ຮູບພາບ ຂອງທ່ານນາງ Harriet Tubman ຈະປາກົດຢູ່ໃນເງິນໃບ 20 ໂດລາ ສະຫະລັດ

ຮູບພາບຂອງທ່ານນາງ Harriet Tubman ຈະປ່ຽນແທນຮູບພາບ ຂອງ ທ່ານ Andrew Jackson ຢູ່ເງິນໃບ 20 ໂດລາ.

ທ່ານນາງ Harriet Tubman ນັກປຸກລະດົມ​ໃຫ້​ຍົກ​ເລີກ​ທາດ ແລະ ນັກ​ມະນຸດສະທຳ ອາເມຣິກັນ​ເຊື້ອສາຍ​ອາ​ຟຣິກາ ຜູ້ທີ່ນຳພາຂ້າທາດຫຼາຍຮ້ອຍຄົນໄປສູ່ອິດສະຫຼະພາບນັ້ນ ຈະຖືກພິມຮູບ​ໃສ່ໃນເງິນໃບ 20 ໂດລາຂອງສະຫະລັດ ແທນຮູບທ່ານ Andrew Jackson.

ລັດຖະມົນຕີ ກະຊວງການເງິນ ສະຫະລັດ ທ່ານ Jack Lew ໄດ້ຢືນຢັນ ໃນວັນພຸດວານນີ້ ວ່າ ທ່ານນາງ Tubman ຈະເປັນຄົນອາເມຣິກາ ​ເຊື້ອສາຍ​ອາ​ຟຣິກາ​ຜູ້ທຳອິດ ທີ່ຈະປາ ກົດ ​ຢູ່​ໃນສະກຸນເງິນຂອງ ສະຫະລັດ, ແລະ ກໍເປັນແມ່ຍິງຄົນທຳອິດ ທີ່ມີ​ຮູບ​ຢູ່​ໃນໃບເງິນ ໃນຮອບຫຼາຍກວ່າ 100 ປີ. ທ່ານບໍ່ໄດ້​ແຈ້ງ​ໃຫ້​ຊາບວ່າ ເມື່ອໃດ ເງິນໃບໃໝ່ດັ່ງກ່າວ ຈຶ່ງ ຈະຖືກນຳອອກມາໃຊ້.

ຮຸ່ນຂີ້ເຜິ້ງຄ້າຍຄື ທ່ານນາງ Harriet Tubman, ຜູ້ມີຊື່ສຽງໂດ່ງດັງ ເປັນນັກປຸກລະດົມ​ໃຫ້​ຍົກ​ເລີກ​ທາດ ແລະ ນັກ​ມະນຸດສະທຳ ອາເມຣິກັນ​ເຊື້ອສາຍ​ອາ​ຟຣິກາ ຜູ້ທີ່ນຳພາຂ້າທາດຫຼາຍຮ້ອຍຄົນໄປສູ່ອິດສະຫຼະພາບ ໄດ້ເປີດໂຕໃຫ້ຊົມຢູ່ທີ່ ຫ້ອງວາງສະແດງ ພະແນກປະທານາທິບໍດີ ໂດຍຫໍວາງສະແດງຮຸ່ນຂີ້ເຜິ້ງ Madame Tussauds ຢູ່ໃນນະຄອນຫຼວງວໍຊິງຕັນ ດີຊີ, ວັນທີ່ 7 ກຸມພາ 2012.

ປົກກະຕິແລ້ວທ່ານ Lew ໄດ້ປະກາດຄວາມຕັ້ງໃຈຂອງທ່ານ ທີ່ຈະນຳເອົາຮູບຂອງແມ່ຍິງ ໄປພິມໃສ່ເງິນໃບ 10 ໂດລາຕັ້ງແຕ່ເດືອນມິຖຸນາແລ້ວນີ້, ແຕ່ວ່າມັນໄດ້ຖືກກົດດັນຈາກ ຫຼາຍກຸ່ມ ແລະ ຫຼາຍຄົນໃຫ້ທົບທວນຄືນເງິນໃບ 20 ໂດລາ.

ທ່ານ Andrew Jackson ເປັນອະດີດປະທານາທິບໍດີ ສະຫະລັດ ທີ່ໄດ້ຖືກພິມຮູບໃສ່ເງິນ ໃບ 20 ໂດລາ, ທ່ານໄດ້ເປັນຜູ້ທີ່ຮັບຜິດຊອ​ບ​ໃນ ກົດໝາຍລົບລ້າງຄົນ ອິນເດຍພື້ນເມືອງ ໃນປີ 1830, ເຊິ່ງໄດ້ເລີ່ມໃນສິ່ງທີ່ໄດ້ຖືກຮັບຮູ້ດັ່ງກັບ “the trail of tears” ອັນເປັນເສັ້ນ ທາງ ທີ່ຊາວອິນເດຍພື້ນເມືອງໃຊ້ ໃນການຖືກບັງຄັບໃຫ້ຍົກຍ້າຍຖິ່ນຖານ ເຊິ່ງເຮັດໃຫ້ ພວກເຂົາເຈົ້າຫຼາຍພັນຄົນໄດ້ເສຍຊີວິດ.

ທ່ານນາງ Tubman ໄດ້ເຕີບໂຕເປັນຂ້າທາດໃນລັດ Maryland. ຊື່ໂດຍກຳເນີດຂອງ ລາວແມ່ນ Araminta Ross ​ແລະ ​ທ່ານ​ນາງ​ເກີດ ໃນປີ 1822, ນັກປະຫວັດສາດສ່ວນ ໃຫຍ່ເຊື່ອວ່າ ລາວໄດ້ຖືກລັກພາຕົວໄປ ຈາກພໍ່ແມ່ຂອງລາວ ໃນຕອນອາຍຸ 6 ປີ. ລາວໄດ້ ຖືກຕີຢ່າງທໍລະມານໃນຕອນອາຍຸ 12 ປີ ເຮັດໃຫ້ລາວຕ້ອງເປັນໂຣກບ້າໝູ ໄປຕະຫຼອດ ຊີວິດ. ທ່ານນາງ Tubman ໄດ້ມີຄວາມສັດທາຕໍ່ສາສະໜາ ຄຣິສຕຽນ ແລະ ເຄີຍເຫັນ ພາບທີ່ແປກ ແລະ ມີຄວາມຝັນທີ່ແຈ້ງສະ ຫວ່າງ, ເຊິ່ງລາວໄດ້ສັນນິຖານວ່າ ເປັນການ ສະແດງໃຫ້ເຫັນຈາກພະເຈົ້າ.

ໃນເວລາທີ່ທ່ານນາງຍັງເປັນໄວໜຸ່ມ, ລາວໄດ້ແຕ່ງງານກັບທ່ານ John Tubman. ລາວ ໄດ້ຫຼົບໜີດ້ວຍການຊ່ວຍເຫຼືອຂອງຄົນຂ້າງບ້ານທີ່​ເປັນ ຄົນຜິວຂາວຄົນໜຶ່ງ ຜູ້ທີ່ບອກຊື່ ຂອງຄົນໃຫ້ລາວຮູ້ວ່າ ແມ່ນໃຜຈະເປັນຄົນຊ່ວຍລາວ ຫຼົບລີ້ໃນເວລາ ທີ່ລາວເດີນທາງ ໄປພາກເໜືອ.

ທ່ານນາງ Tubman ໄດ້ເດີນທາງກັບຄືນສູ່ລັດ Maryland ເພື່ອພົບກັບຄອບຄົວຂອງ ລາວ ແລະ ຂ້າທາດຄົນອື່ນໆ, ລາວໄດ້ເດີນທາງປະມານ 20 ເທື່ອເພື່ອນຳ​ເອົາຄົນເພີ່ມ ເຕີມໄປສູ່ອິດສະຫຼະ. ພວກເຂົາເຈົ້າໄດ້ເດີນທາງໃນເວລາກາງຄືນ ຕາມຖະໜົນບ້ານນອກ ແລະ ທາງນ້ຳ, ແລະ ບັນດານັກວິທະຍາສາດກ່າວວ່າ ທ່ານນາງ Tubman ຈະຈົກປືນ ອອກມາຈີ້ໃສ່ທຸກໆຄົນຜູ້ທີ່ຂົ່ມຂູ່ຈະຖອນຕົວ.

ແຕ່ວ່າທ່ານນາງ Tubman ຈະບໍ່ເປັນຜູ້ຍິງພຽງຄົນດຽວທີ່ຈະຖືກພິມຮູບໃສ່ໃບເງິນຂອງ ສະຫະລັດ.

Your browser doesn’t support HTML5

Tubman on the 20 bill

ອ່ານຂ່າວ ເລື່ອງນີ້ ເປັນພາສາອັງກິດ