ເປັນເວລາຫລາຍປີມາແລ້ວ ບັນດານາຍແພດໃນທົ່ວໂລກ
ໄດ້ພາກັນເວົ້າເຖິງ ການລະບາດຂອງໂຣກເບົາຫວານໃນໝູ່
ເດັກນ້ອຍ. ແຕ່ວ່າ ຢູ່ໃນສະຫະລັດນີ້ ບໍ່ໄດ້ມີໂຕເລກຄັກແນ່
ທີ່ສະແດງໃຫ້ເຫັນວ່າ ມີເດັກນ້ອຍໃນຈຳນວນເທົ່າໃດແທ້ ທີ່
ເປັນໂຣກນີ້ ຫລືວ່າການລະບາດຂອງໂຣກນີ້ກຳລັງແຜ່ລາມ
ອອກໄປໄວສ່ຳໃດ. ບັດນີ້ ຫລາຍໆອົງການສຸຂະພາບຂອງ
ສະຫະລັດໄດ້ສະໜອງທຶນໃຫ້ແກ່ການຄົ້ນຄ້ວາ ທີ່ສຶກສາເບິ່ງໂຣກເບົາຫວານໃນໝູ່
ເດັກນ້ອຍ ຈຳນວນຫລາຍລ້ານຄົນ ຊຶ່ງນັກຂ່າວດ້ານການແພດຂອງວີໂອເອ Carol
Pearson ກ່າວວ່າ ຜົນທີ່ປະກົດອອກມາ ແມ່ນພາໃຫ້ເປັນຫ່ວງ ແລະບໍ່ສະເພາະແຕ່
ເດັກນ້ອຍຢູ່ໃນອາເມຣິກາເທົ່ານັ້ນ. ດາຣາມີລາຍລະອຽດມາສະເໜີທ່ານ.
“I test four times a day or more.”
ນັ້ນຄືສຽງຂອງທ້າວ K.B. Broadus ທີ່ເວົ້າວ່າ “ຂ້ອຍເຂົ້າມາກວດ (ລະດັບນ້ຳຕານ)
ມື້ນຶ່ງ 4 ເທື່ອ ຫລືຫລາຍກ່ວານັ້ນ.”
ທ້າວ K.B. Broadus ໄດ້ຖືກນາຍແພດວິນິດໄສວ່າ ເປັນໂຣກເບົາຫວານ ປະເພດ 1
ຫລື Type 1 diabetes ໃນຕອນທີ່ລາວມີອາຍຸພຽງນຶ່ງຂວບເທົ່ານັ້ນ. ແມ່ຂອງລາວ
ເວົ້າວ່າ ຖ້າເວົ້າເຖິງລັກສະນະທ່າທາງອື່ນໆແລ້ວ ທ້າວ K.B. ກໍຄືກັນກັບເດັກນ້ອຍ
ອາຍຸ 10 ປີ ທຳມະດາທົ່ວໆໄປນັ້ນເອງ.
ນາງ Shauna Broadus ແມ່ຂອງທ້າວ K.B. ເວົ້າວ່າ “ລາວກໍເປັນພຽງເດັກນ້ອຍ
ທຳມະດາທົ່ວໆໄປ. ລາວຫລິ້ນຟຸຕບອລ ຫລິ້ນບານບ້ວງ. ເຮົາພຽງແຕ່ກວດເບິ່ງ
ຊື່ໆເທົ່ານັ້ນເນາະ ແມ່ນບໍ່ລູກ?”
ໂຣກເບົາຫວານເກີດຂຶ້ນ ເວລາຮ່າງກາຍຂອງເຮົາບໍ່ຜະລິດ ທາດອິນຊູລິນ ຢ່າງພຽງພໍ
ຫລືວ່າ ຮ່າງກາຍຂອງເຮົາບໍ່ສາມາດນຳໃຊ້ ທາດອີນຊູລິນ ທີ່ມັນຜະລິດອອກມານັ້ນ -
ທາດອິນຊູລິນ ກໍຄືທາດຮໍໂມນ ທີ່ປ່ຽນນ້ຳຕານໃນເລືອດ ໃຫ້ເປັນພະລັງງານ.
ປົກກະຕິແລ້ວ ຈະມີການພົບເຫັນແລະວິນິດໄສ ໂຮກເບົາຫວານ ປະເພດ 1 ຢູ່ໃນໝູ່
ເດັກນ້ອຍ ແລະໄວລຸ້ນ ຊຶ່ງຖ້າເປັນໂຣກເບົາຫວານນີ້ ເຂົາເຈົ້າຈຳເປັນຕ້ອງໄດ້ສັກ
ອິນຊູລິນເປັນປະຈຳເພື່ອໃຫ້ລອດຊີວິດ ເພາະວ່າຮ່າງກາຍຂອງເຂົາເຈົ້າບໍ່ຜະລິດທາດ
ອິນຊູລິນ.
ສ່ວນໂຮກເບົາຫວານ ປະເພດ 2 ຫລື Type 2 diabetes ນັ້ນ ເຄີຍເອີ້ນກັນວ່າ ເປັນ
ໂຣກເບົາຫວານສຳຫລັບຄົນທີ່ກຳລັງຈະເປັນຜູ້ໃຫຍ່ ເພາະວ່າເດັກນ້ອຍບໍ່ເຄີຍເປັນມັນ
ຈົນກະທັ້ງເມື່ອບໍ່ດົນມານີ້. ທ່ານຈະເປັນເບົາຫວານ ປະເພດ 2 ຖ້າວ່າຮ່າງກາຍຂອງ
ທ່ານ ມາເຖິງຂັ້ນທີ່ບໍ່ສາມາດຜະລິດທາດອິນຊູລິນໄດ້ຢ່າງພຽງພໍ ແລະໃນທີ່ສຸດ ກໍບໍ່
ຜະລິດມັນອອກມາເລີຍ.
Dr. Dana Dabelea ທີ່ໂຮງຮຽນສາທາລະນະສຸກແຫ່ງລັດໂຄໂລຣາໂດ ເປັນຜູ້ນຳ
ພາການສຶກສາ ທີ່ພິຈະລະນາເບິ່ງເດັກນ້ອຍ 3 ລ້ານຄົນ ໃນທົ່ວສະຫະລັດ ລະຫວ່າງ
ປີ 2001 ຫາ 2009.
Dr. Dana Dabelea ເວົ້າວ່າ “ການແຜ່ຫລາຍຂອງໂຣກເບົາຫວານ ປະເພດ 1
ໄດ້ເພີ້ມຂຶ້ນ ຢ່າງນ້ອຍ 21 ເປີເຊັນ. ການເພີ້ມຂຶ້ນນີ້ ແມ່ນພົບເຫັນຢູ່ໃນທັງ ໝູ່
ເດັກຊາຍແລະເດັກຍິງ ແລະສ່ວນໃຫຍ່ຂອງກຸ່ມອາຍຸຕ່າງໆ ຕະຫລອດທັງກຸ່ມ
ເຊື້ອຊາດຜິວພັນຕ່າງໆ ທີ່ພວກເຮົາໄດ້ສຳຫລວດເບິ່ງ.”
Dr. Dabelea ບອກກັບວີໂອເອວ່າ ການເພີ້ມຂຶ້ນດັ່ງກ່າວອາດສາມາດເປັນຜົນສືບ
ເນື່ອງມາຈາກ ການປ່ຽນແປງທາງສະພາບແວດລ້ອມກໍໄດ້. ການຄົ້ນພົບທີ່ໜ້າວິຕົກ
ອີກຢ່າງນຶ່ງ ກໍຄື ການຖີບຂຶ້ນເຖິງ 30 ເປີເຊັນ ຂອງໂຣກເບົາຫວານ ປະເພດ 2 ໃນ
ໝູ່ເດັກນ້ອຍ ຊຶ່ງ Dr. Dabelea ເວົ້າວ່າ:
“ສ່ວນໃຫຍ່ແມ່ນເປັນຍ້ອນ ການລະບາດຂອງໂຣກອ້ວນພີ ໃນໝູ່ເດັກນ້ອຍ."
ໂຣກເບົາຫວານ ແມ່ນປິ່ນປົວຍາກ ໃນພວກເດັກນ້ອຍ ຫລາຍກ່ວາພວກຜູ້ໃຫຍ່.
ບັນດານັກຄົ້ນຄ້ວາເວົ້າວ່າ ຜົນສະທ້ອນຂອງເລື້ອງນີ້ ໝາຍຄວາມວ່າ ເດັກນ້ອຍຈະ
ມີຄວາມສ່ຽງສູງກ່ວາ ຕໍ່ການໄດ້ຮັບຜົນກະທົບ ຈາກອາການແຊກຊ້ອນຂອງໂຣກນີ້
ຊຶ່ງອາດສາມາດລວມເຖິງ ຕາບອດ ໄຕລົ້ມແຫລວ ເສ້ນປະສາດເສຍຫາຍ ແລະຫົວ
ໃຈວາຍ. ຜົນການສຶກສາຄົ້ນຄ້ວາດັ່ງກ່າວ ໄດ້ຖືກນຳອອກພິມເຜີຍແຜ່ ໃນວາລະ
ສານຂອງສະມາຄົມການແພດຂອງອາເມຣິກາ ຫລື Journal of the American
Medical Association.
ຜົນການຄົ້ນຄ້ວານີ້ຍັງສະທ້ອນ ຜົນການຄົ້ນພົບຂອງການສຶກສາອື່ນໆອີກ ເປັນຕົ້ນ
ການສຶກສາຂອງອົງການອະນາໄມໂລກ WHO ທີ່ລາຍງານວ່າ ໂຣກເບົາຫວານ
ທັງສອງປະເພດນັ້ນ ໄດ້ຖີບຂຶ້ນ ຢູ່ໃນຂົງເຂດສ່ວນໃຫຍ່ຂອງໂລກ ແລະມີເດັກນ້ອຍ
ຫລາຍຂຶ້ນເປັນພະຍາດນີ້ ແລະຄົນສ່ວນໃຫຍ່ທີ່ເປັນໂຣກນີ້ ບໍ່ຮູ້ເມື່ອໂຕວ່າ ເຂົາເຈົ້າ
ກຳລັງເປັນໂຣກທີ່ຮ້າຍແຮງ.
ລາຍງານສະບັບໃໝ່ ຈາກສູນກາງຄວບຄຸມພະຍາດຂອງສະຫະລັດ ກໍສະແດງວ່າ
ນຶ່ງຄົນໃດໃນຈຳນວນສີ່ຄົນທີ່ເປັນໂຣກເບົາຫວານນັ້ນ ບໍ່ຮູ້ເມື່ອວ່າໂຕເອງເປັນ ແລະໃນຈຳນວນຄົນອາເມຣິກັນຜູ້ໃຫຍ່ ສາມຄົນໃດ ແມ່ນມີຫລາຍກ່ວານຶ່ງຄົນ ທີ່ມີອາການ
ລ່ວງໜ້າການເປັນໂຣກເບົາຫວານ ຄືອາການທີ່ວ່າ ລະດັບນ້ຳຕານໃນເລືອດຂອງເຂົາ
ເຈົ້າ ສູງກ່ວາປົກກະຕິ ແຕ່ກໍບໍ່ສູງພໍທີ່ຈະຈັດວ່າ ເປັນໂຣກເບົາຫວານ ປະເພດ 2.
ແລະໂຣກເບົາຫວານ ປະເພດ 2 ຫລື Type 2 diabetes ນີ້ ໂດຍສ່ວນໃຫຍ່ແລ້ວ ກໍ
ແມ່ນສາມາດປ້ອງກັນໄດ້ ໂດຍການກິນອາຫານທີ່ຖືກໂພສະນາການເປັນປະຈຳ ຮວມ
ທັງການບໍ່ກິນຂອງທີ່ຫວານຫລາຍ ແລະຮັກສານ້ຳໜັກຂອງຮ່າງກາຍທີ່ເປັນຜົນດີຕໍ່
ສຸຂະພາບ ກໍຄືບໍ່ໃຫ້ຕຸ້ຍພີຈົນເກີນໄປ ແລະອອກກຳລັງກາຍເປັນປະຈຳ. ສຳຫລັບໂຣກ
ເບົາຫວານ ປະເພດ 1 ຫລື Type 1 diabetes ນັ້ນ ເວລານີ້ ແມ່ນຍັງບໍ່ຮູ້ວິທີປ້ອງກັນເທື່ອ.

Your browser doesn’t support HTML5