ເຊີນຊົມ ວີດີໂອ ໂປຣຕີນຈາກພວກສັດ ແລະ ພືດຜັກ ໃຫ້ຄຸນນະປະໂຫຍດທີ່ແຕກຕ່າງກັນ
Your browser doesn’t support HTML5
ເວົ້າທົ່ວໄປແລ້ວ ຊາວອາເມຣິກັນທຳມະດາສາມັນ ຈະພາກັນກິນຊີ້ນຫຼາຍໂດຍສະເພາະ ພວກຊີ້ນແດງ. ຊີ້ນຈະມີໂປຣຕີນຫຼາຍ ແຕ່ດັ່ງທີ່ Carol Pearson ນັກຂ່າວຂອງ VOA ລາຍງານໄປນັ້ນກໍແມ່ນວ່າ ຖ້າຫາກທ່ານຢາກມີຊີວິດຢູ່ຍືນຍາວ ແລະມີສຸຂພາບແຂງແຮງ ທ່ານຄວນຫາທາງໄປເອົາທາດໂປຣຕີນ ມາຈາກພວກພືດຜັກຫຼາຍກວ່າ. ພຸດທະສອນຈະນຳລາຍ ລະອຽດຂອງເລື້ອງນີ້ ມາສະເຫນີທ່ານ ເປັນພາສາລາວ.