ຫຼັງຈາກພາຍຸ Hurricane Harvey ແລ້ວ ຝົນຕົກໜັກກໍໄດ້ໄປປະທະລັດ Louisia-
na ໃນວັນພະຫັດມື້ນີ້ ເຮັດໃຫ້ນ້ຳທີ່ຖ້ວມຢູ່ ໃນພາກຕາເວັນອອກຂອງລັດ Texas
ຄ່ອຍໆບົກແຫ້ງລົງ ແຕ່ກໍຍັງປະເຊີນໜ້າກັບ ອັນຕະລາຍ ຈາກນ້ຳຈຳນວນຫຼວງຫຼາຍ
ທີ່ມີມາຈາກພາຍຸ ຢູ່ໃນຂົງເຂດ ໃນຮອບຫຼາຍມື້ຜ່ານມາ.
ພະຍາກອນອາກາດ ຄາດວ່າ ຫຼາຍໆພາກຂອງ Louisiana ຈະມີນ້ຳຝົນສູງເຖິງ
10 – 20 ຊັງຕີແມັດ ຈາກຝົນທີ່ຈະຕົກລົງມາໃນວັນພະຫັດມື້ນີ້ ໃນຂະນະທີ່ພາຍຸ
ລູກດັ່ງກ່າວຍັງຈະສືບຕໍ່ ມຸ່ງໜ້າຢູ່ເທິງພາກພື້ນດິນ ໄປທາງລັດ Arkansas
Mississippi Tennessee Kentucky.
ເຊີນຊົມ: ສູນອົບພະຍົບຊົ່ວຄາວ ທີ່ຕ້ອນຮັບຂັບສູ່ ພວກທີ່ລອດຊີວິດມາໄດ້ຈາກພາຍຸ Harvey
Your browser doesn’t support HTML5
ສູນກາງເຮຣິເຄນແຫ່ງຊາດ ກ່າວວ່າ ໃນການສ່ຽງທີ່ຈະຍັງມີຝົນຫຼາຍ ໃນນະຄອນ
Houston “ໄພຫາຍະນະ ແລະນ້ຳຖ້ວມທີ່ເປັນໄພຂົ່ມຂູ່ນັ້ນ” ແມ່ນໄດ້ໝົດໄປແລ້ວ
ສ່ວນຢູ່ເຂດ Beaumont ລັດ Texas ແລະໃນເຂດພາກຕາເວັນຕົກສຽງໃຕ້ຂອງລັດ Louisiana ຕະຫຼອດ ທັງສັບປະດາເລີຍ ແມ່ນຍັງມີຢູ່.
ເຂດເມືອງ Beaumont ໄດ້ປະກາດ ໃນເຊົ້າວັນພະຫັດມື້ນີ້ວ່າ ຍ້ອນສະພາວະນ້ຳຖ້ວມ
ລະບົບນ້ຳຂອງຕົນ ແມ່ນໄດ້ຢຸດທຳງານ ແລະທັງເມືອງຈະຕ້ອງລໍຖ້າ ຈົນກວ່າວ່າ ລະດັບ
ນ້ຳ ຈະຫຼຸດລົງ ກ່ອນພວກພະນັກງານຈະສາມາດສ້ອມແປງໄດ້. “ມັນບໍ່ສາມາດທີ່ຈະບອກ
ໄດ້ວ່າ ຈະຍັງອີກດົນປານໃດ,” ອີງຕາມລາຍງານທີ່ບອກໃຫ້ຊາບ.
ໃນນະຄອນ Houston ໃນເຂດຕົວເມືອງບາງເຂດ ໄດ້ມີນ້ຳຂຶ້ນສູງເຖິງ 130 ຊັງຕີແມັດ
ທາງເຈົ້າໜ້າທີ່ທ້ອງຖິ່ນ ໄດ້ກັບຄືນໃຫ້ບໍລິການແລ້ວ ໃນວັນພະຫັດມື້ນີ້ ໂດຍການເກັບຂີ້ເຫຍື້ອຕາມປົກກະຕິ ມີລົດເມແລະລົດໄຟໂດຍສານຢ່າງຈຳກັດ. ຖ້ຽວບິນເຂົ້າແລະອອກຂອງສະໜາມບິນຫຼັກຂອງນະຄອນ Houston ໄດ້ເລີ່ມປະຕິບັດງານ ໃນວັນພຸດວານນີ້.
ແຕ່ການຂົ່ມຂູ່ຈາກນ້ຳຖ້ວມກໍເປັນທີ່ຈະແຈ້ງ ໃນວັນພະຫັດມື້ນີ້ ໃນເຂດ Fort Bend
ທາງພາກຕາເວັນຕົກສຽງໃຕ້ຂອງນະຄອນ Houston ດັ່ງທີ່ໄດ້ປະກາດ ໃຫ້ອົບພະຍົບ
ລົບໜີແບບບັງຄັບ ຂອງພວກຜູ້ຄົນທີ່ຢູ່ອາໄສໃກ້ໆກັບເຂດ ອ່າງນ້ຳ ອັນເນື່ອງມາຈາກ
“ນ້ຳຈະລົ້ນອອກຖ້ວມນັ້ນ.”
ອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ
.@POTUS asked me to travel to Texas tomorrow with his message: "We will be with you every single day to restore, recover, and rebuild." pic.twitter.com/jQ0A9BGnPK
— Vice President Pence (@VP) August 31, 2017