ອາຊະຍາກຳຄຽດຊັງ ທີ່ແນເປົ້າໃສ່ຄົນ ອາເມຣິກັນ ເຊື້ອສາຍເອເຊຍ ເພີ່ມຂຶ້ນ 150 ເປີເຊັນ ໃນຕົວເມືອງໃຫຍ່ ຂອງ ສະຫະລັດ

ຜູ້ປະທ້ວງໃສ່ໜ້າກາກ ແລະ ຖືປ້າຍ ເຂົ້າຮ່ວມໃນການຊຸມນຸມເພື່ອປູກຈິດສຳນຶກ ກ່ຽວກັບ ຄວາມຮຸນແຮງຕໍ່ຕ້ານຄົນເອເຊຍ ໃກ້ກັບເມືອງ ຈີນ, ນະຄອນ ລອສ ແອນເຈີລິສ. 20 ກຸມພາ, 2021.

ສະຖິຕິທີ່ຖືກວິເຄາະໃໝ່ ຂອງກົມຕຳຫຼວດໄດ້ສະແດງໃຫ້ເຫັນວ່າ ການໂຈມຕີທີ່ກະຕຸ້ນໂດຍຄວາມຄຽດຊັງຄົນອາເມຣິກັນເຊື້ອສາຍເອເຊຍ ໄດ້ເພີ່ມຂຶ້ນໃນຫຼາຍຕົວເມືອງໃຫຍ່ທົ່ວ ສະຫະລັດ ເມື່ອປີກາຍນີ້, ​ໃນບາງກໍລະນີໄດ້ເພີ່ມຂຶ້ນເຖິງ 3 ເທົ່າ, ເຖິງແມ່ນອາຊະຍາກຳຄວາມຄຽດໂດຍລວມຈະຫຼຸດລົງກໍ່ຕາມ.

ນອກຈາກນັ້ນ, ແນວໂນມທີ່ໜ້າຕົກໃຈດັ່ງກ່າວໄດ້ສືບຕໍ່ມາເຖິງປີນີ້,​ ອີງຕາມການກ່າວຂອງບັນດານັກຊ່ຽວຊານ.

ມັນມີອາຊະຍາກຳຄວາມຄຽດຊັງ ຕໍ່ຕ້ານຄົນອາເມຣິກັນເຊື້ອສາຍເອເຊຍ 122 ເຫດການໃນ 16 ຕົວເມືອງທີ່ມີພົນລະເມືອງໜາແໜ້ນທີ່ສຸດຂອງປະເທດໃນປີ 2020, ເຊິ່ງເພີ່ມຂຶ້ນເກືອບ 150 ເປີ ເຊັນຈາກປີທີ່ຜ່ານມາ, ອີງຕາມຂໍ້ມູນທີ່ຖືກເກັບກຳໂດຍສູນກາງ ເພື່ອການສຶກສາຄວາມຄຽດຊັງ ແລະ ລັດທິຫົວຮຸນແຮງຂອງມະຫາວິທະຍາໄລລັດຄາລິຟໍເນຍ ແລະ ຂໍ້ມູນດັ່ງກ່າວໄດ້ຖືກມອບໃຫ້ ວີໂອເອໂດຍສະເພາະ. ວີໂອເອໄດ້ເກັບກຳຂໍ້ມູນໂດຍອິດສະຫຼະສຳລັບສອງຕົວເມືອງ.

ບັນດາຜູ້ສະໜັບສະໜູນສິດທິຄົນອາເມຣິກັນເຊື້ອສາຍເອເຊຍ ໄດ້ໃຫ້ເຫດຜົນ ກ່ຽວກັບ ການເພີ່ມ ຂຶ້ນຂອງການໂຈມຕີຢ່າງຕໍ່ເນື່ອງທີ່ບໍ່ເຄີຍມີມາກ່ອນໃສ່ຄຳເວົ້າຂອງອະດີດປະທານາທິບໍດີ ສະຫະ ລັດ ທ່ານ ດໍໂນລ ທຣຳ ທີ່ຖິ້ມໂທດໃສ່ ຈີນ ສຳລັບໄວຣັສໂຄໂຣນາທີ່ອັນຕະລາຍ ແລະ ຍິ່ງກວ່ານັ້ນ, ຄົນອາເມຣິກັນເຊື້ອສາຍເອເຊຍໄດ້ເປັນແກະຮັບບາບຍ້ອນປະຊາຊົນທຳມະດາທີ່ອຶດອັດ ຫຼື ໂມໂຫຍ້ອນຜົນກະທົບຕໍ່ເສດຖະກິດ ແລະ ສັງຄົມຂອງໂຣກລະບາດ.

ທ່ານ ຄຣິສ ຄວັອກ (Chirs Kwok), ສະມາຊິກຄະນະກຳມະການຂອງສະມາຄົມທະນາຍຄວາມຄົນອາເມຣິກັນເຊື້ອສາຍເອເຊຍແຫ່ງ ນິວຢອກ ໄດ້ກ່າວວ່າ “ຂ້າພະເຈົ້າຄິດວ່າການນຳພາທາງ ການເມືອງພາຍໃຕ້ທ່ານ ທຣຳ ໄດ້ເຮັດໃຫ້ຄົນທີ່ຖືກຄິດວ່າເປັນຄົນ ຈີນ ຕົກເປັນເປົ້າໝາຍ. ມັນແມ່ນຄວາມຢ້ານຄົນຕ່າງປະເທດ.”

ອາຊະຍາກຳຄຽດຊັງຕໍ່ຕ້ານຄົນເອເຊຍໄດ້ເພີ່ມສູງຂຶ້ນທີ່ສຸດໃນນະຄອນນິວຢອກ, ເຊິ່ງແມ່ນຕົວເມືອງທີ່ໃຫຍ່ທີ່ສຸດຂອງປະເທດ ພ້ອມດ້ວຍຂະໜາດຂອງປະຊາກອນຄົນເອເຊຍທີ່ໃຫຍ່, ບ່ອນທີ່ຕຳຫຼວດໄດ້ສືບສວນສອບສວນ 28 ເຫດການທີ່ຖືກບັນທຶກທີ່ປະກອບມີຜູ້ເຄາະຮ້າຍເປັນຄົນອາເມຣິກັນເຊື້ອສາຍເອເຊຍ, ເຊິ່ງໄດ້ເພີ່ມຂຶ້ນຫຼາຍກວ່າ 9 ເທົ່າຂອງປີ 2019.

ອີກສີ່ຕົວເມືອງຂອງ ອາເມຣິກາ ກໍໄດ້ລາຍງານການເພີ່ມຂຶ້ນຂອງອາຊະຍາກຳ ຄຽດຊັງຕໍ່ຕ້ານຄົນເອເຊຍສາມເທົ່າໄດ້ແກ່: ນະຄອນຟິລາແດລເຟຍ, ຄລີຟແລນ ເຊິ່ງແຕ່ລະເມືອງໄດ້ລາຍງານ 6 ເຫດການ, ເພີ່ມຂຶ້ນຈາກສອງ ໃນປີ 2019, ນະຄອນແຊນໂຮເຊ ມີ 10 ເຫດການ, ເພີ່ມຂຶ້ນຈາກ 4, ໃນຂະນະທີ່ນະຄອນ ລອສ ແອນເຈີລິສ ໄດ້ລາຍງານ 15 ເຫດການ, ເພີ່ມຂຶ້ນຈາກ 7.

ອ່ານຂ່າວນີ້ເປັນພາສາອັງກິດ