ທ່ານ Hagel ກ່າວວ່າ ນາຍົກອີຣັກ ມີຄວາມເຫັນ ບໍ່ຖືກຕ້ອງ ກ່ຽວກັບ ການນຳສົ່ງອາວຸດ ໃຫ້ອິຣັກ

ລັດຖະມົນຕີຕີປ້ອງກັນປະເທດ ທ່ານ Chuck Hagel ກ່າວຖະແຫລງ ຕໍ່ບັນດານັກຂ່າວ ຢູ່ທີ່ທຳນຽບຫ້າແຈ ຫຼື Pentagon ໃນນະຄອນຫລວງວໍຊິງຕັນ, ວັນທີ 22 ມັງກອນ 2015.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານ Chuck Hagel
ກ່າວ​ວ່າ ທ່ານ​ບໍ່​ເຫັນ​ດີ​ກັບ​ ການຈົ່ມທຸກ​ຂອງນາຍົກລັດຖະມົນຕີ
ອີຣັກ ທີ່​ວ່າ ສະຫະລັດໄດ້​ຊັກ​ຊ້າ​ ໃນ​ການ​ສະໜອງ​ອາວຸດ​ຕ່າງໆ
​ແລະໃຫ້ການ​ເຝິກ​ແອບ​ແກ່​ກອງ​ກຳລັງອີຣັກ ທີ່​ສູ້​ລົບ​ກັບ​ພວກ​ຫົວ
​ຮຸນ​ແຮງ​ລັດ​ອິສລາມນັ້ນ.

ທ່ານ Hagel ກ່າວທີ່ທຳນຽບຫ້າແຈ​ວ່າ ການໃຫ້ຄວາມເຫັນ ຂອງ
ນາຍົກລັດຖະມົນຕີອີຣັກ ທ່ານ Haider al-Abadi ບໍ່ໄດ້ຊ່ອຍ
ຫຍັງເລີຍ.

ທ່ານ Hagel ກ່າວວ່າ ນາຍົກລັດຖະມົນຕີອີຣັກ ຄວນ​ມີ​ຫົວຄິດ​
ຫຼາຍຂຶ້ນ​ໜ້ອຍ​ນຶ່ງ ທີ່​ວ່າ ມີ​ສະມາຊິກ​ຂອງແນວໂຮມ ຫຼາຍກວ່າ 60 ຄົນ ​ທີ່​ນຳ​ໂດຍ​ສະຫະ​ລັດ ແມ່ນຢູ່​ໃນ​ອີຣັກ.

ທ່ານລັດຖະມົນຕີ ກ່າວ​ອີກ​ວ່າ ທຳນຽບຫ້າ​ແຈ ​ໄດ້​ສະໜອງ​ທຸກໆ ຄຳ​ຮຽກຮ້ອງ​ສຳ​ຫລັບ​
ລູກ​ສອນ​ໄຟ​ຕ່າງໆ ທີ່​ອີຣັກ​ໄດ້​ຮ້ອງຂໍມາ ຢ່າງ​ວ່ອງ​ໄວ. ທ່ານ ກ່າວ​ວ່າ ລູກ​ກະສຸນ​ ​ແລະ ​
ອຸບປະກອນອື່ນໆ ສືບຕໍ່ຫລັ່ງ​ໄຫ​ລ​ໄປ​ສູ່​ອີຣັກ ໃນອັນ​ທີ່​ທ່ານ​ກ່າວວ່າ ເປັນ​ການຈັດສົ່ງ
​ທີ່​ເລັ່ງລັດ.

ທ່ານ Hagel ກ່າວ​ວ່າ ບາງ​ສ່ວນ​ຂອງລົດທີ່ຕໍ່ຕ້ານລະ​ເບີດ​ຝັງ​ດິນ​ທີ່ອີ ຣັກໄດ້ຮ້ອງຂໍມານັ້ນ ແມ່ນໄດ້​ສົ່ງ​ໄປ​ໃຫ້​ພວກ​ຊາວ Kurd.

ທ່ານຍັງ​ກ່າວ​ອີກ​ວ່າ ສະຖານ​ທີ່​ເຝິກ​ແອບ 3 ​ແຫ່ງ ​ແມ່ນໄດ້​ຕັ້ງຂຶ້ນ​ແລ້ວ ​ແລະ ກຳລັງ​ປະຕິ
ບັດງານຢູ່ ​ແລະ ​ແຫ່ງ​ທີ 4 ຈະສາມາດ​ປະ ຕິບັດ​ງານ​ໄດ້​ໃນ​ໄວໆ​ນີ້.

ເບິ່ງວີດີໂອກ່ຽວຂ້ອງ:

Your browser doesn’t support HTML5

ISLAMIC STATE SOT