ຢາວັກຊິນ ກັນໄຂ້ຫວັດ ສາມາດ ປ້ອງກັນ ໂຣກຫົວໃຈວາຍ (ວີດີໂອ)

ນາງໝໍກຳລັງຊັກຢາວັກຊິນກັນໄຂ້ຫວັດ ໃຫ້ເດັກຄົນນຶ່ງ ທີ່ຄລີນິກແຫ່ງນຶ່ງ ໃນນະຄອນ Boston, ລັດ Massachusetts, ວັນທີ 12 ມັງກອນ 2013.

ລະດູ​ໂຣກ​ໄຂ້ຫວັດ ຫາ​ກໍ​ເລີ້ມ​ໃນ​ຊີກ​ໂລກ​ເໜືອ ​ແລະ​ບັນດາ​
ນາຍ​ແພດ​ກຳລັງຊັກ​ຊວນ​ໃຫ້​ຜູ້ໃດ​ກໍ​ຕາມ ທີ່​ມີ​ອາຍຸ​ສູງ​ກວ່າ
6 ເດືອນ​ຂຶ້ນ​ໄປ ພາກັນ​ໄປ​ສັກ​ຢາ​ກັນ​ໂຣກໄຂ້ຫວັດ. ​ແຕ່​ການ
​ສຶກສາ​ຄັ້ງ​ໃໝ່ສະ​ເໜີ​ແນະ​ໃຫ້​ຮູ້ວ່າ ຢາ​ວັກ​ຊິນ​ດັ່ງກ່າວບໍ່​ພຽງ​
ແຕ່​ກຳ​ຈັດ​ປັດ​ເປົ່າ​ໂຣກ​ໄຂ້ຫວັດ​ເທົ່າ​ນັ້ນ ​ແຕ່​ອາດ​ຈະມີຜົນ​
ດີ​ອື່ນໆ​ສຳລັບ​ສຸຂະພາບເຊັ່ນ​ກັນ. ສິງ​ມີ​ລາຍ​ງານ​ເລື້ອງ​ນີ້
ຈາກ​ຜູ້​ສື່​ຂ່າວ​ວີ​ໂອ​ເອ​ມາສະ​ເໜີ​ທ່ານ​.

Your browser doesn’t support HTML5

ຟັງສາລະຄະດີການແພດ ເລື້ອງຢາວັກຊິນກັນໄຂ້ຫວັດ ປ້ອງກັນໂຣກຫົວໃຈວາຍໄດ້



ເບິ່ງວີດີໂອ ພາສາອັງກິດ ກ່ຽວກັບລາຍງານນີ້:

http://www.voanews.com/flashembed.aspx?t=vid&id=1775783&w=640&h=305&skin=embeded

ບັນດາ​ນັກ​ຊ່ຽວຊານ​ດ້ານ​ການ​ແພດ​ກ່າວ​ວ່າ ບໍ່​ມີ​ຫຍັງ​ສັງຫານ​ປະຊາຊົນ​ຫຼາຍເທົ່າ​ກັບ​ໂຣກ​ໄຂ້ຫວັດ. ພວກ​ຄົນ​ປ່ວຍ​ທີ່​ເປັນ​ໂຣກຫົວ​ໃຈ ​ເຊັ່ນນາງ Loreen Naylor ໂດຍ​ສະ​ເພາະ​ ແມ່ນ
ຕົກຢູ່​ໃນ​ອັນຕະລາຍ​ຫລື​ເຈັບ​ປວດໄດ້​ງ່າຍໆ. ດ້ວຍ​ເຫດ​ນີ້​ນາງ​ຈຶ່ງ​ສັກ​ຢາ​ກັນໂຣກໄຂ້ຫວັດ
​ໃນ​ທຸກໆ​ປີ ຊຶ່ງ​ນາງ Loreen Naylor ​ເວົ້າດັ່ງ​ນີ້:

“ຂ້ອຍ​ຄຶດ​ວ່າ ມັນ​ສຳຄັນ​ຫຼາຍ ມັນ​ເປັນ​ຊ່ອງ​ທາງ​ນຶ່ງ​ເພື່ອ​ຄວບ​ຄຸມ​ດູ​ແລ​ສຸຂະພາບ​
ຂອງຂ້ອຍ​ເອງ ​ແລະເຮັດ​ໃຫ້ໝັ້ນ​ໃຈ​ວ່າ ຂ້ອຍຈະບໍ່ເປັນຫວັດ."


ບັນດາ​ນາຍ​ແພດ​ກ່າວ​ວ່າ ພວກ​ຄົນປ່ວຍໂຣກຫົວ​ໃຈ ທີ່​ເປັນຫວັດ ​ປາກົດ​ວ່າ​ມີ​ການ​ສ່ຽງ
ໄພ​ສູງ ທີ່​ຈະ​ເປັນ​ໂຣກຫົວ​ໃຈ​ວາຍ ຫົວ​ໃຈ​ບໍ່​ທຳ​ງານ ຫຼື​ເປັນລົມ​ສາລະບາດ.

ບັນດາ​ນັກ​ຄົ້ນຄວ້າເຊື່ອ​ວ່າ ​ໃນ​ຂະນະ​ທີ່​ຮ່າງກາຍ​ຂອງ​ພວກ​ເຮົາ​ຕໍ່ສູ້​ກັບ​ໂຣກດັ່ງກ່າວທີ່
ເສັ້ນເລືອດແດງທີ່ໃຄ່ບວມ​ແລະ​ອັກ​ເສບ ຈະ​ເກີດ​ຄວາມບໍ່​ທຸ່ນ​ທ່ຽງຫຼາຍ​ຂຶ້ນ ​ແລະ​ອາດເປັນ
​ກ້ອນຕັນ​ເສັ້ນ​ເລືອດ​ກໍ​ເປັນ​ໄດ້. ​ແຕ່​ປາກົດ​ວ່າ ຢາ​ວັກ​ຊິນ​ປ້ອງ​ກັນ​ໄຂ້ຫວັດນີ້ອາດຊ່ອຍ​ປ້ອງ​
ກັນ​ພວກ​ຜູ້​ຄົນ​ທີ່​ມີ​ສຸຂະພາບ​ດີ​ ຈາກ​ໂຣກຫົວ​ໃຈ​ວາຍ​ ແລະ​ລົມ​ສາລະ​ບາດ​ໄດ້.

ທ່ານໝໍ Jacob Udell ທີ່​ມະຫາວິທະຍາ​ໄລ​ Women’s College Hospital ຢູ່ນະຄອນ
​ໂຕຣອນ​ໂຕ ປະ​ເທດ​ກາ​ນາ​ດາ​ ວິ​ເຄາະຂໍ້​ມູນຈາກ​ການ​ສຶກສາ​ຄົ້ນຄວ້າ​ມາ​ກ່ອນ ທີ່ພົວພັນ​
ກັບ​ຄົນ​ປ່ວຍ ຈຳນວນ​ເກືອບ 7 ພັນ​ຄົນ ​ເວົ້າ​ວ່າ :

“​ເວົ້າ​ລວມ​ແລ້ວ ການ​ສ່ຽງ​ໄດ້​ລົດ​ລົງ​ປະມານ 33 ​ເປີ​ເຊັນ​ໃນ​ການ​ເປັນ​ໂຣກຫົວ​ໃຈ​
ວາຍ ເປັນ​ລົມ​ສາລະ​ບາດ ​ແລະ​ໂຣກຮ້າຍ​ແຮງ​ຕ່າງໆ​ ກ່ຽວ​ກັບຫົວ​ໃຈ​ໃນ​ບັນດາ​
ພວກ​ທີ່ໄດ້​ສັກ​ຢາ​ປ້ອງ​ກັນໂຣກ​ໄຂ້ຫວັດ ​ເມື່ອ​ສົມ​ທຽບ​ໃສ່​ກັບຄົນປ່ວຍ​ທີ່​ໄດ້​ຮັບ​ຢາ
ປອມ ຫຼື​ພຽງ​ແຕ່​ກັບ​ພວກ​ທີ່​ໄດ້​ຮັບການ ຮັກສາ​ຂັ້ນ​ມາດຕະຖານ​ທຳ​ມະ​ດາເທົ່າ​ນັ້ນ.’’


ສຳລັບ​ພວກ​ຜູ້​ຄົນ​ທີ່​ຫາ​ກໍ​ເປັນ​ໂຣກຫົວ​ໃຈ​ວາຍ ການ​ທີ່​ໄດ້​ສັກຢາ​ວັກ​ຊິນ​ກັນ​ໂຣກໄຂ້ຫວັດ
ຈະຕັດ​ການ​ສ່ຽງ​ທີ່​ຈະ​ເປັນ​ໂຣກຫົວ​ໃຈ​ວາຍລົງ​ 50 ​ເປີ​ເຊັນ. ດັ່ງນີ້​ Dr.Udell ຈຶ່ງ​ເວົ້າວ່າ
ການ​ສັກ​ຢາ​ວັກ​ຊິນ​ດັ່ງກ່າວ ຈຶ່ງ​ເປັນ​ເລື້ອງ​ທີ່​ບໍ່​ຕ້ອງ​ຄຶດ​ຫຍັງຫຼາຍ ​ແລະກ່າວຕໍ່ໄປ​ວ່າ:

“ຂ້າພະ​ເຈົ້າ​ຂໍ​ຊັກ​ຊວນ​ຜູ້​ໃດ​ກໍ​ຕາມ ​ທີ່​ມີ​ຄວາມ​ສົງ​ໄສ​ກ່ຽວ​ກັບການສັກຢາ​ວັກ​ຊິນ
ດ້ວຍ​ສາ​ເຫດ​ໃດ​ກໍ​ຕາມນັ້ນ ​ແມ່ນ​ໃຫ້ມີທັດສະນະວ່າ​ ຈະ​ມີ​ຄວາມ​ສາມາດໄດ້​ຮັບ
​ຜົນປະ​ໂຫຍດທາງ​ດ້ານ​ຫົວ​ໃຈ​.”


ດຣ​.ຢູ​ແດນ ກ່າວ​ວ່າ ທ່ານ​ຢາກ​ໃຫ້​ມີ​ການ​ທົດ​ລອງ​ຂະໜາດ​ໃຫຍ່​ຕື່ມ​ໃໝ່ ​ເພື່ອ​ຢາກ​ເຫັນ​ວ່າ
ທ່ານ​ຈະ​ໄດ້​ຮັບ​ຜົນ​ແບບ​ດຽວ​ກັນ​ຫຼື​ບໍ. ຜົນ​ການ​ສຶກສາ​ຄົ້ນຄວ້າ​ຂອງ​ທ່ານ​ຫວ່າງບໍ່ດົນຜ່ານ
​ມາ​ນີ້ ​ໄດ້​ຖືກ​ພິມ​ເຜີຍ​ແຜ່​ໃນວາລະສານຂອງ ​ສະມາຄົມ​ການ​ແພດ​ອາ​ເມຣິກັນ ຫຼື Journal
of the American Medical Association.