ລັດຖະມົນຕີ ປ້ອງກັນປະເທດ ສະຫະລັດ ໃຫ້ການຄໍ້າປະກັນ ຕໍ່
ບັນດາຜູ້ນໍາໃນ ພາກຕາເວັນອອກກາງວ່າ ສະຫະລັດ ບໍ່ໄດ້ປ່ອຍ
ປະລະເລີຍໃນຄວາມໝາຍໝັ້ນຂອງຕົນຕໍ່ຂົງເຂດດັ່ງກ່າວ ຫຼັງ
ຈາກໄດ້ມີການເຈລະຈາຫວ່າງມໍ່ໆມານີ້ກັບອີຣ່ານ ກ່ຽວກັບໂຄງ
ການນິວເຄລຍຂອງເຕຫະຣ່ານນັ້ນ.
ທ່ານ Chuck Hagel ຊຶ່ງກ່າວຄຳປາໄສໃນວັນເສົາມື້ນີ້ ຢູ່ທີ່ກອງ
ປະຊຸມຄວາມ ໝັ້ນຄົງຂົງເຂດ ທີ່ປະເທດ Barain ໄດ້ຊອກຫາ
ຊ່ອງທາງເພື່ອຊ່ວຍຫລຸດຜ່ອນ ຄວາມຫວາດຫວັ່ນຢ້ານກົວ ທີ່ວ່າ
ການຕົກລົງດ້ານນິວເຄລຍກັບອີຣ່ານ ພ້ອມກັບ ຄວາມກົດດັນ
ທາງດ້ານງົບປະມານ ຂອງສະຫະລັດ ແລະການຖອນກຳລັງອອກ
ຈາກອັຟການິສຖານນັ້ນ ອາດເປັນສັນຍານຂອງການຫຼຸດນ້ອຍຖອຍລົງ ໃນຄວາມ ໝາຍໝັ້ນຂອງສະຫະລັດ ຢູ່ໃນຂົງເຂດ.
ລັດຖະມົນຕີ Hagel ໄດ້ໃຫ້ລາຍລະອຽດຕໍ່ກອງປະຊຸມ Manama ເຖິງສະມັດຖະພາບ
ຂອງທະຫານອາເມຣິກັນຢູ່ໃນຂົງເຂດ ຮວມທັງທະຫານ 35,000 ຄົນ ທີ່ໄດ້ຮັບການສະໜັບສະໜຸນໂດຍລະບົບສືບລັບ ພ້ອມດ້ວຍລົດຖັງຫຼາຍໆຊະນິດ ປືນໃຫຍ່ ເຮືອບິນ
ແລະກຳປັ່ນລົບ.
ຂໍ້ຕົກລົງຂັ້ນຕົ້ນກັບອີຣ່ານ ທີ່ໄດ້ບັນລຸກັນເມື່ອເກືອບສອງອາທິດກ່ອນ ໂດຍບັນດາປະ
ເທດມະຫາອຳນາດທີ່ສໍາຄັນໆ ຮວມທັງສະຫະລັດນັ້ນ ແມ່ນຈະຍຸຕິການເຄື່ອນໄຫວ
ບາງສ່ວນ ຂອງໂຄງການນິວເຄລຍອີຣ່ານ ເພື່ອແລກປ່ຽນກັບການ ຜ່ອນຜັນໃນການ
ລົງໂທດທາງດ້ານເສດຖະກິດຈໍານວນນຶ່ງຂອງບັນດາປະເທດ ຕາເວັນຕົກ. ບັນດາຜູ້
ນໍາໃນເຂດອ່າວເປີເຊຍພາກັນມີຄວາມເປັນຫ່ວງຢ້ານວ່າ ການຕົກລົງນີ້ ອາດຈະເຮັດ
ໃຫ້ອີຣ່ານ ກ້າຫານຫຼາຍຂຶ້ນແລະເຮັດໃຫ້ຂົງເຂດບໍ່ມີຄວາມຖຸ່ນທ່ຽງ.
ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ໄດ້ສະເໜີບາດກ້າວໃໝ່ ໃນວັນເສົາມື້ນີ້
ເພື່ອປັບປຸງການຮ່ວມມືດ້ານຄວາມປອດໄພໃຫ້ດີຂື້ນ ຮວມທັງການສົນທະນາກັນເປັນ
ປະຈໍາ ກ່ຽວກັບລະບົບຕໍ່ຕ້ານລູກສອນໄຟ ກັບບັນດາຜູ້ບັນຊາການດ້ານ ປ້ອງກັນທາງ
ອາກາດຂອງຂົງເຂດ ແລະອະນຸຍາດໃຫ້ສະພາການຮ່ວມມືຂອງ 6 ປະເທດໃນເຂດ
ອ່າວເປີເຊຍ ຊື້ລະບົບປ້ອງກັນລູກສອນໄຟຂອງສະຫະລັດ ໃນ ນາມອົງການຈັດຕັ້ງ
ເພື່ອຊຸກຍູ້ໃຫ້ມີການຮ່ວມມື ຢູ່ໃນຂົງເຂດ.

Your browser doesn’t support HTML5