ການສະແຫວງບຸນ Hajj ເລີ້ມຂຶ້ນ ທ່າມກາງ ຄວາມເປັນຫ່ວງ ດ້ານຄວາມປອດໄພ

ພວກສະແຫວງບຸນຊາວມຸສລິມ ຍ່າງອ້ອມຫີນ Kaaba ທີ່ວັດໃຫຍ່ ໃນເມືອງ Mecca ປະເທດຊາອຸດີ ອາຣາເບຍ. (4 ກັນຍາ 2016)

ມີ​ຊາວ​ມຸສລິ​ມຫຼາຍ​ກວ່າ 1 ລ້ານ 5 ​ແສນ​ຄົນ​ຈາກ​ທົ່ວ​ໂລກໄປ​ເຕົ້າ​ໂຮມ​ກັນ​ທີ່​ປະ​ເທດ​ຊາ​ອຸ​ດີ ອາຣາ​ເບຍເພື່ອ​ສະ​ແຫວງບຸນ Hajj ປະຈຳ​ປີ​ເປັນ​ເວລາ​ 5 ມື້. ການ​ໄປສະ​ແຫວ​ງບຸນ​ດັ່ງ ກ່າວ ​ແມ່ນ​ນຶ່ງ​ໃນ​ຫ້າ​ກົດຫຼືຫຼັກການ ​ຂອງ​ສາສະໜາ​ອິສລາມ. ຊາວ​ມຸສລິມທຸກໆ​ຄົນ​ທີ່​ມີ​ສຸ ຂະພາບ​ດີ ​ແລະ​ມີ​ເງິນ​ຄຳພຽງພໍ ​ແມ່ນ​ຄາດ​ວ່າ​ ຈະຕ້ອງ​ໄປ​ຮ່ວມ​ສະ​ແຫວ​ງບຸນ Hajj ຢ່າງ​ໜ້ອຍ​ຄັ້ງນຶ່ງ ໃນ​ຊີວິດ​ຂອງ​ເຂົາ​ເຈົ້າ.

ອີ​ຣ່ານບໍ່​ຍອມ​ໄປ​ຮ່ວມ​ການສະ​ແຫວ​ງບຸນ Hajj ​ໃນ​ປີນີ້ສ່ວນ​ນຶ່ງ​ກໍ​ແມ່ນ​ເປັນ​ຫ່ວງໃນ​ດ້ານ​ຄວາມ​ປອດ​ໄພ. ​ໃນ​ລະຫວ່າງ​ການ​ໄປສະ​ແຫວ​ງບຸນ​ປີ​ກາຍ​ນີ້ ຊາວ​ອີຣ່ານຫຼາຍຮ້ອຍ​ຄົນ​ແມ່ນ​ຮວມຢູ່​ໃນ​ຈຳນວນ​ ພວກ​ທີ່​ເສຍ​ຊີວິດ ​ບໍ່​ຕ່ຳ​ກວ່າ 2,000 ຄົນ​ທີ່ ​ໄດ້​ຢຽບ​ກັນ​ຕາຍ ​ຢູ່​ເມືອງ Mina. ອີ​ຣ່ານໃຫ້ເຫດຜົນວ່າ ເປັນຍ້ອນຄວາມ​ບໍ່​ສາມາດ ຂອງ​ຊາ​ອຸ​ດີ ແລະ​ການ​ຮັບ​ມື​ກັບ​ສະຖານະ​ການ​ທີ່​ບໍ່​ພຽງພໍຂອງ​ພວກ​ເຈົ້າໜ້າ​ທີ່​ສາທາລະນະສຸກ​ແລະ​ເຈົ້າໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ.

ນີ້ບໍ່​ແມ່ນ​ເທື່ອ​ທຳ​ອິດ​ທີ່​ອີ​ຣ່ານບໍ່​ຍອມ​ໄປ​ຮ່ວມ​ການສະ​ແຫວງ​ບຸນ Hajj ​ແຕ່​ກໍ​ມີຂຶ້ນ​ໃນ​ຂະ ນະ​ທີ່​ຄວາມ​ເຄັ່ງ​ຕຶງ​ກັບ​ຊາ​ອຸ​ດີ ຊຶ່ງ​ເປັນ​ຄູ່​ປໍ​ລະ​ປັກ ກຳລັງ​ສູງ​ເປັນ​ປະຫວັດ​ການ ຍ້ອນບັນ ຫາ​ຂັດ​ແຍ້​ງ​ໃນ​ຊີ​ເຣຍ​ແລະ​ເຢ​ເມນ ບ່ອນ​ທີ່​ເຕຫະຣ່ານ​ແລະຣິຢາດ ຊຶ່ງ​ຕ່າງກໍໃຫ້ການ​ສະ ໜັບສະໜຸນ​ແກ່​ພັກ​ຝ່າຍກົງກັນຂ້າມ.

ຊາ​ອຸ​ດີ​ ໄດ້​ຕັດ​ຄວາມ​ສຳພັນ ​ກັບ​ອີຣ່ານ ​ໃນ​ເດືອນ​ມັງກອນ​ແລ້ວ ຫລັງ​ຈາກ​ພວກ​ປະ​ທ້ວງເຜົາ​ສະຖານທູດ​ຊາ​ອຸ​ດີທີ່​ນະຄອນຫຼວງ​ເຕຫະຣ່ານ ຫລັງຈາກ​ຊາ​ອຸ​ດີ​ໄດ້​ປະຫານ​ຊີວິດ​ນັກ​ສອນ​ສາສະໜາ​ທີ່​ມີ​ຊື່​ສຽງ Sheik Nimr al-Nimr.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ