ນັກຊ່ຽວຊານ ການແພດ ຮຽກຮ້ອງ ໃຫ້ເລື່ອນ ຫລືຍ້າຍ ການແຂ່ງຂັນ ໂອລິມປິກ

ພວກພະນັກງານລັດ ຕຽມສີດຢາ ຢູ່ຄຸ້ມ Sambodrome ໃນນະຄອນ Rio de Janeiro ປະເທດ Brazil.

ໜັງສື​ເປີ​ດຊອງ ທີ່ເຊັນ​ໂດຍນັກ​ຊ່ຽວຊານ​ການ​ແພດ 150 ຄົນ ຮຽກຮ້ອງ​ໃຫ້​ເລື່ອນຫຼື​ຍ້າຍ ການ​ແຂ່ງຂັນ​ກິລາ​ Olympic ​ຊຶ່ງ​ຈະ​ມີ​ຂຶ້ນທີ່​ນະຄອນ Rio de Janeiro ​ເພາະວ່າ ຍ້ອນ ​ເກີດການລະບາດ​ເຊື້ອ​ໄວ​ຣັສ Zika.

ພວກ​ທີ່​ເຊັນ​ຊື່ ຊຶ່ງ​ຮວມ​ທັງ​ບັນດາ​ນັກ​ຊ່ຽວຊານ ​ຈາກ​ຫລາຍ​ກວ່າຊາວ​ປະ​ເທດທີ່​ປະ​ຕິບັດ ງານ​ກ່ຽວ​ກັບ​ດ້ານຕ່າງໆຮວມທັງ​ສາທາລະນະ​ສຸກ ຢາ​ປົວ​ພະຍາດ ​ແລະ​ນັກວິຊາການ ກ່າວ​ໃນ​ວັນ​ສຸກ​ມື້​ວານ​ນີ້​ວ່າ ການຈັດ​ໃຫ້​ມີ​ການ​ແຂ່ງຂັນດັ່ງ ກ່າວ​ຈະ​ເປັນ “ການຂາດ​ຄວາມ​ຮັບຜິດຊອບ” ​ແລະ “ບໍ່​ມີ​ສິນ​ທຳ.” ຮວມ​ຢູ່​ໃນ​ບັນດາ​ຜູ້ທີ່​ເຊັນ​ຊື່ ກໍ​ມີອະ​ດີດ​ທີ່​ປຶກສາ ​ດ້ານວິ ທະຍາສາດ ​ປະຈຳ​ທຳນຽບຂາວ Dr. Phillip Rubin.

ໝັງ​ສືນີ້​ກ່າວ​ວ່າ “​ສາຍ​ພັນ​ຂອງ​ເຊື້ອ​ໄວ​ຣັສ Zika ຢູ່​ບຣາຊິ​ລ​ ​ເປັນ​ໄພ​ອັນ​ຕະ ລາຍ​ຕໍ່​ສຸຂະ ພາບ ທີ່​ວິທະຍາສາດຍັງ​ບໍ່ເຄີຍ​ສັງ​ເກດ​ເຫັນ​ມາກ່ອນ.”

ເຊື້ອໄວຣັສນີ້​ໄດ້​ພົວພັນ​ກັບ​ການ​ເກີດ​ທີ່​ບໍ່​ສົ​ມປະກອບ ຮວມ​ທັງ microcephaly ​ທີ່​ພວກ​ ເດັກນ້ອຍ​ເກີດ​ມາ​ມີ​ຫົວ​ລີບ ​ແລະ​ສະໝອງ​ນ້ອຍ​ຜິດ​ປົກ​ກະຕິ. ອົງການ​ອະນາ​ໄມ​ໂລກ ຫລື WHO ກ່າວ​ວ່າ​ ພວກ​ແມ່ຍິງ​ຖືພາ ​ຕ້ອງ​ຫລີກ​ລ່ຽງບັນ​ດາ​ເຂດທີ່ເກີດການແຜ່​ລະບາດຂອງ ​ເຊື້ອ​ໄວ​ຣັສ Zika ຮວມ​ທັງການ​ແຂ່ງຂັນ​ກິລາ Olympic ທີ່​ນະຄອ​ນ Rio de Janeiro.

ພວກ​ທີ່​ເຊັນ​ຊື່​ໃນ​ໜັງ​ສື​ກ່າວ​ວ່າ “ການ​ສ່ຽງ​ທີ່​ບໍ່​ມີ​ຄວາມ​ຈຳ​ເປັນ ​ເວລາ​ຊາວ​ຕ່າງ ປະ​ເທດ 500,000 ​ຄົນ ​ທີ່ມາ​ຈາກ​ທົ່ວ​ໂລກ ​ພາກັນໄປ​ເບິ່ງການ​ແຂ່ງຂັນ ອາດ ມີໂອກາດ​ທີ່​ຈະຕິດ ​ເຊື້ອ​ພະຍາ​ດດັ່ງກ່າວ ​ແລະ​ກັບບ້ານ​ເຮືອນ​ບ່ອນ​ທີ່​ມັນ​ສາມາດ​ແຜ່​ລະບາດ​ຢູ່​ໃນ​ທ້ອງ​ຖິ່ນ​ ໄດ້. ຖ້າ​ຫາກ​ມັນ​ເກີດ​ຂຶ້ນ​ຢູ່​ບ່ອນ​ທຸກ​ຈົນ ​ແລະ​ບ່ອນ​ທີ່​ຍັງ​ບໍ່​ທັນໄດ້​ຮັບ​ຜົນກະທົບ​ເທື່ອ​ ​ດັ່ງ ໂຕ​ຢ່າງ ​ໃນ​ເຂດເອ​ເຊຍ​ໃຕ້ ​ແລະ​ອາ​ຟຣິກາ​ເກືອບ​ທັງ​ໝົດ ຄວາມທຸກ​ທໍລະ​ມານ​ສາມາດ ​ເປັນ​ທີ່​ຮ້າຍ​ແຮງ​ໄດ້.”

ຫົວໜ້າ​ສູນ​ກາງ​ຄວບຄຸມ ແລະ​ປ້ອງ​ກັນພະ​ຍາດ ສະຫະລັດ Dr. Tom Frieden

ຢູ່​ໃນ​ແນວ​ຄິດ​ທີ່​ກົງກັນຂ້າມ​ນັ້ນ ຫົວໜ້າ​ສູນ​ກາງ​ຄວບຄຸມແລະ​ປ້ອງ​ກັນພະ​ຍາດ ສະຫະ ລັດ Dr. Tom Frieden ກ່າວ​ວ່າ ບໍ່​ມີເຫດຜົນ​ໃນດ້ານ​ສາທາລະນະ​ສຸກ ​ໃດໆທີ່​ຈະ​ຍົກ​ ເລີກຫຼືເລື່ອນ​ການ​ແຂ່ງຂັນກິລາ Olympic. ທ່ານ​ກ່າວວ່າ ຄວາມ​ ກັງວົນ​ກ່ຽວ​ກັບ​ການ​ສ່ຽງ​ຕໍ່ການ​ຕິດ​ເຊື້ອ​ໄວ​ຣັສ Zika ​ແລະ Olympic ອາດ​ຈະ​ເກີນ​ກວ່າເຫດ​ຜົນ​. ​ແທນ​ທີ່​ຈະ​ພະ ຍາຍາມ “ຢຸດ​ຊາວ​ໂລກ​ເພາະວ່າເຮົາ​ຢາກ​ຢຸດ​ເຊົາ" ທ່ານ Frieden ກ່າວ​ວ່າ “ມາ​ພາກັນ ​ເອົາ​ບາດກ້າວ ​ທີ່​ເຮັດ​ໃຫ້​ຫລາຍ​ເທົ່າ​ທີ່​ຄວນ​ເພື່ອ​ເຮັດ​ໃຫ້​ໂລກເຮົາມີ​ຄວາມ​ປອດ​ໄພ​ເທົ່າ​ທີ່​ ເປັນ​ໄປ​ໄດ້ສຳ​ລັບ​ທຸກໆ​ຄົນ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ