ລັດຖະບານ ໄທ ຕົກລົງຈະຮັບຊື້ພະລັງງານໄຟຟ້າຈາກລາວເພີ່ມຂຶ້ນເປັນ 10,500 ເມກະວັດພາຍໃນປີ 2035 ໂດຍລາວຈະມີແຫຼ່ງຜະລິດໄຟຟ້າເກີນ 100 ແຫ່ງມີກຳລັງຕິດຕັ້ງ 13,000 ເມກະວັດໃນທ້າຍປີນີ້.
Your browser doesn’t support HTML5
ການຕົກລົງຂອງລັດຖະບານໄທ ກ່ຽວກັບການຮັບຊື້ກະແສໄຟຟ້າຈາກລາວທີ່ຈະເພີ່ມຂຶ້ນຈາກ 9,000 ເປັນ 10,500 ເມກະວັດພາຍໃນປີ 2035 ມີຂຶ້ນໃນໂອກາດທີ່ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ລາວ ໄດ້ເດີນທາງຢ້ຽມຢາມປະເທດ ໄທ ຢ່າງເປັນທາງການໃນວັນທີ 1-2 ມິຖຸນາ 2022 ຊຶ່ງເປັນພາກສ່ວນນຶ່ງຂອງການຮ່ວມມືລະຫວ່າງ ລາວ-ໄທ ໃນຖານະທີ່ເປັນຫຸ້ນສ່ວນຍຸດທະສາດເພື່ອການຈະເລີນເຕີບໂຕ ແລະ ການພັດທະນາຢ່າງຍືນຍົງນັ້ນ ດັ່ງທີ່ທ່ານ ພັນຄຳ ໄດ້ໃຫ້ການຢືນຢັນວ່າ
“ສປປ ລາວມີຄວາມພາກພູມໃຈທີ່ເຫັນວ່າການພົວພັນຮ່ວມມື 2 ຝ່າຍລາວ-ໄທ, ໄທ-ລາວ ໄດ້ຖືກຍົກລະດັບຂຶ້ນເປັນຄູ່ຮ່ວມຍຸດທະສາດເພື່ອການຈະເລີນເຕີບໂຕ ແລະ ພັດທະນາແບບຍືນຍົງ ອັນນີ້ເປັນສັກກະລາດໃໝ່ຂອງການພົວພັນຂອງ 2 ຊາດພວກເຮົາດ້ານພະລັງງານ 2 ຝ່າຍເຫັນວ່າເປັນສ່ວນສຳຄັນທີ່ຕິດພັນກັບການສົ່ງເສີມການພັດທະນາອຸດສາຫະກຳ ໂດຍສະເພາະການຮ່ວມມືທາງດ້ານພະລັງງານໄຟຟ້າໃຫ້ບັນລຸເຖິງ 10,500 ເມກະວັດ ອັນນີ້ຈະສ້າງຄວາມໝັ້ນຄົງທາງດ້ານພະລັງງານໃຫ້ແກ່ 2 ປະເທດ.”
ໃນປັດຈຸບັນ ລາວມີແຫຼ່ງຜະລິດໄຟຟ້າ 90 ແຫ່ງມີກຳລັງຕິດຕັ້ງລວມເກືອບເຖິງ 11,000 ເມກະວັດ ໃນນີ້ 72 ເປີເຊັນເປັນພະລັງງານໄຟຟ້າທີ່ສົ່ງອອກໄປຕ່າງປະເທດ ແລະ 28 ເປີເຊັນຕອບສະໜອງການຊົມໃຊ້ພາຍໃນປະເທດ ໂດຍໃນເຂດຕົວເມືອງ, ເຂດເທດສະບານ ແລະ ເຂດນະຄອນນັ້ນໄດ້ຮັບການຕອບສະໜອງພະລັງງານໄຟຟ້າຢ່າງຄົບຖ້ວນທັງ 100 ເປີເຊັນ ແລະ 93 ເປີເຊັນຂອງຈຳນວນບ້ານທັງໝົດ ກໍໄດ້ຊົມໃຊ້ໄຟຟ້າແລ້ວ ຈຶ່ງຍັງເຫຼືອພຽງ 7 ເປີເຊັນຂອງບ້ານທັງໝົດໃນ ລາວ ທີ່ຈະໄດ້ຊົມໃຊ້ໄຟຟ້າຢ່າງຄົບຖ້ວນພາຍໃນປີ 2025.
ແຕ່ຢ່າງໃດກໍ່ຕາມ ລັດວິສາຫະກິດໄຟຟ້າ ລາວ (EDL) ກໍຍັງຕ້ອງປະເຊີນກັບບັນຫາຂາດສະພາບຄ່ອງທາງການເງິນຢ່າງຮຸນແຮງໃນປັດຈຸບັນ ຊຶ່ງມີສາເຫດສຳຄັນມາຈາກການມີພາລະໜີ້ສິນສູງທີ່ສົມທົບດ້ວຍການຂາດທຶນຈາກການດຳເນີນທຸລະກິດຢ່າງຕໍ່ເນື່ອງ ເພາະການບໍລິຫານງານມີປະສິດທິພາບຕໍ່າ ແລະ ເຮັດໃຫ້ EDL ມີພາລະໜີ້ສິນເກີນກວ່າ 2,000 ລ້ານໂດລາຈຶ່ງຈະຕ້ອງມີການປັບຂຶ້ນອັດຕາຄ່າຊົມໃຊ້ໄຟຟ້າໃນໄວໆນີ້ ໂດຍໃນປັດຈຸບັນຍັງລໍຖ້າພຽງການຕົກລົງອະນຸມັດຈາກຄະນະລັດຖະບານ ລາວ ເທົ່ານັ້ນ.
ທັງນີ້ການກຳນົດອັດຕາຄ່າໄຟຟ້າໃນລາວຈະພິຈາລະນາຈາກຕົ້ນທຶນການຜະລິດທີ່ເປັນຈິງເພາະວ່າໂຄງການເຂື່ອນໄຟຟ້າສ່ວນໃຫຍ່ໃນລາວ ເປັນການລົງທຶນຂອງບໍລິສັດຕ່າງຊາດ ທີ່ມຸ່ງຜົນປະໂຫຍດຈາກການລົງທຶນເປັນດ້ານຫຼັກຊຶ່ງລັດຖະບານ ລາວ ບໍ່ສາມາດທີ່ຈະໃຊ້ອຳນາດເຂົ້າແຊກແຊງທາງທຸລະກິດເພື່ອກຳນົດລາຄາໄຟຟ້າທີ່ຜະລິດໂດຍບັນດາເຂື່ອນທີ່ບໍລິສັດຕ່າງຊາດເປັນຜູ້ລົງທຶນໄດ້ເລີຍນັ້ນເອງ.
ສ່ວນທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ EDL ຖະແຫຼງວ່າການຫຼຸດຜ່ອນບັນຫາຂາດສະພາບບົກຜ່ອງດ້ານການເງິນຕາຕ່າງປະເທດຂອງ EDL ໃນໄລຍະຕໍ່ໄປນີ້ຈະເນັ້ນການເຈລະຈາກັບບັນດາຜູ້ລົງທຶນກໍ່ສ້າງເຂື່ອນໃນລາວ ເພື່ອຂໍໃຫ້ຍອມຮັບການຊຳລະລາຄາພະລັງງານໄຟຟ້າດ້ວຍເງິນກີບໃນສັດສ່ວນບໍ່ໜ້ອຍກວ່າ 30 ເປີເຊັນຂອງມູນຄ່າພະລັງງານໄຟຟ້າທັງໝົດທີ່ EDL ຊື້ຈາກທຸກໂຄງການເຂື່ອນໃນ ລາວ ຊຶ່ງລວມເຖິງໂຄງການທີ່ກຳລັງກໍ່ສ້າງ ແລະ ໂຄງການທີ່ຈະລົງທຶນໃນໄລຍະຕໍ່ໄປດ້ວຍ.
ແຕ່ຢ່າງໃດກໍ່ຕາມ EDL ໄດ້ຈັດຕັ້ງບໍລິສັດຜະລິດໄຟຟ້າລາວ (ມະຫາຊົນ) ຈຳກັດ (EDL-GEN) ຂຶ້ນເພື່ອລະດົມເງິນທຶນທັງພາຍໃນ ແລະ ຕ່າງປະເທດ ເມື່ອທ້າຍປີ 2010 ອັນເປັນແນວທາງນຶ່ງຂອງການແກ້ບັນຫາດ້ານໜີ້ສິນດັ່ງກ່າວລວມເຖິງການປັບປຸງການບໍລິຫານງານໃຫ້ຄ່ອງຕົວຫຼາຍຂຶ້ນຊຶ່ງຜ່ານມາ EDL-GEN ໄດ້ລະດົມທຶນຈາກຕະຫຼາດຫຼັກຊັບແຫ່ງປະເທດໄທເຖິງ 34,050 ລ້ານບາດ ໃນນີ້ໄດ້ຄົບກຳນົດ ແລະ ຊຳລະຄືນແລ້ວ 5,030 ລ້ານບາດໃນປີ 2021 ທີ່ຜ່ານມາ.
ສຳລັບແຫຼ່ງຜະລິດໄຟຟ້າ 90 ແຫ່ງໃນ ລາວ ກໍມີພຽງແຕ່ 10 ແຫ່ງທີ່ເປັນຂອງ EDL-GEN ສ່ວນນອກນັ້ນເປັນການລົງທຶນຂອງຕ່າງຊາດ ແລະ ກຳລັງກໍ່ສ້າງ 12 ໂຄງການຈະແລ້ວສຳເລັດໃນປີ 2022 ອັນຈະເຮັດໃຫ້ລາວມີແຫຼ່ງຜະລິດໄຟຟ້າກວ່າ 100 ແຫ່ງ, ມີກຳລັງຕິດຕັ້ງລວມ 13,000 ເມກະວັດ, ຜະລິດໄຟຟ້າໄດ້ເຖິງ 67,000 ລ້ານກິໂລວັດ/ໂມງຕໍ່ປີ ໃນນີ້ 85 ເປີເຊັນຈະສົ່ງອອກໄປຕ່າງປະເທດເປັນຫຼັກ.