ຮາວານາ ມີຄວາມ ປິຕິຍິນດີ ນຳການທີ່ ສຫລ ເອົາຄິວບາ ອອກຈາກບັນຊີ ປະເທດກໍ່ການຮ້າຍ

Your browser doesn’t support HTML5

ເບິ່ງວີດີໂອ ລາຍງານນີ້

ການ​ນຳ​ເອົາ​ ຄິວ​ບາ ອອກ​ຈາກ​ບັນຊີລາຍ​ຊື່​ ຂອງ​ປະ​ເທດ​ທີ່​
ອຸປະຖຳ ການ​ກໍ່​ການ​ຮ້າຍ ຂອງ​ກະຊວງ​ການ​ຕ່າງປະ​ເທດ
ສະຫະລັດ ຢ່າງ​ເປັນ​ທາງ​ການນັ້ນ ​ແມ່ນເຮັດ​ໃຫ້​ເກີດ​ມີການ
ສະ​ເຫຼີມສະຫຼອງ ຢູ່​ໃນ​ປ​ະ​ເທດ​ເກາະດອນ​ຄອມ​ມິ​ວນິສດັ່ງກ່າວ
​ແລະ​ເປັນ​ທີ່​ຍິນ​ດີ​ຂອງ​ບັນດາ​ຊາວ​ອາ​ເມ​ຣິກັນຫຼາຍໆ​ຄົນ.
ການ​ເຄື່ອນ​ໄຫວ​ດັ່ງກ່າວ ໃນ​ວັນ​ພະຫັດ​ຜ່ານ​ມາ​ນັ້ນ ​ໄດ້ນຳເອົາ
​ສອງຄູ່​ປໍ​ລະ​ປັກ​ໃນ​ສົງຄາມ​ເຢັນ​ ​ເຂົ້າ​ໃກ້ຫາ​ກັນ​ອີກ​ນຶ່ງ​ບາດກ້າວ
​ເພື່ອ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ຄືນ​ໃໝ່ ທີ່​ໄດ້​ຖືກ​ຕັດຂາດ
ເມື່ອຫຼາຍກວ່າ 50 ປີຜ່ານມາ. ຜູ້​ສື່​ຂ່າວ​ວີ​ໂອ​ເອ Zlatica Hoke
ລາຍ​ງານ​ເລື້ອງ​ການ​ປິດ​ລ້ອມ​ທາງດ້ານ​ການ​ຄ້າ​ຕໍ່​ຄິວ​ບາ ທີ່ຍັງ​ຄົງ
​ມີ​ຢູ່​ຄື​ເກົ່າ ຈົນ​ກວ່າ​ລັດຖະສະພາສະຫະລັດ ຈະຕັດສິນ​ ​ໃຫ້ເປັນ
​ຢ່າງ​ອື່ນ. ໄຊຈະເລີນສຸກ ຈະນຳເອົາລາຍລະອຽດ ກ່ຽວກັບເລື່ອງນີ້ມາສະເໜີທ່ານ ໃນອັນດັບຕໍ່ໄປ.

Your browser doesn’t support HTML5

ຟັງລາຍງານ ຮາວານາ ມີຄວາມປິຕິຍິນດີ ນຳການທີ່ ສຫລ ເອົາຄິວບາ ອອກຈາກບັນຊີ ປະເທດກໍ່ການຮ້າຍ.



ສະຫະລັດ ໄດ້ປະກາດການຕັດສິນໃຈ ເລື້ອງດັ່ງກ່າວ ​ໃນວັນສຸກ ອາທິດແລ້ວນີ້ ໂດຍກ່າວ
ວ່າ ມັນມີຜົນບັງຄັບໃຊ້ທັນທີ. ສຳຫລັບຊາວຄິວບາ ຫຼາຍຄົນ​ແລ້ວ​ແມ່ນວ່າ ການຕັດສິນໃຈ
ນັ້ນ ເຮັດໃຫ້ຄວາມບໍ່ຍຸຕິທຳອັນມີ​ມາຍາວນານນັ້ນ​ ເປັນ​ການຖືກຕ້ອງ.

ຜູ້ຍິງຄິວບາຄົນນຶ່ງເວົ້າວ່າ “ພວກເຮົາໄດ້ຕໍ່ສູ້ເພື່ອສັນຕິພາບມາຕະຫລອດ ຕໍ່ສູ້ເພື່ອ
ຄວາມຖືກຕ້ອງປອງດອງກັນ. ມັນບໍ່​ເປັນ​ການຍຸດຕິທຳເລີຍ ທີ່ເອົາພວກເຮົາໃສ່​
ໄວ້ໃນບັນຊີນີ້. ບັດນີ້ມັນຈຶ່ງ​ເປັນການ
ຍຸຕິທຳ.”

ສ່ວນຜູ້ຊາຍຄິວບາຄົນນຶ່ງ ກໍເວົ້າວ່າ “ຄິວບາໄດ້ຮັບຜົນກະທົບຍ້ອນ ການກໍ່ການຮ້າຍ
ແຕ່ຄິວບາບໍ່ໄດ້ອຸປະຖຳ ການກໍ່ການຮ້າຍ ບໍ່ໄດ້ວາງລະເບີດໃສ່ແຫ່ງໃດ ສະນັ້ນ
ຄິວບາບໍ່ສົມຄວນ ທີ່ຈະຢູ່ໃນບັນຊີນັ້ນເລີຍ.”

ແລະຜູ້ຍິງຄິວບາ ອີກຄົນນຶ່ງ ເວົ້າວ່າ “ເປັນຈັ່ງໂຊກ ທີ່ພວກເຂົາ​ເຈົ້າເຂົ້າໃຈ-ພວກເຂົາ
ໄດ້ເປີດຫູເປີດຕາຂອງເຂົາເຈົ້າ ແລະເຫັນວ່າ ພວກເຮົາບໍ່ແມ່ນຄົນບໍ່ດີ.”


ຄິວບາໄດ້ຖືກຈົດຊື່ລົງໃນບັນຊີດັ່ງກ່າວ ​ໃນປີ 1982 ຍ້ອນຊ່ອຍເຫຼືອຂະ​ບວນຕ່າງໆ ຂອງ
ພວກກະບົດຢູ່ໃນທະວີບ ອາຟຣິກາແລະອາເມຣິກາລາຕີນ. ແຕ່ຮາວານາ ກ່າວວ່າ ຕົນໄດ້
ຍຸຕິການອຸ້ມຊູພວກກະບົດຕ່າງຊາດ ມາໄດ້ດົນນານແລ້ວ. ປະທານປະເທດຄິວບາ ທ່ານ
Raul Castro ໄດ້ຖື​ເອົາການຍົກຄິວບາອອກຈາກບັນຊີນັ້ນ ເປັນເງື່ອນໄຂສຳຄັນອັນນຶ່ງ
ສຳຫລັບ ການຟື້ນຟູສາຍພົວພັນ ທາງການທູດກັບວໍຊິງຕັນ. ສະມາຊິກສະພາສະຫະລັດ
ບາງທ່ານຄັດຄ້ານການກະຊັບຄວາມສຳພັນ ກັບປະເທດຄອມມິວນິສດັ່ງກ່າວນັ້ນ.

ສະມາຊິກສະພາສູງ ທ່ານ Marco Rubio ສັງກັດພັກຣີພັບ​ບລີ​ກັນ ຈາກລັດຟໍຣີດາ ເວົ້າວ່າ
“ມັນເປັນໄຊຊະນະ ສຳຫລັບລັດຖະບານ ທີ່ກົດຂີ່ປະຊາຊົນຄິວບາ ແຕ່ເປັນຄວາມ
ປາໄຊອັນຮ້າຍ​ແຮງ ຂອງຊາວຄິວບາຜູ້ທີ່ຖືກກົດຂີ່.”

ແຕ່ຫຼັງຈາກ​ໄດ້ມີການພົບປະຫລາຍຄັ້ງກັບບັນດາເຈົ້າໜ້າທີ່ສະຫະລັດ ແລ້ວໃນເດືອນ
ມີນາຜ່ານມາ ລັດຖະບານ ຄິວບາ ກໍໄດ້ອະນຸຍາດໃຫ້ ເປີດການບໍລິການອິນເຕີ​ເເນັດຟຣີ
​ແກ່ມະຫາ​ຊົນ ເປັນແຫ່ງທຳອິດ ທີ່ສູນວັດທະນະທຳ ຮາວານາ ຢູ່ເກາະແຫ່ງດັ່ງກ່າວນີ້.

ທ່ານ Alexis Leyva ສິນລະປິນຄິວບາ ເວົ້າວ່າ “ຫວັງຢ່າງຍິ່ງວ່າ ຄ່າການສື່ສານ ຢູ່ໃນ
ຄິວບາ ຈະຫລຸດລົງ ຍ້ອນການເປີດປະຕູໃໝ່ ເຫລົ່ານັ້ນກັບສະຫະລັດ ຊຶ່ງຈະອຳນວຍ ໃຫ້ປະເທດນີ້ສາມາດ ເຮັດໄດ້ຫຼາຍສິ່ງຫຼາຍຢ່າງ.”

ການຜ່ອນຜັນຂໍ້ຈຳກັດໃນການເດີນທາງ ໄດ້ຊ່ວຍບັນດາສະມາຊິກ ຄອບຄົວທີ່ໄດ້ແຍກ
ຈາກກັນເປັນເວລາຫຼາຍປີ ເຕົ້າໂຮມກັນ ແລະ ມັນໄດ້ຊ່ວຍໃຫ້ນັກສິນລະປິນຊາວອາເມຣິກັນ ຄົນດັ່ງກ່າວນີ້ ​ໄດ້ເຂົ້າຮ່ວມໃນ ບຸນມະໂຫລານ ສິນລະປະສາກົນ ຢູ່ທີ່ຮາວານາ. ການປະດິດ ຄິດສ້າງ ຂອງທ່ານ Duke Riley ແມ່ນປະກອບດ້ວຍ ການປ່ອຍນົກກາງແກ 500 ໂຕ ໂດຍຕິດດອກໄຟ ໃສ່ຕີນຂອງພວກນົກດັ່ງກ່າວ.