ສຽງລາກໂຕະ ລາກຕັ່ງໄປທົ່ວພີື້ນຫ້ອງໄດ້ທຳລາຍບັນຍາກາດທີ່ງຽບສະຫງົບຢູ່ໃນຕຶກສະພາຂອງເຮຕີ ໃນເວລາ 7:30 ເຊົ້າວັນພະຫັດວານນີ້.
ສະມາຊິກສະພາສູງຈາກພັກຝ່າຍຄ້ານ 4 ທ່ານ ແລະຄົນງານຈຳນວນນຶ່ງ ໄດ້ແກ່ໂຕະ, ແກ່ຕັ່ງ ແລະເຄື່ອງເຟີນີເຈີອັນອື່ນອອກຈາກຫ້ອງການຂອງສະພາສູງ ແລະ ເອົາໄປໄວ້ຢູ່ເດີ່ນໃຫ້ສຳເລັດລົງໃນເວລາພຽງ 30 ນາທີ ກ່ອນຈະຮອດເວລາທີ່ສະພາສູງຈະທຳອະພິປາຍກ່ຽວກັບການແຕ່ງຕັ້ງທ່ານຊັງ ມີແຊລ ລາແປງ (Jean Michel Lapin) ໃຫ້ເປັນນາຍົກລັດຖະມົນຕີ.
ຂັ້ນຕອນດັ່ງກ່າວໄດ້ຖືກຍົກເລີກໄປໃນວັນພະຫັດວານນີ້ພາຍຫລັງທີ່ເຄື່ອງເຟີນີເຈີໃນສະພາສູງໄດ້ຖືກຍົກອອກໄປ. ການລົງຄະແນນສຽງຄັ້ງໃໝ່ ມີກຳນົດຈະຈັດຂຶ້ນໃນເດືອນມິຖຸນາຈະມາເຖິງນີ້.
ໃນວັນພຸດຜ່ານມາ, ຜູ້ນຳສະພາສູງ, ທ່ານກາລ ມູຣາດ ການຕາຟ (Carl Murat Cantave) ໄດ້ປະກາດເຈດເຈຳນົງຂອງທ່ານ ວ່າຢາກເຮັດໃຫ້ຂັ້ນຕອນນັ້ນກ້າວໄປ, ໃນສະພາບທີ່ບໍ່ໄປບໍ່ມານັບແຕ່ວັນທີ 18 ມີນາ ຕອນທີ່ອະດີດນາຍົກລັດຖະມົນຕີ ຊັງ ຮັງຣີ ແຊງ (Jean Henry Ceant) ໄດ້ລາອອກທ້າມກາງການກ່າວຫາວ່າສໍ້ລາດບັງຫລວງນັ້ນ ເປັນຕົ້ນມາ.
ການໄປປາກົດໂຕຂັ້ນທຳອິດຂອງທ່ານ ລາແປງ (Lapin) ຢູ່ໃນສະພາສູງ ໄດ້ສິ້ນສຸດລົງດ້ວຍຄວາມໂກລະຫົນໃນເດືອນແລ້ວນີ້ ເມື່ອມີການສູ້ກັນເກີດຂຶ້ນ ລະຫວ່າງສະມາຊິກສະພາສູງສອງທ່ານທີ່ໄດ້ຮ້ອງຄຳດ່າອອກມາ ແລະຍົກກຳປັ້ນຂຶ້ນ ກ່ອນຈະມີຄວາມສະຫງົບກັບຄືນມາອີກ.ຝ່າຍຄ້ານໄດ້ຂຸດເອົາສິ່ງທີ່ບໍ່ພໍໃຈຂອງຕົນອອກມາ ແລະສັນຍາວ່າຈະຂັດຂວາງຂັ້ນຕອນດັ່ງກ່າວ ຈົນກວ່າວ່າ ອະດີດສະມາຊິກຂອງລັດຖະບານທ່ານ ແຊງ (Ceant) ໄດ້ຖືກປົດອອກຈາກຕຳແໜ່ງ ໃນລັດຖະບານໃໝ່ຂອງທ່ານລາແປງ (Lapin) ທີ່ໄດ້ສະເໜີໄປນັ້ນ.
ສະມາຊິກສະພາສູງ ແອນໂຕນິໂອ ເຊີຣາມີ (Antonio Cheramy), ຊຶ່ງເປັນຄົນນຶ່ງໃນບັນດາຜູ້ນຳຂອງຝ່າຍຄ້ານ ທີ່ເປັນຜູ້ວາງແຜນເຮັດປະທ້ວງໂດຍການໃຊ້ເຄື່ອງເຟີນີເຈີ ກ່າວຕໍ່ວີໂອເອໃນວັນທີ 30 ພຶດສະພາ, 2019
"ສິ່ງທີ່ພວກເຮົາໄດ້ເຮັດໄປນັ້ນ ຄືຍຸດທະສາດ (ທີ່ມີເຈດຕະນາ)" ນັ້ນຄືຄຳເວົ້າຂອງສະມາຊິກສະພາສູງ ແອນໂຕນິໂອ ເຊີຣາມີ (Antonio Cheramy), ຊຶ່ງເປັນຄົນນຶ່ງໃນບັນດາຜູ້ນຳຂອງຝ່າຍຄ້ານ ທີ່ເປັນຜູ້ວາງແຜນເຮັດປະທ້ວງໂດຍການໃຊ້ເຄື່ອງເຟີນີເຈີ ທີ່ກ່າວຕໍ່ວີໂອເອ ພະແນກພາສາ ເກຣໂອລ (Creole). ທ່ານໄດ້ກ່າວຫາວ່າທ່ານ ການຕາຟ (Cantave) "ໄດ້ລະເມີດລະບຽບການຂອງສະພາຫລາຍຂໍ້" ຢູ່ໃນຂັ້ນຕອນທີ່ນຳໄປສູ່ມາດຕະການທີ່ຮຸນແຮງຂຶ້ນກວ່າເກົ່າ ໃນສ່ວນຂອງພວກເຂົາເຈົ້ານັ້ນ.
ພວກປະທ້ວງຊາວເຮຕີພາກັນໄປໂຮມຊຸມນຸມຢູ່ຕໍ່ໜ້າຕຶກຂອງຫ້ອງການສະພາໃນນະຄອນຫລວງ Port au Prince, ໃນວັນທີ 30 ພຶດສະພາ 2019
ທ່ານ ເຊີຣາມີ (Cheramy) ເວົ້າວ່າ "ພວກເຮົາມັກເວົ້າຢູ່ສະເໝີວ່າ ພວກເຮົາ ຈະບໍ່ໃຫ້ຖືກກໍ່ກວນ (ໂດຍພັກທີ່ກຳອຳນາດຢູ່)." ທ່ານກ່າວອີກວ່າ "ຂ້າພະເຈົ້າຄິດວ່າ ທຸກຄົນສາມາດເຫັນພ້ອມໄດ້ວ່າ ພວກເຮົາຕ້ອງການລັດຖະບານທີ່ໃຫ້ການປົກປ້ອງສິດທິຂອງປະຊາຊົນ."
ຕຳຫລວດຍິງແກັສນໍ້າຕາໃສ່ພວກປະທ້ວງທີ່ໂຮມຊຸມນຸມຢູ່ຕໍ່ໜ້າຕຶກຫ້ອງການຂອງສະພາໃຫ້ແຕກອອກໄປ, ວັນທີ 30 ພຶດສະພາ, 2019
ຊາວເຮຕີໄດ້ອອກມາຊົມເຊີຍທ່ານ ເຊີຣາມີ (Cheramy) ຢູ່ຕາມຖະໜົນ ຫົນທາງຕ່າງໆ ໃນຂະນະທີ່ລົດຂອງທ່ານໄດ້ແລ່ນຜ່ານເຂດໃຈກາງເມືອງ ພາຍຫລັງແລ່ນອອກຈາກສະພາສູງໄປ.