ພວກມຸສລິມ ຫົວແຂງກະດ້າງ ປະທ້ວງ ຢູ່ນອກ ສຳນັກງານ ເຟສບຸກ ໃນ ອິນໂດເນເຊຍ

ພວກມຸສລິມຫົວແຂງກະດ້າງ ປະທ້ວງ ທີ່ສຳນັກງານເຟສບຸກ ໃນນະຄອນຫຼວງຈາກາຕ້າ ປະເທດອິນໂດເນເຊຍ. (12 ມັງກອນ 2018)

ຊາວມຸສລິມປະມານ 200 ຄົນ ໄດ້ໂຮມຊຸມນຸມກັນຢູ່ນອກສຳນັກງານໃຫຍ່ຂອງເຟສ
ບຸກ ທີ່ນະຄອນຫຼວງຈາກາຕ້າປະເທດອິນໂດເນເຊຍ ໃນວັນສຸກວານນີ້ເພື່ອປະທ້ວງ
ຕໍ່ການທີ່ອົງການສື່ສັງຄົມດັ່ງກ່າວ ຂັດຂວາງບໍ່ໃຫ້ຜູ້ຄົນເຂົ້າເຖິງເຟສບຸກຂອງກຸ່ມຫົວ
ຮຸນແຮງຈັດ ທີ່ມີການກ່າວຫາວ່າຊຸກຍູ້ໃຫ້ເກີດຄວາມກຽດຊັງນັ້ນ.

ການປະທ້ວງ ຊຶ່ງຈັດຕັ້ງກັນໂດຍກຸ່ມຫົວແຂງກະດ້າງແນວໂຮມປົກປ້ອງອິສລາມທີ່
ເອີ້ນຫຍໍ້ວ່າ FPI ພາກັນເດີນຂະບວນ ຈາກວັດອິສລາມແຫ່ງນຶ່ງໄປຍັງສຳນັກງານ
ໃຫຍ່ຂອງເຟສບຸກ ຊຶ່ງໄດ້ຖືກຂັດຂວາງໂດຍຕຳຫຼວດຫຼາຍໆຮ້ອຍຄົນ. ບາງຄົນພາ
ກັນຖືປ້າຍທີ່ອ່ານວ່າ “ຢ່າໄດ້ປະຫັດປະຫານຊາວມຸສລິມ” ແລະກະລຸນາຢ່າຕັດສິນ
ຖານະຂອງພວກເຮົາທາງເຟສບຸກ.”

ໂຄສົກຂອງກຸ່ມ FPI ທ່ານສລາເມ ມາຣີຟ ກ່າວວ່າ ພວກປະທ້ວງ ຢາກຮູ້ວ່າ ເປັນ
ຫຍັງເຟສບຸກຈຶ່ງຂັດຂວາງບັນຊີເຫຼົ່ານັ້ນໃນຂະນະທີ່ອະນຸຍາດໃຫ້ກຸ່ມອື່ນປະນາມ
ພວກຜູ້ນຳຂອງຕົນ ແລະສາສະໜາອິສລາມ​ ຢູ່ຕໍ່ມາ.

ທ່ານມາຣີບ ເວົ້າວ່າ “ພວກເຮົາຕ້ອງການຄວາມຍຸຕິທຳ ແລະບໍ່ໃຫ້ມີການຈຳແນກ
ກີດກັນອີກຕໍ່ໄປຕໍ່ບັນຊີຂອງກຸ່ມຫົວແຂງກະດ້າງອິສລາມ.”

ໂຄສົກຂອງເຟສບຸກ ຍານາງປູຕຣີ ອາຣີອານີ ກ່າວວ່າ ທາງບໍລິສັດໄດ້ອະນຸຍາດ
ໃຫ້ຜູ້ຖືບັນຊີ ໃຊ້ຕາໜ່າງດັ່ງກ່າວ ເພື່ອສະແດງການຄັດຄ້ານແລະສ້າງຄວາມຕື່ນ
ຕົວ ແຕ່ໄດ້ລຶບຂໍ້ຄວາມທີ່ຊຸກຍູ້ໃຫ້ເກີດຄວາມກຽດຊັງແລະຄວາມຮຸນແຮງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ