ລະເບີດທີ່ຍັງບໍ່ທັນແຕກ ຫຼື UXO ຊຶ່ງຕົກຄ້າງແຕ່ປາງສົງຄາມອິນໂດຈີນ ຫຼືສົງຄາມຫວຽດນາມໃນຊຸມປີ 1964 ຫາ 1973 ຈຳນວນມະຫາສານ ປັດຈຸບັນພວກລະເບີດເຫຼົ່ານີ້ ຍັງເປັນບັນຫາອັນໃຫຍ່ຫຼວງ ໃນການດຳລົງຊີວິດຂອງປະຊາຊົນລາວ ຢູ່ຕະຫຼອດເຂດຊາຍແດນຕິດກັບຫວຽດນາມ ຈາກເໜືອຫາໃຕ້ຂອງລາວ ຊຶ່ງ ອົງການເຮໂລ ທຣັສ (HALO Trust) ໄດ້ເຂົ້າມາເກັບກູ້ UXO ໃນລາວ ຕັ້ງແຕ່ປີ 2012 ເປັນຕົນມາ. ໄຊຈະເລີນສຸກ ຈະນຳເອົາການສຳພາດພິເສດກັບ ທ່ານວີລລຽມ ຮັນເຕີ ຜູ້ຈັດການໂຄງການ ຂອງອົງການດັ່ງກ່າວ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ອົງການເຮໂລ ທຣັສ ເປັນອົງການເພື່ອການກຸສົນທີ່ມີສຳນັກງານໃຫຍ່ຕັ້ງຢູ່ສະກັອດແລນ ທີ່ຂຶ້ນກັບສະຫະຣາຊະອານາຈັກ ແລະມີຫ້ອງການ ຢູ່ໃນນະຄອນ ຫຼວງວໍຊິງຕັນ ແລະນະຄອນຫຼວງບຣັສເຊີລສ໌ ນຳດ້ວຍ, ທ່ານວີລລຽມ ຮັນເຕີ ຊາວອາເມຣິກັນ ໄດ້ເຂົ້າມາເຮັດວຽກ ກັບອົງການເຮໂລ ທຣັສ ໃນຕຳແໜ່ງຜູ້ຈັດການໂຄງການ ມາໄດ້ສອງປີແລ້ວ ກ່ອນໜ້ານີ້ ທ່ານເປັນຮອງຜູ້ຈັດການໂຄງການ ມາໄດ້ນຶ່ງປີ ແລະກ່ອນຈະໄດ້ຂຶ້ນຕຳແໜ່ງທ່ານໄດ້ເປັນເຈົ້າໜ້າທີ່ປະຕິບັດງານຮັບຜິດຊອບວຽກງານຢູ່ໃນສະໜາມທັງໝົດ.
ເມື່ອທ້າຍປີແລ້ວນີ້ ອົງການເຮໂລ ໄດ້ສະເຫຼີມສະຫຼອງການເກັບກູ້ລະເບີດທີ່ຍັງຕົກຄ້າງຢູ່ໃນລາວ ແລະໄດ້ທຳລາຍຊິ້ນທີ 1 ແສນ ອັນເປັນຂີດໝາຍທີ່ສຳຄັນສຳລັບອົງການນີ້ ດັ່ງທີ່ທ່ານຮັນເຕີ ໄດ້ກ່າວຕໍ່ວີໂອເອລາວ ໃນພາສາອັງກິດວ່າ:
ທ່ານຮັນເຕີ ເວົ້າວ່າ “ພວກເຮົາໄດ້ທຳລາຍລະເບີດທີ່ຍັງບໍ່ທັນແຕກ ຫຼື UXO ຊິ້ນທີ 1 ແສນຂອງພວກເຮົາ. ພວກເຮົາໄດ້ເຮັດວຽກຢູ່ໃນ ສປປ ລາວ ຕັ້ງແຕ່ປີ 2012 ເປັນຕົ້ນມາ ໃນເບື້ອງຕົ້ນ ເຮົາໄດ້ເລີ້ມຕົ້ນດ້ວຍພະນັກງານ 50 ຄົນ ແລະໂດຍຜ່ານການໃຫ້ບໍລິຈາກຂອງກະຊວງການຕ່າງປະເທດສະຫະລັດ ພວກເຮົາໄດ້ເຕີບໃຫຍ່ຂຶ້ນຈາກທີ່ມີພະນັກງານ 50 ຄົນ ຂະນະທີ່ຂ້າພະເຈົ້ານັ່ງຢູ່ທີ່ນີ້ ເກີນກວ່າ 1,400 ຄົນ ແລະຕະຫຼອດໄລຍະ 10 ຫາ 11 ປີຜ່ານມາ ຈຳນວນການເກັບກູ້ທີ່ພວກເຮົາເຮັດມາ ກໍໄດ້ເພີ້ມຂຶ້ນຢ່າງຫຼວງຫຼາຍ ແລະໃນການເກັບກູ້ນັ້ນ ພວກເຮົາຍັງເພີ້ມຈຳນວນຊິ້ນຕ່າງໆອີກ ທີ່ພວກເຮົາໄດ້ທຳລາຍໃນແຕ່ລະປີ ໂດຍປິດທ້າຍລົງສຳລັບພວກເຮົາແລ້ວ ແມ່ນຂີດໝາຍທີ່ໃຫຍ່ຫຼວງຂອງ 1 ແສນຊິ້ນ ເມື່ອປຽບທຽບກັບອົງການອື່ນໆແລ້ວ ມັນເປັນຂີດໝາຍທີ່ສຳຄັນສຳລັບພວກເຮົາ.”
ອີງຕາມຂໍ້ມູນການສຳຫຼວດ ໂດຍອົງການເຮໂລ, ເນື້ອທີ່ດິນທີ່ໄດ້ຖືກເກັບກູ້ລະ ເບີດທີ່ຍັງບໍ່ທັນແຕກອອກໄປໝົດ ແລະປອດໄພຢູ່ໃນລາວ ນັບຕັ້ງແຕ່ປີ 2012 ແມ່ນມີຢູ່ 33,000 ເຮັກຕາ ເທົ່າກັບ 81,500 ເອເກີ ຫຼືເທົ່າກັບສະໜາມກິລາອາເມຣິກັນຟຸດບອລ 61,000 ສະໜາມ. ລາວເປັນປະເທດນຶ່ງທີ່ຖືກຖິ້ມລະເບີດ ໃສ່ຫຼາຍທີ່ສຸດໃນໂລກ ໂດຍມີບັນຫາລະເບີດລູກຫວ່ານ ທີ່ຍັງບໍ່ທັນແຕກຫຼາຍທີ່ສຸດໃນໂລກ. ອົງການນີ້ ກະປະມານວ່າ ຈາກປີ 1964 ຫາ 1973 ໃນລະຫວ່າງສົງຄາມອິນໂດຈີນ ລະເບີດຈຳນວນ 2.5 ລ້ານໂຕນ ໄດ້ຖືກຖິ້ມລົງໃສ່ປະເທດທີ່ບໍ່ມີທາງອອກສູ່ທະເລແຫ່ງນີ້.
ບັນຫາສຳຄັນອີກປະການນຶ່ງ ສຳລັບການເກັບກູ້ ກໍຄືວ່າ ໃນຈຳນວນລະເບີດດັ່ງ ກ່າວນັ້ນ ບໍ່ສາມາດລະບຸໄດ້ວ່າ ລະເບີດທີ່ບໍ່ແຕກນັ້ນ ມີຫຼາຍປານໃດ ແລະຢູ່ໃນພື້ນທີ່ແຫ່ງໃດ ເນື່ອງຈາກວ່າ ສົງຄາມດັ່ງກ່າວເກີດຂຶ້ນເມື່ອ 60 ປີກວ່າຜ່ານມາ ຂໍ້ມູນບັນທຶກຂອງການຖິ້ມລະເບີດກໍບໍ່ຄ່ອຍລະອຽດ ແລະພຽງແຕ່ສະຫະລັດເທົ່ານັ້ນ ທີ່ອາດຈະມີຂໍ້ມູນກ່ຽວກັບເລື້ອງນີ້ ຊຶ່ງທ່ານຮັນເຕີໄດ້ກ່າວເປັນພາສາອັງກິດວ່າ:
ທ່ານຮັນເຕີ ເວົ້າວ່າ “ບັນທຶກຂອງຈຳນວນລູກລະເບີດທັງຫຼາຍທີ່ໄດ້ຖິ້ມໂດຍສະຫະລັດນັ້ນ ໄດ້ຖືກນຳເອົາອອກມາເປີດເຜີຍ ໃນແຕ່ລະເຂດ. ອີງຄັ້ງນຶ່ງ ຊິ້ນທັງຫຼາຍເຫຼົ່ານັ້ນ ພວກເຮົາຮູ້ທີ່ໄດ້ຖືກຖິ້ມລົງໂດຍພຽງແຕ່ສະຫະລັດ. ແຕ່ອັນນີ້ແມ່ນສົງຄາມ. ອັນນັ້ນ ເປັນການພົວພັນຈາກຫຼາຍຝ່າຍທີ່ແຕກຕ່າງກັນ ສະນັ້ນ ອັນນັ້ນເປັນສິ່ງ ທີ່ໄດ້ຖືກຖິ້ມລົງແຕ່ຝ່າຍດຽວ. ດັ່ງ ນັ້ນ ຖ້າກ່ຽວກັບຈຳນວນທີ່ແທ້ຈິງແລ້ວ ຈຳນວນຂອງແຕ່ລະຊິ້ນທີ່ໄດ້ກະຈາຍອອກໄປ ແລະເປັນໄປໄດ້ສູງວ່າ ມັນກະຈາຍໄປທົ່ວເຂດຊົນນະບົດຢູ່ທີ່ນີ້ (ສະຫວັນນະເຂດ) ອາດແມ່ນກະທັງສູງກວ່ານັ້ນອີກ.”
ທ່ານຮັນເຕີ ກ່າວອີກວ່າ “ບໍ່ເປັນຈັ່ງໂຊກ ຄັນຈະເອົາຕົວເລກອັນນັ້ນ ມັນອາດຈະເປັນເລື້ອງທີ່ເປັນໄປບໍ່ໄດ້ເລີຍ. ພຽງແຕ່ວ່າ ເມື່ອບໍ່ດົນມານີ້ ວຽກງານຂອງການລະບຸພື້ນທີ່ບ່ອນໃດທີ່ UXO ທີ່ສະສົມຝັງຢູ່ໃນດິນຫຼາຍທີ່ສຸດ ກໍຍັງບໍ່ທັນໄດ້ຖືກລະບຸວ່າ ຢູ່ບ່ອນໃດພາຍໃນປະເທດ. ໂດຍຜ່ານການສະໜັບສະໜຸນອີກຄັ້ງນຶ່ງຈາກກະຊວງການຕ່າງປະເທດຂອງສະ ຫະລັດ ໃນລະຫວ່າງປີ 2017 ແລະ 2022 ເຮໂລ ທຣັສ ໄດ້ດຳເນີນການສຳຫຼວດໃນແຂວງອ້ອມຂ້າງເພື່ອເບິ່ງວ່າ ມີແຫ່ງໃດທີ່ເປັນຈຸດສະສົມຫຼາຍຢູ່ແລ້ວ. ແຕ່ຊິ້ນລະເບີດທີ່ໄດ້ຖືກເກັບກູ້ ແມ່ນສິ່ງທີ່ຮູ້ຢູ່ແລ້ວກໍຄືລູກລະເບີດຫວ່ານ. ມັນແມ່ນລູກລະເບີດໜ່ວຍຂະໜາດກຳປັ້ນ ທີ່ໄດ້ຖືກຖິ້ມລົງມາ ຢູ່ພາຍໃນລູກລະ ເບີດໃຫຍ່ຈາກເຮືອບິນ ແລະພວກມັນກໍຈະເປີດອອກກ່ອນທີ່ມັນຈະຕົກລົງພື້ນດິນ ແລະກະຈາຍລູກຫວ່ານ ໄປທົ່ວທຸກຫົນແຫ່ງ ແລະໃນບາງກໍລະນີ ມັນສາມາດມີການລົ້ມແຫຼວໃນຈຳນວນ 30 ເປີເຊັນ ຂອງແຕ່ລະລູກລະເບີດ. ໃນບາງກໍລະນີ ມັນສາມາດລົ້ມແຫລວເຖິງ 100 ເປີເຊັນ ສະນັ້ນ ຄັນພະຍາຍາມຫາຕົວເລກອັນແນ່ນອນທີ່ວ່າ ພວກຊິ້ນລະເບີດນີ້ຍັງເຫຼືອຫຼາຍປານໃດ ຫຼື ມີຈັກເປີເຊັນທີ່ໄດ້ຖືກຖິ້ມລົງ ປັດຈຸບັນນີ້ ພວກມັນກໍຍັງຄົງເປັນໄພອັນຕະລາຍ ຕໍ່ປະຊາກອນໃນທ້ອງ ຖິ່ນຢູ່. ມັນເປັນແບບທີ່ຄາດເດົາເອົາແທ້ໆ.”
ສະນັ້ນ ຈະຕ້ອງໃຊ້ເວລາອີກດົນປານໃດ ການເກັບກູ້ລະເບີດຈຶ່ງຈະສຳເລັດ ເລື້ອງນີ້ຂຶ້ນຢູ່ກັບທຶນສະໜັບສະໜຸນຈາກບັນດາປະເທດ ທີ່ໃຫ້ການຊ່ອຍເຫຼືອໃນວຽກງານການເກັບກູ້ລະເບີດ ປາດສະຈາກທຶນຊ່ອຍເຫຼືອເຫຼົ່ານີ້ແລ້ວ ວຽກງານເກັບກູ້ກໍຈະບໍ່ສາມາດເດີນໜ້າໄດ້ຢ່າງມີປະສິດທິພາບ. ທ່ານຮັນເຕີຫວັງວ່າ ສະຫະລັດ ຈະຈັດສັນງົບປະມານເພື່ອໂຄງການເກັບກູ້ລະເບີດໃນລາວຕື່ມອີກ ຊຶ່ງທ່ານກ່າວອີກວ່າ ອົງການຂອງທ່ານວ່າຈ້າງປະຊາຊົນລາວໃນທ້ອງຖິ່ນທີ່ຖືກກະທົບຈາກ UXO ເພື່ອເຂົ້າມາຊ່ວຍໃນວຽກງານການເກັບກູ້ລະເບີດ ຊຶ່ງພວກເຮົາຈະນຳເອົາລາຍງານກ່ຽວກັບເລື້ອງນີ້ ມາສະເໜີຕື່ມອີກ ກະລຸນາຕິດຕາມຟັງ.