ໃນປີ 2024 ນີ້ ຈະມີການທົດສອບທີ່ສຳຄັນໆກ່ຽວກັບການປົກຄອງແບບປະຊາທິປະໄຕ ໂດຍຈະມີປະຊາຊົນປະມານ 4 ພັນລ້ານຄົນ ຢູ່ໃນ 50 ກວ່າປະເທດ ຄືເກືອບເຄິ່ງນຶ່ງ ຂອງປະຊາກອນໂລກ ມີກຳນົດທີ່ຈະໄປປ່ອນບັດເລືອກຕັ້ງ. ດັ່ງທີ່ ເຮັນຣີ ຣິຈແວລ ລາຍງານມານັ້ນ ຜົນຂອງການເລືອກຕັ້ງດັ່ງກ່າວ ມີທ່າທາງວ່າຈະຫຼໍ່ຫຼອມການເມືອງຂອງໂລກ ໃນໄລຍະຫຼາຍໆປີຕໍ່ໜ້າ ຊຶ່ງໄພສານ ຈະນຳເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
Your browser doesn’t support HTML5
ທ່ານນາງຊິກ ຫາຊີນາ ໄດ້ຊະນະ ຕຳແໜ່ງນາຍົກລັດຖະມົນຕີເປັນສະໄໝທີ 5 ໃນວັນເສົາແລ້ວ ຊຶ່ງເປັນການເລືອກຕັ້ງທີ່ສຳຄັນບ່ອນທຳອິດ ຢູ່ໃນທົ່ວໂລກສຳລັບປີນີ້.
ໄຕ້ຫວັນໄດ້ຈັດການເລືອກຕັ້ງປະທານາທິບໍດີ ໃນວັນທີ 13 ມັງກອນ. ການຂົ່ມຂູ່ຂອງຈີນທີ່ຈະເຂົ້າຢຶດເອົາເກາະດ້ວຍການໃຊ້ກຳລັງ ແມ່ນຄອບງຳ ການປ່ອນບັດດັ່ງກ່າວ.
ທ່ານວິລລຽມ ຫຼາຍ ຜູ້ສະໝັກຂອງພັກປະຊາທິປະໄຕກ້າວໜ້າ ຊຶ່ງເປັນພັກລັດຖະບານ ທີ່ມີຄະແນນນຳໜ້າໃນການຢັ່ງຫາງສຽງ ກ່າວເປັນພາສາຈີນກາງວ່າ:
“ພວກເຮົາບໍ່ພຽງແຕ່ເລືອກເອົາບັນດາຜູ້ນຳໃນອະນາຄົດຂອງໄຕ້ຫວັນ ຜູ້ຊຶ່ງຈະເລືອກເອົາ ອະນາຄົດຂອງປະເທດເທົ່ານັ້ນ ແຕ່ຍັງຈະຕັດສິນໃຈກ່ຽວກັບສັນຕິພາບແລະສະຖຽນລະດັບ ຂອງເຂດອິນໂດ-ປາຊີຟິກນຳດ້ວຍ ແມ່ນຫຼືບໍ່?”
ອິນໂດເນເຊຍ ມີກຳນົດຈະເລືອກເອົາປະທານາທິບໍດີຄົນໃໝ່ໃນເດືອນໜ້ານີ້ ເພື່ອປົກຄອງປະເທດທີ່ມີປະຊາຊົນ 277 ລ້ານຄົນ ເຮັດໃຫ້ປະເທດດັ່ງກ່າວ ກາຍເປັນນຶ່ງບັນດາປະເທດທີ່ມີຜູ້ປ່ອນບັດໃຫຍ່ສຸດຂອງໂລກທີ່ຈັດຂຶ້ນພາຍໃນ ເວລານຶ່ງວັນ.
ປາກິສຖານຈະຈັດການເລືອກຕັ້ງສະພາ ໃນເດືອນກຸມພາ ບ່ອນທີ່ຜູນຳພັກຝ່າຍຄ້ານ ແລະອະດີດນາຍົກລັດຖະມົນຕີ ອິມຣານ ຄ່ານ ຍັງສືບຕໍ່ຖືກຂັງຄຸກ ໃນຂໍ້ຫາເຮັດໃຫ້ຄວາມລັບຂອງລັດຮົ່ວໄຫລ ຊຶ່ງທ່ານເອງໄດ້ປະຕິເສດ.
ຣັດເຊຍ ຈະປ່ອນບັດເລືອກເອົາປະທານາທິບໍດີໃນເດືອນມີນາ ແລະທ່ານວລາດີເມຍ ປູຕິນ ຊຶ່ງລົງສະໝັກຕື່ມອີກນັ້ນ ແມ່ນແນ່ນອນຈະໄດ້ເປັນຜູ້ຊະນະ.
ທ່ານອຽນ ບອນ ຈາກສູນກາງປະຕິຮູບຢູໂຣບ ກ່າວວ່າ:
“ທ່ານເປັນຜູ້ຄວບຄຸມ ກົງຈັກການປົກຄອງທັງໝົດ ຊຶ່ງຈຳເປັນຕ້ອງໃຫ້ເປັນທີ່ແນ່ ນອນວ່າ ການລົງຄະແນນສຽງເຫັນພ້ອມກັບທ່ານຕ້ອງໄດ້ມີຂຶ້ນ ແລະພວກເຮົາຈະໄດ້ຮັບເວລາຕື່ມອີກ 6 ປີຂອງທ່ານປູຕິນ ໄປຈົນເຖິງຢ່າງໜ້ອຍປີ 2030.”
ອິນເດຍ ຊຶ່ງເປັນປະເທດປະຊາທິປະໄຕໃຫຍ່ສຸດຂອງໂລກ ຈະຈັດການເລືອກຕັ້ງສະພາ ລະຫວ່າງເດືອນເມສາຫາເດືອນພຶດສະພາ ໂດຍທີ່ພັກບາຣາຕີຢາຈານາຕາ ຫຼື BJP ພາຍໃຕ້ການນຳພຂອງນາຍົກລັດຖະມົນຕີນະເຣັນດຣາ ໂມດີ ມີຄະແນນນຳໜ້າໃນການຢັ່ງຫາງສຽງ.
ທ່ານພຸຊ ຊາຣາບ ນັກຂ່າວການເມືອງຂອງອິນເດຍ ກ່າວກ່ຽວກັບເລື້ອງນີ້ວ່າ:
“ການເລືອກຕັ້ງເຫຼົ່ານີ້ແມ່ນສຳຄັນຫຼາຍ ຍ້ອນວ່າມັນມີສອງຫາງສຽງການເມືອງຢູ່ໃນປະເທດເວລານີ້. ນຶ່ງໃນນັ້ນກໍແມ່ນ ພັກ BJP ໄດ້ສ້າງກະແສໃຫ້ສັງຄົມເປັນຕາມເສັ້ນທາງຂອງຊຸມຊົນ ແລະໃນອີກດ້ານນຶ່ງ ກໍມີຄວາມຄິດຄວາມເຫັນທີ່ວ່າ ພັກ BJP ພວມເພັ່ງເລັງໃສ່ໃດ້ານຄວາມໝັ້ນຄົງແຫ່ງຊາດເພີ້ມຂຶ້ນ."
ໃນວັນທີ 2 ມິຖຸນາ ເມັກຊິໂກ ກໍຈະຈັດການເລືອກຕັ້ງປະທານາທິບໍດີ ຊຶ່ງອາດຈະມີການປະກາດກ່ຽວກັບການເອົາບາດກ້າວໃໝ່.
ທ່ານ Patricio ຜູ້ຢັ່ງຫາງສຽງຊາວເມັກຊິໂກ ກ່າວເປັນພາສາສະເປນວ່າ:
“ມັນຍັງເປັນເຫດການທີ່ມີຄວາມສຳຄັນປະຫວັດສາດນຳດ້ວຍ ຍ້ອນວ່າມີຄວາມເປັນໄປໄດ້ວ່າ ນີ້ແມ່ນເທື່ອທຳອິດທີ່ແມ່ຍິງອາດຈະໄດ້ເປັນຜູ້ປົກຄອງເມັກຊິໂກ.”
ສະຫະພາບຢູໂຣບ ມີກຳນົດທີ່ຈະຈັດການເລືອກຕັ້ງສະພາ ໃນເດືອນມິຖຸນາ ຊຶ່ງຈະມີຜູ້ຄົນ ປະກອບເປັນຫຼາຍກວ່າເຄິ່ງຕື້ຄົນເຂົ້າຮ່ວມ ທ່າມກາງທີ່ມີການຟື້ນໂຕຄືນ ໃນຄະແນນນິຍົມຂອງບັນດາພັກປະຊານິຍົມຝ່າຍຂວາ.
ອັງກິດ ມີກຳນົດຈະຈັດການເລືອກຕັ້ງກ່ອນທ້າຍປີນີ້ ໂດຍການຢັ່ງຫາງສຽງສະເນີແນະວ່າ ຜູ້ຂອງນຳພັກແຮງງານ ທ່ານເກຍ ສແຕມເມີ (Keir Starmer) ຊຶ່ງເປັນພັກຝ່າຍຄ້ານ ກຳລັງຢູ່ໃນທິດທາງ ທີ່ຈະຢຸດເຊົາການປົກຄອງພັກອະນຸລັກນິຍົມເປັນເວລາ 14 ປີ.
ໃນວັນທີ 5 ພະຈິກ ຊາວອາເມຣິກັນກໍຈະພາກັນຕັດສິນໃຈກ່ຽວກັບວ່າ ຈະປ່ອຍໃຫ້ທ່ານໂຈ ໄບເດັນ ຈາກພັກເດໂມແຄຣັດ ເປັນປະທານາທິບໍດີສະໄໝທີສອງຂອງສະຫະລັດ ຕື່ມອີກຫຼືບໍ່ ຫຼືເລືອກເອົາຜູ້ສະໝັກຂອງພັກຣີພັບບລີກັນ ເພື່ອເປັນທາງເລືອກ ຊຶ່ງມີທ່ານທຣຳທີ່ເບິ່ງຄືວ່າຈະເປັນຄູ່ແຂ່ງ. ບໍ່ວ່າຜົນຂອງການເລືອກທັງສອງຢ່າງນີ້ຈະອອກມາແບບໃດ ມັນກໍ່ຈະພາໃຫ້ເກີດສະຖານະການທີ່ສະຫຼັບຊັບຊ້ອນຢູ່ໃນທົ່ວໂລກ.
ທ່ານອະນັນ ເມນົນ ຈາກວິທະຍາລໄລຄິງ ຢູ່ນະຄອນຫຼວງລອນດອນ ກ່າວວ່າ:
“ເມື່ອເວົ້າເຖິງບໍລິບົດຂອງຢູໂຣບແລ້ວ ຕ່າງກໍມີຄວາມຢ້ານກົວວ່າ ທ່ານດໍໂນລ ທຣຳ ສາມາດບ່ອນທຳລາຍອົງການເນໂຕ້ໄດ້ຢ່າງວ່ອງໄວ.”
ພາຍໃນປີນີ້ ບັນດາຜູ້ມີສິດປ່ອນບັດຍັງມີກຳນົດທີ່ຈະສະແດງອຳນາດໃນດ້ານປະຊາທິປະໄຕຂອງພວກເຂົາເຈົ້າ ໃນລະດັບທີ່ບໍ່ເຄີຍມີມາກ່ອນ ແລະຜົນທີ່ຕິດຕາມມາເບິ່ງຄືວ່າ ຈະມີຄວາມຮູ້ສຶກໄປອີກໃນຫຼາຍໆທົດສະວັດຕໍ່ໜ້າ.