ສານອາຍານາໆຊາດ ເລີ້ມຮັບຟັງຄຳໃຫ້ການເປັນເວລາຫຼາຍໆ
ມື້ໃນວັນພະຫັດມື້ນີ້ ເພື່ອພິຈາລະນາເບິ່ງວ່າ ຕົນຄວນຈະສືບຕໍ່
ດຳເນີນຄະດີ ຜູ້ບັນຊາການກອງກຳລັງຕໍ່ຕ້ານ ຂອງພະເຈົ້າ ຫຼື
Lord’s Resistance Army ທ່ານ Dominic Ongwen ຫຼືບໍ່.
ທ່ານໄດ້ປະເຊີນໜ້າກັບຂໍ້ຫາ 70 ກະໂທງ ໃນການກໍ່ອາຊະຍາກຳສົງຄາມ ແລະກໍ່ໂທດກຳ ຕ້ານມະນຸດສະທຳ ຮວມທັງການສັງຫານ ການຈັບມາເປັນຂ້າທາດ ການປຸ້ນສະດົມ ແລະການທໍລະມານພົນລະເຮືອນນຳ. ຫຼັງຈາກໄດ້ຮັບຟັງຄຳຖະແຫຼງຂອງຄະນະໄອຍະການແລະຄຳໃຫ້ການຂອງທະນາຍຄວາມຝ່າຍຈຳເລີຍ ຊຶ່ງຄາດວ່າຈະໃຊ້ເວລາປະມານ 5 ມື້ນັ້ນ ຜູ້ພິ ພາກສາ ຈຶ່ງຈະຕັດສິນວ່າ ມີຫຼັກຖານພຽງພໍຫຼືບໍ່ ທີ່ຈະດຳເນີນຄະດີຄວາມຜູ້ກ່ຽວ.
ທ່ານ Joseph Kony, ຜູ້ນຳຂອງ Lord's Resistance Armyໃນຂະນະທີ່ ພົບປະກັນກັບບັນດາເຈົ້າໜ້າທີ່ 60 ທ່ານ ແລະຄະນະລັດຖະສະພາ ຈາກພາກເໜືອຂອງບຸຣຸນດີ ຂອງອົງການທີ່ບໍ່ຂຶ້ນກັບລັດຖະບານ, 31 ກໍລະກົດ, 2006, ທີ່ ຄອງໂກ ໃກ້ກັບຊາຍແດນຊູດານ.
ທ່ານ Ongwen ໄດ້ເຂົ້າມອບຕົວ ນຶ່ງປີມາແລ້ວ ຕໍ່ກອງກຳລັງພິເສດຂອງສະຫະລັດ ໃນສາທາລະນະລັດ ອາຟຣິກາກາງ ເຮັດໃຫ້ການດຳເນີນຄວາມພະຍາຍາມມາເປັນ 10 ປີທີ່ຈະເອົາຜູ້ກ່ຽວມາດຳເນີນຄະດີລົງໂທດ ກ່ຽວກັບການກໍ່ໂທດກຳຂອງກຳລັງຕໍ່ຕ້ານຂອງພະ ເຈົ້າຫຼື Lord’s Resistance Army ສິ້ນສຸດລົງ. ກຸ່ມດັງກ່າວໄດ້ຖືກກ່າວຫາວ່າ ສັງຫານ ແລະລັກພາຕົວປະຊາຊົນຫຼາຍສິບພັນຄົນ ໃນທົ່ວປະເທດ Uganda ແລະ 3 ປະເທດໃກ້ຄຽງ ໃນຮອບ 30 ປີທີ່ຜ່ານມານີ້.
ກຸ່ມສິດທິມະນຸດ Human Right Watch ໄດ້ກ່າວວ່າ ຂັ້ນຕອນການພິຈາລະນາຄະດີໃນ
ໃນວັນພະຫັດມື້ນີ້ ເປັນບາດກ້າວສຳຄັນ ໃນການນຳເອົາຕົວຜູ້ກໍ່ການມາລົງໂທດ ກ່ຽວກັບ ໂທດກຳຕ່າງໆ ທີ່ຜູ້ກ່ຽວໄດ້ກະທຳ ໃນຢູການດາ.