ກຸ່ມຫົວຮຸນແຮງ ຮາມາສ ຢູ່ໃນເຂດ ກາຊາ ໄດ້ຍິງລູກຈະຫຼວດໂຈມຕີ ໃນວັນຈັນມື້ນີ້, ເຮັດໃຫ້ມີສຽງສັນຍານເຕືອນໄພການໂຈມຕີທາງອາກາດ ດັງຂຶ້ນໃນທົ່ວອິສຣາແອລ.
ຍັງບໍ່ທັນມີລາຍງານກ່ຽວກັບຄວາມເສຍຫາຍຫຼືຜູ້ເສຍຊີວິດຈາກລູກຈະຫຼວດທີ່ກຸ່ມ ຮາມາສ ສືບຕໍ່ໃຊ້ເພື່ອໂຈມຕີອິສຣາແອລ ໃນຂະນະທີ່ກອງກຳລັງອິສຣາແອລ ປະຕິບັດການໂຈມຕີເພື່ອກຳຈັດກຸ່ມ ຮາມາສ ຢູ່ເຂດກາຊາ.
ການປະຕິບັດການທາງທະຫານຂອງອິສຣາແອລຢູ່ໃນເຂດກາຊາ ຍັງດຳເນີນຢູ່ຕໍ່ໄປໃນວັນຈັນມື້ນີ້ ດ້ວຍການປະຕິບັດການທາງພາກພື້ນດິນ ແລະການໂຈມຕີທາງອາກາດ ເຊິ່ງລວມທັງສິ່ງທີ່ກອງກຳລັງປ້ອງກັນປະເທດອິສຣາແອລກ່າວວ່າ ເປັນການໂຈມຕີທີ່ໄດ້ສັງຫານຜູ້ບັນຊາການກຸ່ມຮາມາສ ຜູ້ທີ່ຊ່ວຍນຳພາພວກນັກລົບທີ່ຮັບຜິດຊອບໃນການໂຈມຕີກໍ່ການຮ້າຍ ໃນວັນທີ 7 ຕຸລາໃນພາກໃຕ້ຂອງ ອິສຣາແອລ.
ກອງກຳລັງປ້ອງກັນປະເທດອິສຣາແອລ ຫຼື IDF ໄດ້ລະບຸໂຕຜູ້ບັນຊາການຄົນດັ່ງກ່າວແມ່ນ ທ່ານ ອາເດລ ເມສມາ (Adel Mesmah), ແລະກ່າວວ່າທ່ານຍັງໄດ້ຊ່ວຍນໍາພານັກລົບຂອງ ກຸ່ມຮາມາສ ຕ້ານກັບກອງກໍາລັງຂອງອິສຣາແອລ ໃນເຂດກາຊາ ຫລັງຈາກທີ່ອິສຣາແອລ ໄດ້ເປີດການບຸກໂຈມຕີ.
ລັດຖະມົນຕີກະຊວງປ້ອງກັນປະເທດອັງກິດ ທ່ານ ແກຣນທ໌ ແຊບສ໌ (Grant Shapps) ກ່າວໃນວັນອາທິດວານນີ້ວ່າ ສະຫະຣາຊະອານາຈັກ “ຈະບໍ່ລັງເລທີ່ຈະດຳເນີນການຕື່ມອີກ ເພື່ອສະກັດກັ້ນໄພຂົ່ມຂູ່ຕໍ່ເສລີພາບໃນການເດີນເຮືອຢູ່ທະເລແດງ” ຫຼັງຈາກການໂຈມຕີຫຼາຍໆຄັ້ງ ຂອງພວກຫົວຮຸນແຮງ ຮູຕີ ທີ່ໄດ້ລົບກວນການສັນຈອນຢູ່ໃນເສັ້ນທາງນ້ຳທີ່ສຳຄັນນີ້.
ທ່ານ ແຊບສ໌ (Shapps) ຂຽນໃນເທເລກຼາຟ (The Telegraph) ວ່າ "ກຸ່ມຮູຕີ ຄວນມີຄວາມເຂົ້າໃຈ ວ່າ: ພວກເຮົາມຸ່ງຫມັ້ນທີ່ຈະຈັບຜູ້ກະທໍາຜິດທີ່ຕ້ອງຮັບຜິດຊອບຕໍ່ການຍຶດ ແລະການໂຈມຕີທີ່ຜິດກົດຫມາຍ,"
ໃນວັນອາທິດວານນີ້ ກອງກຳລັງຂອງສະຫະລັດ ໄດ້ຈົມກຳປັ່ນ ຂອງກຸ່ມຮູຕີ 3 ລຳ ເພື່ອຕອບໂຕ້ຄືນການໂຈມຕີຂອງພວກຫົວຮຸນແຮງທີ່ໄດ້ຮັບການໜູນຫຼັງຈາກອີຣ່ານ ໃສ່ກຳປັ່ນບັນທຸກຕູ້ຂົນສົ່ງສິນຄ້າເມີກສກ໌ (Maersk) ໃນທະເລແດງ.