອເຍື່ອ ຂອງຫົວໃຈຄົນ ກໍາລັງເຕັ້ນໃນຂະນະທີ່ການກະຕຸ້ນຂອງໄຟຟ້ານ້ອຍໆ
ອັນນຶ່ງແລ່ນຜ່ານມັນຢູ່ໃນຫ້ອງທົດລອງຂອງບໍລິສັດໄອໂນຄາເດຍ (InoCardia), ທີ່
ເມືອງໂຄເວນທຣີ (Coventry), ປະເທດອັງກິດ. ພວກນັກຄົ້ນຄວ້າເວົ້າວ່າ ມັນເຮັດຄື
ກັນກັບການເຄື່ອນໄຫວຂອງກ້ອນຊີ້ນຫົວໃຈ ທີ່ມີພະ ລັງໄດ້ຢ່າງບໍ່ຜິດເລີຍ ຊຶ່ງເປັນຄື
ວ່າ ມັນຍັງຢູ່ໃນຮ່າງກາຍຂອງຄົນ.
ທ່ານນາງ ເຮເລັນ ແມັດດັອກ (Helen Maddock) ຜູ້ສ້າງຕັ້ງບໍລິສັດໄອໂນຄາເດຍ (InoCardia) ເວົ້າວ່າ:
“ສິ່ງທີ່ພວກເຮົາເຮັດແມ່ນຄືກັນຫລາຍ ຖ້າເວົ້າເຖິງການກະຕຸ້ນ ໃຫ້ມີການປ່ຽນ
ຄວາມຍາວຂອງກ້ອນຊີ້ນ ເພື່ອໃຫ້ພວກເຮົາສາມາດກະຕຸ້ນໃຫ້ມີການເໜັງຕີງທາງ
ຊີວະ-ກົນຈັກໄດ້ ໃນຂະນະທີ່ມັນກໍາລັງທໍາງານຢູ່. ແລະໂດຍການເຮັດແນວນີ້ ເມື່ອ
ເຮົາເອົາຢາເພີ້ມໃສ່ກ້ອນຊີ້ນນັ້ນ, ພວກເຮົາກໍສາມາດຄາດເດົາເບິ່ງຈຸດສຸມຂອງຢາ
ທີ່ມີປະສິດທິຜົນທາງດ້ານການປິ່ນປົວຢ່າງແທ້ຈິງ ຕໍ່ກ້ອນຊີ້ນ, ແລະຈາກນັ້ນ ມັນ
ກໍສາມາດທີ່ຈະຫັນໃຫ້ເປັນການທົດລອງປິ່ນປົວຢູ່ໃນຄລີນິກໄດ້ດີຫລາຍ.”
ການທົດລອງຢາ ທີ່ມີຢູ່ໃນປັດຈຸບັນ ແມ່ນໃຊ້ກ້ອນຊີ້ນ ທີ່ບໍ່ມີການເໜັງຕີງ, ຊຶ່ງທ່ານນາງ
ແມັດດັອກເວົ້າວ່າ ບໍ່ສາມາດທີ່ຈະໃຫ້ຂໍ້ມູນດັ່ງກ່າວນັ້ນໄດ້. ນອກນັ້ນ ແລ້ວເ ທັກໂນໂລຈີ
ຂອງບໍລິສັດໄອໂນຄາເດຍ ຍັງສາມາດເຮັດໃຫ້ນັກຄົ້ນຄວ້າຊອກຫາສ່ວນປະກອບທີ່ບໍ່ມີ
ຄວາມໝັ້ນຄົງ ຫລືແມ່ນກະທັ້ງສ່ວນປະກອບທີ່ເປັນພິດນັ້ນໄດ້ ກ່ອນທີ່ຈະມີການລົງທຶນ
ໃສ່ ການພັດທະນາສ່ວນປະກອບເຫລົ່ານັ້ນ ຫລາຍເກີນໄປ.
ທ່ານນາງ ແມັດດັອກ (Maddock) ກ່າວເພີ້ມອີກວ່າ:“ຄວາມຄິດທັງໝົດ ທັງປວງເຫລົ່າ
ນີ້ ກໍແມ່ນສໍາລັບໂຄງການຄົ້ນຄວ້າ ຫາຢາປົວພະຍາດ ເພື່ອເຮັດໃຫ້ມັນສາມາດກວດ
ເບິ່ງຢາທີ່ໃຫ້ຜົນຕາມທີ່ຕ້ອງການຫລາຍທີ່ສຸດ ທີ່ຈະໄດ້ຜົນດີ ຕໍ່ການປິ່ນປົວໂຣກ
ຫົວໃຈຫລົ້ມແຫລວ, ເພື່ອເພີ້ມຄວາມສາ ມາດໃນການເໜັງຕີງຂອງຫົວໃຈ ໂດຍທີ່ບໍ່
ສ້າງຜົນກະທົບຕໍ່ຄວາມສາມາດເຮັດວຽກຂອງມັນໄດ້.”
ບໍລິສັດໄອໂນຄາເດຍເວົ້າວ່າ ວິທີດັ່ງກ່າວ ໄດ້ເຮັດໃຫ້ການກາງຕໍ່ອາໄສສັດເພື່ອເອົາມາ
ເຮັດການສຶກສາຄົ້ນຄວ້າ ແບບໃຊ້ທັງໝົດໂຕຂອງມັນ ທີ່ມັກຈະພາໃຫ້ມີຜົນການຄົ້ນ
ຄວ້າ ທີ່ບໍ່ຖືກຕ້ອງແມ້ນຢໍານັ້ນ ຫລຸດລົງ. ບັດນີ້ ບໍລິສັດດັ່ງກ່າວກໍາລັງປະຕິບັດງານຮ່ວມ
ກັບບໍລິສັດເຮັດຢາຈໍານວນນຶ່ງເພື່ອຊອກຫາຢາຊະນິດໃໝ່.